| JoomlaLao.com ໃນປີ 2011 |
|
|
| Written by au8ust |
| Sunday, 16 January 2011 11:51 |
|
ຫຼັງຈາກທີ່ເປີດເວັບໄຊ JoomlaLao.com ມາເກືອບສາມປີ ຕັ້ງແຕ່ປີ 2008 ຈົນຕອນນີ້ປີ 2011 ແລ້ວ ກໍມີຫຼາຍສິ່ງຫຼາຍຢ່າງເກີດຂຶ້ນ ຫຼາຍຄົນກໍໄດ້ຮຽນຮູ້ວິທີການໃຊ້ Joomla! ຫຼາຍຄົນກໍງົງກັບການໃຊ້ Joomla! ເຂົ້າໄປອີກ (ອ້າວ!) ແຕ່ຢ່າງໃດກໍຕາມ ຂ້າພະເຈົ້າ ໃນນາມຂອງຜູ່ສ້າງເວັບໄຊນີ້ ກໍຕ້ອງຂໍຂອບໃຈທຸກໆ ທ່ານທີ່ມີສ່ວນຮ່ວມ ທັງການຖາມ ແລະຕອບທີ່ເກີດຂຶ້ນໃນບົດຄວາມ ແລະກະທູ້ຕ່າງໆ ໃນເວັບບອດ ເຊິ່ງກໍຖືວ່າເປັນການແລກປ່ຽນຄວາມຮູ້ກັນ. ສຳລັບໃນປີ 2011 ນີ້ ຂ້າພະເຈົ້າມີຄວາມຄາດຫວັງເປັນຢ່າງສູງວ່າ ຈະປັບປຸງເວັບໄຊແຫ່ງນີ້ ໃຫ້ດີຍິ່ງໆ ຂຶ້ນໄປອີກ ໂດຍສະເພາະແມ່ນໃນດ້ານ Localization ຫຼືການແປພາສາລາວຂອງ Joomla! ນັ້ນເອງ. ເຖິງແມ່ນວ່າຈະມີໄຟລ໌ພາສາລາວເກົ່າຢູ່ແລ້ວ ແຕ່ກໍຍັງບໍ່ສົມບູນ ແລະມີຄວາມຜິດພາດຫຼາຍປະການ ບໍ່ວ່າຈະເປັນພິມຜິດ ຫຼືແປບໍ່ຖືກ ເປັນຕົ້ນ. ດັ່ງນັ້ນ ການແປຄືນພາສາລາວສຳລັບ Joomla! ກໍເປັນເປົ້າໝາຍອັນນຶ່ງ ເຊັ່ນດຽວກັບການແປ Component ໂຕອື່ນໆ ທີ່ນິຍົມໃຊ້ກັນ ຢ່າງເຊັ່ນ Kunena ເຊິ່ງເປັນລະບົບເວັບບອດສຳລັບ Joomla! ນອກຈາກນັ້ນ ໃນດ້ານການສອນ ຂ້າພະເຈົ້າກໍຫວັງເປັນຢ່າງຍິ່ງວ່າ ຈະສາມາດເປີດຄອສສອນ Joomla! ໃນວຽງຈັນໄດ້ເປັນຮູບເປັນຮ່າງ ເຊິ່ງສຳລັບຕອນນີ້ກໍແມ່ນມີຄວາມຂາດເຂີນໃນດ້ານເງື່ອນໄຂຕ່າງໆ ໂດຍສະເພາະກໍແມ່ນສະຖານທີ່. ເຖິງຢ່າງໃດກໍຕາມ ຂ້າພະເຈົ້າເຊື່ອໝັ້ນວ່າ ຈະມີມື້ນຶ່ງ ທີ່ຄວາມຫວັງນີ້ຈະເປັນຈິງຂຶ້ນມາໄດ້. ໑໖ ມັງກອນ ໒໐໑໑ |


ໜ້າທຳອິດ 














