|
ເປີດຕົວ JoomlaLao.com ຢ່າງເປັນທາງການ |
|
|
|
Written by au8ust
|
|
Monday, 25 August 2008 19:50 |
|
ຫລັງຈາກທີ່ດອງມາໄດ້ຫຼາຍເດືອນ ໃນທີ່ສຸດກໍ່ຕັດສິນໃຈສ້າງໃຫ້ແລ້ວອອກມາເປັນຮູບປະທຳດັ່ງທີ່ເຫັນນີ້ຈົນໄດ້ ໃຊ້ເວລາຢູ່ເກືອບ ໗ ມື້ໃນການງົມປັບແຕ່ງລະບົບ ແລະຂຽນບົດຄວາມຂຶ້ນມາ ໂດຍອ້າງອິງຈາກຄວາມຮູ້ທີ່ສຶກສາ ແລະປະສົບການໂດຍກົງ ເຊິ່ງໄດ້ແບ່ງໝວດໝູ່ການສອນ Joomla! CMS ໄວ້ເປັນ ໓ ໝວດຫລັກຄື: - ເບື້ອງຕົ້ນ
- ລະດັບກາງ
- ຂັ້ນສູງ
ແລະມີໝວດພິເສດຄື “ເວັບບອດ” ເຊິ່ງເປັນກະດານສົນທະນາ ໄວ້ສອບຖາມບັນຫາການນຳໃຊ້ Joomla! ຮວມເຖິງເປັນບ່ອນສະແດງຜົນງານເວັບໄຊທີ່ສ້າງຈາກ Joomla! ຂອງທ່ານເອງ. ສຳຫລັບຄຳແນະນຳແລະຕິຊົມ ສາມາດສົ່ງໄດ້ຜ່ານທາງເວັບບອດ ຫຼືສົ່ງແບບຟອມຜ່ານໜ້າເວັບໄດ້ທີ່ ໜ້າຕິດຕໍ່ທືມງານ.
 |