ການຕິດຕັ້ງ Template Print E-mail
Written by au8ust   
Monday, 25 August 2008 13:53

ຂໍ້ດີຢ່າງໜຶ່ງຂອງ Joomla! ກໍ່ຄື ມີ Template ຫຼືທີ່ເອີ້ນວ່າເປັນໜ້າຕາຂອງເວັບໄຊນັ້ນ ໃຫ້ເລືອກດາວໂຫລດມາໃຊ້ໄດ້ຟຣີເປັນຈຳນວນຫຼວງຫຼາຍ ເຊິ່ງກໍ່ເປັນຂໍ້ສະດວກໃຫ້ແກ່ການສ້າງເວັບສຳລັບຜູ້ທີ່ບໍ່ມີເວລາສ້າງເອງ. Template ຕ່າງ ໆ ນັ້ນ ມີທັງແບບທີ່ແຈກຟຣີ ແລະແບບສຳລັບມີໄວ້ຂາຍ ຕ້ອງຊື້ມາໃຊ້ຫາກຕ້ອງການ ແລະໃນບົດນີ້ຈະແນະນຳເວັບໄຊສຳລັບດາວໂຫລດ Template ຟຣີຂອງ Joomla! ໄວ້ ໒ ເວັບຄື

ການດາວໂຫລດ Template ມາໃຊ້ນັ້ນ ໃຫ້ສັງເກດວ່າ ເວີຊັນຂອງ Template ແມ່ນກົງກັບເວີຊັນຂອງ Joomla! ທີ່ເຮົາໃຊ້ບໍ່. ສົມມຸດວ່າເຮົາໃຊ້ Joomla! ເວີຊັນ 1.5.6 ກໍ່ຄວນດາວໂຫລດ Template ທີ່ຮອງຮັບ Joomla! 1.5 ມາ. ໃນກໍລະນີກັບກັນ ຖ້າຫາກເຮົາໃຊ້ Joomla! 1.0.17 ກໍ່ຕ້ອງໂຫລດ Template ທີ່ຮອງຮັບ Joomla! 1.0 ມາໃຊ້ ຈຶ່ງຈະສາມາດໃຊ້ຮ່ວມກັນໄດ້.

ໃນບົດນີ້ຈະສະແດງຕົວຢ່າງການຕິດຕັ້ງ Template ໂດຍຈະດາວໂຫລດ Template ຊື່ Cah Ndeso ຈາກ http://www.joomla24.com/remo...Templates/Cah_Ndeso.html ມາ. ເມື່ອດາວໂຫລດມາແລ້ວຈະໄດ້ເປັນໄຟລ໌ນາມສະກຸນ .zip ໃຫ້ເກັບໄວ້ກ່ອນ.

ຈາກນັ້ນໄປທີ່ເມນູ Extensions -> Install/Uninstall.

ໃນໜ້າຈໍນີ້ເຮົາສາມາດຕິດຕັ້ງ Template ແລະ Extension ໄດ້. ໃຫ້ຄລິກ Choose file ຫຼື Browse ຈາກນັ້ນເລືອກໄຟລ໌ .zip ຂອງ Template ທີ່ດາວໂຫລດມາກ່ອນໜ້ານີ້.

ຫຼັງຈາກນັ້ນກໍ່ຄລິກ Upload File & Install.

ລໍຖ້າຈັກໜ່ອຍ ເມື່ອການອັບໂຫລດ Template ສຳເລັດແລ້ວ ຈະມີຂໍ້ຄວາມຂຶ້ນມາບອກວ່າ Install Template Success.

ຂັ້ນຕໍ່ໄປໃຫ້ໄປທີ່ເມນູ Extensions -> Template Manager.

ຈະພົບລາຍຊື່ Template ທີ່ໄດ້ຕິດຕັ້ງໄວ້ແລ້ວໃນເວັບໄຊ ເຊິ່ງເຮົາສາມາດເລືອກໄດ້ວ່າຈະໃຊ້ Template ໃດ. ກ່ອນໜ້ານີ້ເຮົາໄດ້ຕິດຕັ້ງ Template ຊື່  cah_ndeso ກໍ່ໃຫ້ຄລິກໃສ່ໜ້າຊື່ Template ທີ່ຕ້ອງການໃຊ້ ແລ້ວຄລິກທີ່ປຸ່ມ Default ທີ່ເປັນຮູບດາວ ເພື່ອລະບຸວ່າຈະໃຊ້ Template ນີ້ເປັນຮູບແບບໜ້າຕາຂອງເວັບ.

ກ່ອນໜ້າຈະປ່ຽນ Template ຈະເປັນແບບນີ້ ເປັນ Template ທີ່ມາພ້ອມກັບ Joomla! 1.5

ເມື່ອປ່ຽນ Template ເປັນ cah_ndeso ເຊິ່ງເປັນອັນໃຫມ່ທີ່ໂຫລດມາແລ້ວ ກໍ່ຈະເຫັນວ່າຫນ້າເວັບຂອງເຮົາມີຮູບແບບໜ້າຕາ ສີສັນ ຕ່າງ ໆ ປ່ຽນແປງໄປແລ້ວ.

ນອກຈາກນັ້ນ ເຮົາຍັງສາມາດເບິ່ງ Position ຫຼືຕຳແໜ່ງຕ່າງ ໆ ຂອງ Module ຂອງ Template ຕ່າງ ໆ ວ່າວາງໄວ້ຈຸດໃດໄດ້ ໂດຍໄປທີ່ເມນູ Extensions -> Template Manager ແລ້ວເລືອກ Template ທີ່ໃຊ້ໂດຍການຄລິກທີ່ຊື່ ແລ້ວຈະພົບໜ້າ Template: [Edit] ເຊິ່ງໃນໜ້ານີ້ຈະມີປຸ່ມ Preview.

ເມື່ອຄລິກແລ້ວກໍ່ຈະມີໜ້າຈໍນ້ອຍຖືກເປີດມາ ເຊິ່ງໜ້າຈໍນີ້ຈະສະແດງ Position ຂອງ Module ໃນ Template ດັ່ງທີ່ກ່າວມາຂ້າງເທິງນັ້ນເອງ.

20 ຄຳເຫັນ
MongKP
December 07, 2008
202.62.96.74

ມີບັນຫາເວລາຕິດຕັ້ງ Themeplate ໃຫມ່ມັນບອກວ່າ

Warning! Failed to move file.

au8ust
December 07, 2008
202.137.142.20

ອາດຈະລືມ CHMOD 777 ໃນ folders ທີ່ຄວນ

ຈິດ
December 08, 2008
202.62.105.146

ສະບາຍດີທ່ານຂ້າພະເຈົ້າຢາກໄດ template ທີ່ຖືກໃຈສຸດແຕ່ພະຍາຍາມຊອກຫາແລ້ວກໍ່ບໍ່ເຫັນມີ ຈື່ງຂໍລົບກວນໃຫ້ທ່ານຊ່ວຍຊອກເວັບໄຊ້ທີ່ໃຫ້ດາວໂຫຼດຟຣີ template ອີກແດ່ນອກຈາກ link ທີ່ທ່ານມີໃຫ້ຢູ່ຂ້າງເທິງນັ້ນ ເພາະເຫັນວ່າໜ້າເວັບຂອງທ່ານນີ້ຖືກໃຈຂ້າພະເຈົ້າສຸດໆເລີຍ ຢາກໄດ້ໂຕທີ່ງາມໆຄືເວັບຂອງທ່ານນີ້ຊິມີອີກບໍນໍ? ຊ່ວຍເຫຼືອແດ່ທ່ານ
ຂອບໃຈຫຼາຍໆທ່ານ

au8ust
December 08, 2008
202.137.142.20

ລອງ
http://joomlatp.com/joomla-1.5-templates/
http://joomla2u.net/

ແບບງາມ ໆ ກໍ່ມີ ແຕ່ມັນເສຍເງິນ ເຂົາເຮັດໄວ້ຂາຍ

ˆຈິດ
December 08, 2008
202.62.105.146

ເຈົ້າຂອບໃຈຫຼາຍໆ

lai
June 29, 2009
203.113.130.72

Themes ທີ່ທ່ານໃຊ້ຊື່file ວ່າຈັງໃດ?

chit_laowebdesign
July 12, 2009
203.113.130.73

chrome ເດີ໊

sourisak_k
July 14, 2009
202.136.246.191

ຂ້າພະເຈົ້າຢາກຮູ້ວ່າ ຖ້າເຮົາຕ້ອງການ template ທີ່ບໍ່ຄືໃຜ ເຮົາສາມາດສ້າງເອງໄດບໍ່, ໝາຍເຖິງພວກ background,skin ອີ່ຫຍັງປະມານນິ ແລະ ກໍອີກອັນໜຶ່ງ ບໍຮູ້ສິເອີ້ນວ່າຫຍັງ ມີ່ມັນເປັນຂອບຫັ້ນນະ

au8ust
July 14, 2009
202.137.142.20


^
ສ້າງເອງໄດ້ ແນະນຳໃຫ້ສຶກສາຈາກ
http://www.joomlaport.com/Joomla-Template-Tutorial-Part-1-Joomla-Template-Concepts.html

ນອກນັ້ນກໍອາດຈະໃຊ້ໂປຣແກຣມ Artisteer ຈາກ http://www.artisteer.com/

sourisak_k
July 14, 2009
202.136.246.191

ຂອບໃຈຫຼາຍຯເນີທ່ານ ບຸນຄຳ້ນຳ້ຊູເນີ ^^ ຈະລອງສຶກສາ Artisteer ເພາະວ່າ ໂຕທຳອິດເພິ່ນວ່າຕ້ອງໄດ້ມີຄວາມຮູ້ກ່ຽວກັບ HTML, CSS ແລະ PHP ເຊິ່ງເປັນສິ່ງທີ່ຂ້າພະເຈົ້າບໍ່ຄ່ອຍມັກ^^ ແຕ່ເຖິງຢ່າງໃດກໍ່ຂໍຂອບໃຈ

sourisak_k
July 14, 2009
202.136.246.191

ຂໍລົບກວນອີກເທື່ອໜຶ່ງເດີທ່ານ ຢາກຮູ້ວ່າສິເຮັດແນວໃດໃຫ້ background ມັນຍາວລົງມາສະເໝີກັບ sheet ?

au8ust
July 15, 2009
202.137.142.20

ກໍເຮັດ background ໃຫ້ຍາວລົງມາໃຫ້ພໍດີ

sourisak_k
July 15, 2009
202.136.246.191

ເຮັດແນວໃດທ່ານ?

boun
October 23, 2009
202.137.137.109

ຂ້າພະເຈົ້າຍັງມີບັນຫາຕອນປ່ຽນເທມເພດໃໝ່ເວລາເຮົາປ່ຽນແລ້ວໆ
ເຮົາຢາກປ່ຽນແຕ່ສ່ວນໃດສວນໜື່ງທີ່ເປັນຂອງເທມເພດແລ້ວເອົາ
ສວ່ນອື່ນໆຫຼືວ່າຮູບ ໂລໂກ້ໃສ່ເຮົາຄວນເຮັດແນວໃດແດ່ທ່ານ

au8ust
October 23, 2009
202.137.142.20

ແຕ່ລະ template ຈະມີວິທີແກ້ແຕກຕ່າງກັນໄປ ກໍອ່ານເອົາຕາມ readme ຂອງ template ໂລດເດີ້

blerng
March 29, 2010
115.84.66.51

ຂ້າພະເຈົ້າຕິດຕັ້ງ joomla ແລະ template ໄດ້ສົມບູນແລ້ວ ແຕ່ວ່າ ເມື່ອຢາກສະແດງໜ້າເວັບ ຢູ່ browser ນັ້ນຕ້ອງເຂົ້າແນວໃພວກທ່ານ
ເພາະວ່າພີມຊື່ເວັບຂອງຂ້າພະເຈົ້າ ຕົວຢ່າງ www.myownwebsite.comoj.com ແລ້ວມັນຈະສະແດງໜ້າແບບນີ້Index of /
administrator/
cache/
components/
.
.
ຫຼັງຈາກນັ້ນກະເຂົ້າໄປຫາໜ້າການຕັ້ງຄ່າໃນ joomla ອີກ

au8ust
March 29, 2010
202.137.142.20

ສົງໄສອັບໂຫລດໄຟລ໌ບໍ່ຄົບ
ມັນຕ້ອງມີໄຟລ໌ index.php ຢູ່ນຳ ມັນຈຶ່ງຈະໄດ້ຜົນ ລອງເບິ່ງດີໆ ວ່າມີຄົບຫຼືຍັງທັງ files ແລະ folders

blerng
March 30, 2010
115.84.66.51

ຂອບໃຈທ່ານ
ຂພຈ ເຫັນມີ ຢູ່ໃນໂຟນເດີ /administrator/index.php ແລະ
/administrator/index2.php ແລະ
/administrator/index3.php

ຫຼືວ່າມັນຕ້ອງໃຫ້ມີຢູ່ໃນ /public_html/index.php ແບບນີ້ຫວ໋າທ່ານ ?

au8ust
March 30, 2010
202.137.142.20

ຖືກແລ້ວ ມັນຕ້ອງຢູ່ໃນ public_html ນຳ

blerng
March 30, 2010
115.84.66.51

ໂອເຄ ໄດ້ແລ້ວທ່ານ.
index.php ຕ້ອງຢູ່ໃນ public_html ນຳ ຄືທ່ານວ່າແທ້
ຊີຄ່ອຍປັບປຸງເນື້ອຫາໃຫ້ມັນກ່ອນ ແລ້ວຈື່ງຊິເອົາມາໂຊ


ຂຽນຄຳເຫັນກ່ຽວກັບເລື່ອງນີ້
 
  ຫຍໍ້ເຂົ້າ | ຂະຫຍາຍອອກ
 

busy
 

JoomlaLao.com | ກ່ຽວກັບຈູມລ່າລາວ.ຄອມ

JoomlaLao.com ເປັນເວັບທີ່ຂຽນອຸທິດຂຶ້ນເພື່ອໃຫ້ຄົນທີ່ສົນໃຈ ທີ່ຈະຮຽນໃຊ້ Joomla! CMS ໄດ້ມີໂອກາດຮຽນຮູ້ການໃຊ້ງານເບື້ອງຕົ້ນ ລະດັບກາງ ແລະຂັ້ນສູງຂອງ Joomla! ເນື້ອຫາ ແລະຮູບພາບ ໃດ ໆ ໃນເວັບໄຊແຫ່ງນີ້ ສະຫງວນຫ້າມບໍ່ໃຫ້ນຳໄປໃຊ້ໃນບ່ອນອື່ນໂດຍບໍ່ໄດ້ຮັບອານຸຍາດເປັນລາຍລັກອັກສອນ.