| ການຕິດຕັ້ງ Extension |
|
|
| Written by au8ust |
| Monday, 25 August 2008 13:59 |
|
ອີກ ໑ ຈຸດເດັ່ນຂອງ Joomla! ນອກຈາກ Template ແລ້ວກໍ່ຄື Extension ຫຼືສ່ວນເສີມຂອງຈູມລ່າ. ສ່ວນເສີມເຫລົ່ານີ້ຈະເພີ່ມຄຸນສົມບັດໃຫ້ກັບຈູມລ່າ ເຮັດໃຫ້ມີຄວາມສາມາດເພີ່ມຂຶ້ນໄດ້ ແລ້ວແຕ່ວ່າເປັນ Extension ປະເພດໃດ ເຊິ່ງກໍ່ມີຕັ້ງແຕ່
ໄປຈົນຮອດລະບົບເວັບໄຊແບບຫຼາຍພາສາເປັນຕົ້ນ. ສ່ວນເສີມເຫລົ່ານີ້ສາມາດເຮັດໃຫ້ເວັບໄຊຂອງເຮົາ ມີສາລະພັດຄວາມສາມາດໄດ້ຫາກເລືອກໃຊ້ເປັນ. ໃນບົດນີ້ຈະແນະນຳກ່ຽວກັບວິທີການຕິດຕັ້ງ Extension ໃນ Joomla! ເຊິ່ງໂດຍທົ່ວໄປແລ້ວຈະຄ້າຍ ໆ ກັບການຕິດຕັ້ງ Template ໃນບົດກ່ອນໜ້ານີ້. ສຳລັບແຫລ່ງດາວໂຫລດ Extension ຂອງ Joomla! ນັ້ນ ສາມາດເລືອກໄດ້ໃນ http://extensions.joomla.org/ ເຊິ່ງເປັນເວັບໄຊຂອງທາງ Joomla! ເອງ ແລະເປັນແຫລ່ງລວມ Extension ສຳລັບ Joomla! ທີ່ໃຫຍ່ທີ່ສຸດ ມີຄົບທຸກໝວດທີ່ຕ້ອງໃຊ້. ເຂົ້າໄປເວັບໄຊຂ້າງເທິງ ຊອກາຫ Extension ທີ່ຕ້ອງການໃຊ້ງານ ໂດຍໃນບົດນີ້ຈະໃຊ້ Extension ຊື່ jWeather ເຊິ່ງເປັນສ່ວນເສີມສຳລັບສະແດງຂໍ້ມູນສະພາບອາກາດ ດາວໂຫລດຈາກ http://sourceforge.net/..._id=216023 ເມື່ອໂຫລດມາແລ້ວຈະໄດ້ໄຟລ໌ນາມສະກຸນ .zip ເມື່ອໂຫລດມາຮຽບຮ້ອຍແລ້ວກໍ່ໄປທີ່ເມນູ Extensions > Install/Uninstall. ຈາກນັ້ນກໍ່ເລືອກໄຟລ໌ .zip ທີ່ດາວໂຫລດມາກ່ອນໜ້ານີ້. ເລືອກໄດ້ແລ້ວຄລິກ Upload & Install. ລໍຖ້າໃຫ້ອັບໂຫລດຮຽບຮ້ອຍ ຈະຂຶ້ນຂໍ້ຄວາມວ່າ Install Module Success. ໃນບາງຄັ້ງ ຫຼັງຈາກທີ່ອັບໂຫລດ Module ຂຶ້ນມາແລ້ວ ອາດຈະພົບກັບຂໍ້ຄວາມສີສົ້ມ ຫຼືສີແດງ ທີ່ແຈ້ງລະບຸວ່າມີຄວາມຜິດພາດໃນການອັບໂຫລດ ເຊັ່ນໃນກໍລະນີຂ້າງເທິງນີ້ ລະບົບແຈ້ງວ່າໄຟລ໌ພາສາທີ່ນອກເໜືອຈາກພາສາອັງກິດນັ້ນ ບໍ່ສາມາດຕິດຕັ້ງໄດ້ ເພາະບໍ່ມີໃນລະບົບ. ຂໍ້ຄວາມຜິດພາດແບບນີ້ສາມາດຂ້າມໄປໄດ້ເພາະບໍ່ມີຫຍັງສຳຄັນຫຼາຍ ຍົກເວັ້ນໃນບາງກໍລະນີນອກເໜືອຈາກນີ້ອາດຈະເປັນຍ້ອນບໍ່ໄດ້ CHMOD ໂຟນເດີ້ໃຫ້ຖືກຕ້ອງເທື່ອ. ຂັ້ນຕໍ່ໄປໃຫ້ໄປທີ່ເມນູ Extensions -> Module Manager ເພື່ອຈັດການເປີດໃຊ້ Module ທີ່ຫາກໍ່ຕິດຕັ້ງໄປ. ໃນໜ້າຈໍ Module Manager ຈະລະບຸລາຍຊື່ Module ຕ່າງ ໆ ທີ່ມີໃນລະບົບ. ໃຫ້ຄລິກທີ່ New ເພື່ອສ້າງຕຳແໜ່ງ Module ໃໝ່. ໃຫ້ຊອກຫາຊື່ Module ທີ່ໄດ້ຕິດຕັ້ງໄປກ່ອນໜ້ານີ້ ເຊິ່ງກໍ່ຄື jWeather ເມື່ອຊອກແລ້ວກໍ່ຄລິກໃສ່ໜ້າ Module ນັ້ນ ໆ ແລ້ວຄລິກ Next. ຫຼັງຈາກຄລິກ Next ມາແລ້ວກໍ່ຈະມາສູ່ໜ້າຈໍການຕັ້ງຄ່າ Module. ໜ້າຈໍນີ້ເຮົາຈະສາມາດປັບແຕ່ງຄ່າຕ່າງ ໆ ທີ່ມີໃຫ້ເລືອກໄດ້ ເຊິ່ງແຕ່ລະ Module ກໍ່ຈະມີການຕັ້ງຄ່າທີ່ແຕກຕ່າງກັນໄປ ແລ້ວແຕ່ Module ນັ້ນ ໆ ວ່າອອກແບບມາແນວໃດ. ເມື່ອຕັ້ງຄ່າໄດ້ຈົນພໍໃຈແລ້ວກໍ່ຄລິກທີ່ Save ເພື່ອບັນທຶກຜົນແລ້ວກັບໄປໜ້າລວມ Module ຫຼືຄລິກ Apply ເພື່ອບັນທຶກຜົນແລ້ວຢູ່ໜ້າເກົ່ານີ້. ສະຫຼຸບແລ້ວຄື:
ສົ່ງເລື່ອງນີ້ໃຫ້ໝູ່
Hits: 1579 7 ຄຳເຫັນ
ຂຽນຄຳເຫັນກ່ຽວກັບເລື່ອງນີ້
|


ລະດັບກາງ 













