| Joomla! 1.5.12 “Wojmamni Ama Woi” |
|
|
| Written by au8ust |
| Wednesday, 01 July 2009 22:45 |
|
ຈະເລີ່ມຂຽນບລັອກ (blog) ກ່ຽວກັບຂ່າວສານ ແລະອັບເດດຕ່າງ ໆ ຂອງ Joomla! ອາດຈະຮວມໄປເຖິງ Extension ທີ່ໜ້າສົນໃຈນຳ. ມື້ນີ້ເປີດຂ່າວກັນດ້ວຍເລື່ອງ Joomla! ເວີຊັນໃໝ່ 1.5.12 ເຊິ່ງເປັນລຸ້ນທີ່ອອກມາແກ້ໄຂຄວາມປອດໄພຈາກລຸ້ນກ່ອນໜ້ານີ້ ອອກຫ່າງ 1.5.11 ເກືອບເດືອນ ໂດຍໃນເວີຊັນນີ້ລະຫັດພັດທະນາແມ່ນ “Wojmamni Ama Woi” ບໍ່ແນ່ໃຈວ່າໝາຍເຖິງຫຍັງ. ລາຍລະອຽດໃນເວີຊັນນີ້ນັ້ນ ແມ່ນໄດ້ຮັບການແກ້ໄຂຄວາມປອດສາມຈຸດ ທາງທີມງານລະບຸວ່າເປັນຄວາມຜິດພາດລະດັບກາງ ນອກນັ້ນກໍແກ້ໄຂ bugs ອືນ ໆ ອີກເລັກນ້ອຍ. ດາວໂຫຼດ: full package ຫຼື ໂຕອັບເດດຈາກ 1.5.11 ເປັນ 1.5.12 ວິທີອັບເດດຈາກ 1.5.11 ເປັນ 1.5.12 ກໍບໍ່ມີຫຍັງຫຼາຍ ແຕກໄຟລ໌ອອກຈາກ zip ແລ້ວອັບໂຫຼດໄປທັບໄຟລ໌ເກົ່າເປັນອັນຈົບ. ຂໍ້ມູນເພີ່ມເຕີມ ອ່ານໄດ້ຈາກເວັບໄຊ Joomla.org
ສົ່ງເລື່ອງນີ້ໃຫ້ໝູ່
Hits: 154 0 ຄຳເຫັນ
ຂຽນຄຳເຫັນກ່ຽວກັບເລື່ອງນີ້
|
















