|
Written by au8ust
|
|
Monday, 25 August 2008 14:00 |
|
ໃນ Joomla! ນັ້ນ ເຮົາສາມາດຈະນຳສະຖິຕິບາງສ່ວນເຊັ່ນ ຈຳນວນບົດຄວາມທັງຫມົດ ຫຼືຈຳນວນຄັ້ງທີ່ບົດຄວາມຖືກເປີດອ່ານ ມາສະແດງຜ່ານຫນ້າເວັບໄດ້ ໂດຍໃຊ້ Module ຊື່ Statistics. 
ໄປທີ່ Administrator ແລ້ວໄປເມນູ Extensions -> Module Managers ຈະພົບໜ້າຈໍຂ້າງເທິງ. ໃຫ້ຄລິກ New. 
ເມື່ອຄລິກ New ແລ້ວ ຈະມາໜ້າຈໍເລືອກ Module ທີ່ຕ້ອງການ ເຊິ່ງໃນບົດນີ້ ເຮົາຈະມາເພີ່ມ Module ສຳລັບສະຖິຕິ ໃຫ້ເລືອກ Statistics ແລ້ວຄລິກ Next.
ໃນໜ້າເພີ່ມ Module ໃໝ່ນີ້ ຈະເປັນ Module ຂອງ Statistics ໄວ້ສະແດງສະຖິຕິໃນໜ້າເວັບ ໂດຍມີຕົວເລືອກທີ່ປັບແຕ່ງໄດ້ດັ່ງນີ້: - Title - ຊື່ຂອງ Module ອາດຈະໃສ່ວ່າ “ສະຖິຕິເວັບ” ກໍ່ໄດ້.
- Show Title - ລະບຸວ່າ ຈະໃຫ້ສະແດງຊື່ຂອງ Module ບໍ່.
- Enabled - ລະບຸວ່າຈະເປີດໃຊ້ Module ນີ້ບໍ່.
- Position - ຕຳແໜ່ງຂອງ Module ໃນໜ້າເວັບ.
- Order - ລຳດັບຂອງ Module.
- Access Level - ການເຂົ້າເຖິງ, ເລືອກວ່າຈະໃຫ້ຜູ້ໃຊ້ລະດັບໃດສາມາດເຫັນໄດ້.
- Menus - ລະບຸວ່າ ຈະໃຫ້ Module ນີ້ສະແດງໃນໜ້າໃດແດ່ ຖ້າຕ້ອງການໃຫ້ສະແດງໃນທກ ໆ ໜ້າ ໃຫ້ເລືອກເປັນ All.
- Server Info - ລະບຸວ່າຈະໃຫ້ສະແດງຂໍ້ມູນຂອງ Server ຫຼືບໍ່.
- Site Info - ລະລຸວ່າຈະໃຫ້ສະແດງຂໍ້ມູນຂອງເວັບໄຊຫຼືບໍ່.
- Hit Counter - ສະແດງໂຕນັບເມື່ອເວລາມີຄົນເຂົ້າອ່ານເນື້ອຫາພາຍໃນເວັບໄຊ.
- Increase Counter - ກຳນົດປະລິມານຂອງຈຳນວນໂຕນັບທີ່ຈະເພີ່ມຂຶ້ນເມື່ອມີຄົນເຂົ້າອ່ານເນື້ອຫາພາຍໃນເວັບໄຊ.
- Module Class Suffix - ສ່ວນນີ້ຈະເປັນການເລືອກ CSS ທີ່ຕ້ອງການໃຫ້ກັບ Module.
ເມື່ອເລືອກໄດ້ໝົດແລ້ວກໍ່ຄລິກ Save ແລ້ວກັບໄປເບິ່ງໜ້າທຳອິດ ກໍ່ຈະພົບວ່າ... 
ມີສະຖິຕິຂຶ້ນສະແດງຕາມທີ່ລະບຸໄວ້ແລ້ວ.
 |