|
ທຳມະດາໃນ Joomla! ຈະຮອງຮັບລະບົບ Multi-Author ກ່າວຄື ສາມາດກຳນົດໃຫ້ມີນັກຂຽນຫຼາຍ ໆ ຄົນໃນເວັບໄຊໄດ້ ເຊິ່ງມັນເປັນປະໂຫຍດຫຼາຍໃນກໍລະນີທີ່ສ້າງເວັບໄຊ ໂດຍທີ່ຕ້ອງການໃຫ້ມີຫຼາຍກວ່າ ໑ ຄົນສາມາດຂຽນເນື້ອຫາ ຫຼືບົດຄວາມພາຍໃນເວັບໄດ້ ໂດຍບໍ່ຕ້ອງຖ້າໃຫ້ເຈົ້າຂອງເວັບຂຽນເອງຄືດັ່ງເວັບໄຊທີ່ເຮັດໂດຍ HTML ແບບເກົ່າ. 
ໃນເບື້ອງຕົ້ນຈະແນະນຳກ່ຽວກັບການກຳນົດໃຫ້ສະມາຊິກທີ່ສະມັກເຂົ້າມານັ້ນ ມີສະຖານະຫຍັງ ໃຫ້ໄປທີ່ໜ້າຈໍຫລັກຂອງ Administrator ກ່ອນ ແລ້ວໄປທີ່ຫົວຂໍ້ Global Configuration. 
ໃນໜ້າຈໍນີ້ ຈະມີຕົວເລືອກໃຫ້ກຳນົດວ່າ ສະມາຊິກທີ່ສະມັກໃໝ່ນັ້ນ ຈະໄດ້ຢູ່ໃນສະຖານະໃດ ເຊິ່ງເລືອກໄດ້ຈາກຊ່ອງ New User Registration Type ໂດຍມີ ໔ ປະເພດຄື: Registered, Author, Editor ແລະ Publisher ຕາມລຳດັບ. ສຳລັບລາຍລະອຽດຂອງແຕ່ລະປະເພດນັ້ນຈະໄດ້ກ່າວໃນພາຍຫລັງ. 
ຫຼັງຈາກປັບແຕ່ງຄ່າໃນ Global Configuration ແລ້ວ ກໍ່ໃຫ້ກັບໄປທີ່ໜ້າຈໍຫຼັກຂອງຜູ້ເບິ່ງແຍງລະບົບ ແລ້ວໄປທີ່ຫົວຂໍ້ User Manager. 
ໃນໜ້າ User Manager ນີ້ ຈະສະແດງລາຍຊື່ຂອງສະມາຊິກທັງໝົດພາຍໃນເວັບໄຊ ແລະເຮົາສາມາດລຶບ, ແກ້ໄຂ ຫຼືສ້າງ User ໄດ້ຜ່ານໜ້ານີ້ເຊັ່ນດຽວກັນ. ສະຖານະຂອງສະມາຊິກ ຫຼື User ຈະແບ່ງອອກເປັນ ໒ ແບບຄື - Public Front-end
- Public Back-end
ແບບທີ່ ໑ ຄື Public Front-end ນັ້ນ ເປັນກຸ່ມສະມາຊິກໜ້າເວັບ ຈະສາມາດເບິ່ງໜ້າເວັບໄດ້ ກຸ່ມນີ້ຈະມີກຸ່ມຍ່ອຍຄື: Public Front-end | ---- Registered | -------- Author | ------------- Editor | ------------------- Publisher - Registered - ສາມາດໃຊ້ງານເວັບໄຊໄດ້ຕາມປົກກະຕິ ແລະສາມາດເຂົ້າເຖິງສ່ວນທີ່ລະບຸໃຫ້ເຂົ້າໄດ້ສະເພາະສະມາຊິກທີ່ມີສະຖານນະ “Registered”.
- Author - ສາມາດຂຽນເນື້ອຫາ ຫຼືບົດຄວາມໃນເວັບໄຊໄດ້ ແຕ່ຈະບໍ່ຂຶ້ນສະແດງໃນໜ້າເວັບທັນທີ ຕ້ອງຖ້າໃຫ້ຜູ້ໃຊ້ທີ່ມີສິດທິສູງກວ່າມາອະນຸມັດໃຫ້ກ່ອນ.
- Editor - ສາມາດຂຽນເນື້ອຫາ ຫຼືບົດຄວາມໄດ້ ພ້ອມທັງແກ້ໄຂໄດ້ພ້ອມ ແຕ່ບໍ່ສາມາດເຜີຍແຜ່ໃຫ້ສະແດງໃນໜ້າເວັບໄດ້ທັນທີ ຕ້ອງຖ້າໃຫ້ຜູ້ທີ່ມີສິດທິສູງກວ່າມີອະນຸມັດໃຫ້ກ່ອນ.
- Publisher - ສາມາດຂຽນເນື້ອຫາ ຫຼືບົດຄວາມໄດ້ ພ້ອມທັງແກ້ໄຂໄດ້ພ້ອມ ແລະສາມາດທີ່ຈະເຜີຍແຜ່ ຄືສະແດງບົດຄວາມ ເນື້ອຫາຕ່າງ ໆ ໃນໜ້າເວັບໄດ້.
ກຸ່ມຂ້າງເທິງນີ້ ຈະຕ້ອງຈັດການຜ່ານໜ້າເວັບເທົ່ານັ້ນ ບໍ່ສາມາດເຂົ້າເຖິງສ່ວນຂອງຜູ້ເບິ່ງແຍງລະບົບ ກໍ່ຄື Administrator ໄດ້.
ແບບທີ່ ໒ ຄື Public Back-end ເປັນກຸ່ມສະມາຊິກທີ່ສາມາດເຂົ້າໃຊ້ໄດ້ທັງໜ້າເວັບ ແລະທັງໃນສ່ວນຂອງ Administrator ຫຼືຜູ້ເບິ່ງແຍງລະບົບ. Public Back-end | ------- Manager | ------------- Administrator | ------------------- Super Administrator - Manager - ກຸ່ມນີ້ຈະສາມາດສ້າງເນື້ອຫາ, ແກ້ໄຂ ແລະເຜີຍແຜ່ເນື້ອຫາໃນເວັບໄຊໄດ້.
- Administrator - ກຸ່ມນີ້ຈະສາມາດເຂົ້າເຖິງສ່ວນຕ່າງ ໆ ຂອງລະບົບໄດ້ເກືອບທັງຫມົດ ຮວມທັງການຕັ້ງຄ່າບາງສ່ວນນຳ.
- Super Administrator -ເປັນກຸ່ມສະມາຊິກທີ່ມີອຳນາດສູງສຸດ ເປັນຜູ້ເບິ່ງແຍງເວັບໄຊໂດຍກົງ ສາມາດເຮັດໄດ້ທຸກຢ່າງ.
ກຸ່ມຂອງ Public Back-end ນີ້ ຈະ Login ຜ່ານທາງໜ້າເວັບ ຫຼືຜ່ານທາງໜ້າ Administrator ກໍ່ໄດ້.
 |