Free Domain Name

CO.CC:Free Domain

PunlaoHosting.com

PunlaoHosting.com
ກ່ຽວກັບຜູ່ຂຽນ Print E-mail
Written by au8ust   
Monday, 25 August 2008 12:13

ນາມແຝງ au8ust ຫຼືຊື່ຫຼິ້ນວ່າ “ນິນ” ຄືຂ້າພະເຈົ້າເອງ ເປັນຜູ່ທີ່ມີຄວາມສົນໃຈໃນ Computer ແລະ Web Development ເຖິງຈະບໍ່ໄດ້ຈົບຈາກສາຍ IT ໂດຍກົງ ແຕ່ກໍ່ມີຄວາມໃຝ່ສຶກສາໃນດ້ານນີ້ມາຕະຫຼອດ ຜົນງານທີ່ຜ່ານມາກໍ່ມີເວັບໄຊທີ່ເປັນການບຸກເບີກ ແວດວົງເວັບໄຊໃນລາວໂດຍຕະຫຼອດມາ ເຖິງຈະບໍ່ຄ່ອຍເປັນທີ່ຮູ້ຈັກໃນວົງກວ້າງກໍ່ຕາມ

ຂໍ້ມູນອື່ນ ໆ ກ່ຽວກັບຂ້າພະເຈົ້າ ສາມາດອ່ານໄດ້ຈາກ http://au8ust.org/about/

ຜົນງານທີ່ຜ່ານມາ

au8ust.org ບລັອກທີ່ມີເນື້ອຫາໄອທີ ແຫ່ງທຳອິດໃນປະເທດລາວ ແລະຍັງເປັນຜູ່ສ້າງເວັບອີກຫຼາຍແຫ່ງເຊັ່ນ Punlao.com ເວັບໄຊທີ່ມີລັກສະນະ Social Network ແຫ່ງທຳອິດຂອງລາວ ນອກຈາກນັ້ນກໍ່ຍັງມີ LaoUpload.com ເວັບໄຊສຳລັບຝາກຮູບ ຝາກຂໍ້ມູນຕ່າງ ໆເພື່ອງ່າຍຕໍ່ການແຈກຈ່າຍໃຫ້ຄົນອື່ນ ແລະຍັງມີອີກຫຼາຍເວັບທີ່ບໍ່ໄດ້ກ່າວໄວ້ໃນທີ່ນີ້

ການຕິດຕໍ່

ທ່ານສາມາດຕິດຕໍ່ຂ້າພະເຈົ້າໄດ້ທີ່ອີເມລ au8ust @ gmail.com ຫຼື a8 @ au8ust.org ຫຼືເບີໂທ +໘໕໖໒໐໗໗໗໑໙໐໐ ຫາກມີວຽກດ່ວນ

16 ຄຳເຫັນ
chit
November 28, 2008
202.62.105.146

ເຈົ້າຂ້າພະເຈົ້າໄດ້ເຂົ້າຊົມເວັບໄຊທ່ານແລ້ວຮູ້ສຶກວ່າມີສິ່ງໃໝ່ເຂົ້າມາ ເຊິ່ງເວັບຂອງທ່ານນີ້ຊ່ວຍໃຫ້ຂ້າພະເຈົ້າໄດ້ມີໂອກາດໄດ້ສຶກສາ ເພາະວ່າມັກຫຼາຍກ່ຽວກັບການສ້າງເວັບໄຊ໌ແຕ່ບໍ່ມີໂອກາດ ແລະ ທີ່ປຶກສາເລີຍ ຖືວ່າໂຊກດີທີ່ມາເຫັນເວັບ joomlalao ຂອງທ່ານ ຂ້າພະເຈົ້າຢາກສະແດງຄວາມຂອບໃຈເຖິງທ່ານດ້ວຍຄວາມສຸດອົກສຸດໃຈ ທີ່ເປີດໂອກາດນີ້ໃຫ້ແກ່ຄົນທີ່ດ້ອຍໂອກາດ ແລະ ຂໍຊົມເຊີຍທ່ານອີກເທື່ອໜື່ງ ເກັ່ງສຸດໆເລີຍ

tuan
December 02, 2008
80.6.83.106

great.. joomlaLao.

i was trying to translate in to Lao language 2 years ago but fail to do because lack of time and knowledge. now you've done. great job keep going.

chit
January 03, 2009
202.137.153.203

ສະບາຍດີທ່ານມື້ນີຂ້າພະເຈົ້າມີເວລາວ່າງກໍເລີຍເຂົ້າມາກ່າວຄຳຂອບໃຈທ່ານau8ust ທີ່ໃຫ້ຄຳແນະນຳຂ້າພະເຈົ້າກ່ຽວກັບການສ້າງເວບໃຊ້ ທີ່ເລີ່ມຕົ້ນຈາກບໍ່ຮູ້ຫຍັງເລີຍ ( ບໍ່ຮູ້ຫຍັງແທ້ໆກ່ຽວກັບການສ້າງເວັບ ) ຈົນມາມື້ນີ້ຂ້າພະເຈົ້າໄດ້ມີເວັບໄຊ໌ເປັນຂອງຕົນເອງ www.laozeeds.co.cc ແລະ ກໍພໍຮູ້ເລັກໆໜ້ອຍໆກ່ຽວກັບການສ້າງເວັບໄຊ໌. ເຊິ່ງທ່ານອາດຈະເຫັນວ່າມີສະມາຊິກທີ່ໂພສ໌ຂໍ smf ພາສາລາວຈາກເວັບບອດ www.pnomsin.com ແລະ ອື່ນໆ ນັ້ນກໍ່ແມ່ນຂ້າພະເຈົ້າ ນາມວ່າ: bbbb ສະນັ້ນຂ້າພະເຈົ້າຈື່ງ ມາກາ່ວຄວາມຮູ້ບຸນຄຸນນຳທ່ານ
*****ຂອບໃຈຫຼາຍໆທ່ານ*****

vivi
February 11, 2009
213.112.236.57

hello everyone! my name is vivi im from sweden, but im half from lao my father is from lao. anyway does anyone want to talk alittle bit

Shanis Philemon Choomanee
February 14, 2009
125.24.139.252

Hi there,
It has been only few months since I got to know some of your websites. And only few months after that, you've expanded your sites to so many sites! I'm so impressed!

By the way, my name is Phil. I'm a Thai-Aussie who's a Digital Creative Specialist for Eyeblaster (you can view my company website at www.eyeblaster.com).
I accidentally found your website during my search for good Loa site (hence that I do know Lao language, due to my own high interest in the language and the country).

To be honest with you, your sites, all of them, are even much better than those of Australia or Thailand! I've also shown your websites to my best friends (who're all Laos), and they love them!
You're be the leader for this in Laos!
However, since most of your sites are still mainly webboard, you can try jumping to an online marketing. Maybe not for now, just wait for the right time (as in case of Laos, it might be next few years, but who knows!)

Some of my friends in Laos are very impressed with your stuffs, and they're thinking of starting an online business. So, I'll convince them to get in touch with you!

Keep it up a good work! Your style rocks!

Cheers,
Phil

au8ust
February 14, 2009
202.137.142.20

@vivi
To find friends, please visit http://punlao.com/ instead :)

@Phil
Thanks for your visit. I hope we can be friend :D

xaysana Maokhamphiou
February 17, 2009
67.142.130.39

Nice, Very nice I will visit here more often from now on.
Founder of Champafilm Xaysana

Phongveth
July 03, 2009
203.110.66.44

I cheer you up au8ust !

Phongveth
July 03, 2009
203.110.66.44

ເບຶ່ງຄືວ່າ ລື້ງນື້ບໍ່ເຮັດວຽກ ກະລູນາກວດສອບຄືນໃໝ່
http://joomlalao.com/home/about-writer

au8ust
July 04, 2009
202.137.142.20

ເອ໊ະ ງົງ http://joomlalao.com/home/about-writer ເອົາມາແຕ່ໃສ?

ສອນ
July 21, 2009
202.136.241.58

ສະບາຍດີ...
ຍິນດີທີ່ ທ່ານເປັນຜູ້ທີ່ມີຄວາມສາມາດ ໃນການພັດທະນາກ່ຽວກັບເລື່ອງດັ່ງກ່າວ.
ນອກຈາກສະແດງຄວາມຍິນດີກັບທ່ານແລ້ວ ຂ້າພະເຈົ້າມີຄຳຖາມທີ່ຕ້ອງການຖາມທ່ານ ຕື່ມອີກ.
ສົມມຸດວ່າ ຂ້າພະເຈົ້າຕ້ອງການທີ່ຈະສ້າງ Server ເປັນຂອງຕົນເອງ ແລະ ຂ້າພະເຈົ້າມີ Computer Server
ຈະຕ້ອງໄດ້ເລີ້ມ ເຮັດແນວໃດ, ຈາກໃສ່ກ່ອນ(ຕ້ອງການຢາກຮູ້ລະບົບ) ຫຼັງຈາກນັ້ນຈະຕິດຕັ້ງ Joomla ໃສ່

au8ust
July 21, 2009
202.137.142.20

ໂອ... ຄຳຖາມສອງແຖວ ແຕ່ຄຳຕອບຍາກຫຼາຍ

ຖ້າຢາກໃຊ້ຄອມໂຕເອງເປັນ Server ຕ້ອງມີ Static Dedicated IP ຄື IP ທີ່ບໍ່ປ່ຽນເວລາຕໍ່ເນັດໃໝ່ກໍຍັງໄດ້ IP ເກົ່າ (ບໍ່ດັ່ງນັ້ນກໍໃຊ້ DynamicDNS) ແລ້ວກໍຕ້ອງໄປຫາ DNS ເພື່ອລະບຸ Domain name ກັບມາຫາ IP ທີ່ເປັນ Server ຈຶ່ງຈະເຂົ້າທາງ Domain name ໄດ້

ອັນນັ້ນເປັນສ່ວນຂອງ IP ກັບຊື່ໂດເມນ (ຍັງບໍ່ທັນເວົ້າຮອດວ່າໄປຊອກໂດເມນມາຈາກໃສ ແລະຕິດຕັ້ງປັງແຕ່ງແນວໃດ) ແລ້ວຄ່ອຍມາລົງ Joomla! ໃນສ່ວນຂອງ Joomla! ຖ້າຊິລົງໃນຄອມໂຕເອງ ກໍຕ້ອງມີໂປຣແກຣມສຳລັບ Server ເຊັ່ນ Apache ກັບ MySQL ຫຼືຫາກຈະໃຫ້ດີກໍໃຊ້ LAMP (Linux, Apache, MySQL, PHP) ໄປເລີຍ ຫຍຸ້ງໜັກເຂົ້າໄປອີກ

ແນ່ໃຈບໍ່ນໍ້ -_-?

lianexay
September 25, 2009
202.62.103.57

ສະບາຍດີທ່ານຜູ້ເກັ່ງທັງຫຼາຍຢາກຮຽນຂຽນເວັບກ່ຽວກັບ joomla

lianexay
September 25, 2009
202.62.103.57

ຂໍ້ເປັນເດັກໄໝ່ຢາກຮຽນເລື່ອງການສ້າງເວັບທ່ານຜູ້ເກ່ັງຊ່ວຍແນະນຳນ້ອງແດ່ເດີ

ຕີ້
September 26, 2009
202.62.109.231

ສະບາຍດີ ທ່ານ web muster ຂ້າພະເຈົ້າກໍ່ເປັນຜູ້ນຶ່ງທີ່ບໍ່ໄດ້ຮຽນເລື່ອງສາຍIT ມາໂດຍຕົງຄືກັບທ່ານ ແຕ່ອາດເວົ້າໄດ້ວ່າ ບ້າຄອມເລີຍກໍ່ວ່າໄດ້ ປັດຈຸບັນກຳລັງຊອກຄົ້ນຄ້ວາກ່ຽວກັບ ເລື່ອງການພັດທະນາເວັບໄຊທ໌ ຢູ່ບໍ່ໄດ້ມີຄວາມຮູ້ຫຍັງກັບມັນມາກ່ອນເລີຍ ຜ່ານມາກໍ່ມົ້ວໆໄປເລື້ອຍ ຢາກໃຫ້ທ່ານຊ່ວຍແນະນຳແດ່...
ຖ້າຈະກະລຸນາ ຈະເປັນພະຄຸນຢ່າງສູງ

eeeee
February 07, 2010
58.217.148.192

good web side


ຂຽນຄຳເຫັນກ່ຽວກັບເລື່ອງນີ້
 
  ຫຍໍ້ເຂົ້າ | ຂະຫຍາຍອອກ
 

busy
 

JoomlaLao.com | ກ່ຽວກັບຈູມລ່າລາວ.ຄອມ

JoomlaLao.com ເປັນເວັບທີ່ຂຽນອຸທິດຂຶ້ນເພື່ອໃຫ້ຄົນທີ່ສົນໃຈ ທີ່ຈະຮຽນໃຊ້ Joomla! CMS ໄດ້ມີໂອກາດຮຽນຮູ້ການໃຊ້ງານເບື້ອງຕົ້ນ ລະດັບກາງ ແລະຂັ້ນສູງຂອງ Joomla! ເນື້ອຫາ ແລະຮູບພາບ ໃດ ໆ ໃນເວັບໄຊແຫ່ງນີ້ ສະຫງວນຫ້າມບໍ່ໃຫ້ນຳໄປໃຊ້ໃນບ່ອນອື່ນໂດຍບໍ່ໄດ້ຮັບອານຸຍາດເປັນລາຍລັກອັກສອນ.