ແນະນຳກ່ຽວກັບ Joomla! Print E-mail
Written by au8ust   
Monday, 25 August 2008 13:30

ຄວາມເປັນມາ

ກ່ອນອື່ນຕ້ອງຂໍກ່າວຄວາມເປັນມາຂອງ Joomla! ກັນກ່ອນ ໂດຍຍ້ອນກັບຄືນໄປຈົນເດືອນເມສາ ປີ 2001 ຄັ້ງເມື່ອ Mambo ອອກເວີຊັນ 1.0 ມາໃຫ້ຊາວໂລກໄດ້ໃຊ້ກັນ. Mambo ໃນເວລານັ້ນກໍ່ເປັນ CMS ແບບດຽວກັບ Joomla! ແຕ່ອອກກ່ອນ ອອກກ່ອນຫຼາຍປີຫຼາຍ. Mambo ຖືກຂຽນຂຶ້ນມາໂດຍວິສະວະກອນໃນບໍລິສັດ Miro Corporation ປະເທດອອດສະເຕຼເລຍ. ເມື່ອຄັ້ງທີ່ Mambo ເປີດຕົວໃໝ່ ໆ ນັ້ນ ມັນໄດ້ສ້າງມິຕິໃໝ່ຂອງວົງການ CMS ໄດ້ເປັນຢ່າງດີ. ດ້ວຍຄວາມສາມາດອັນພິດສະດານ, ແຍກຍ່ອຍໄດ້ຫຼາຍຮູບການ ແລະທີ່ສຳຄັນ ຍັງເປັນ OpenSource ເຊິ່ງສາມາດນຳໃຊ້ໄດ້ຟຣີ ບໍ່ເສຍຄ່າລິຂະສິດ ບໍ່ວ່າຈະໃຊ້ສ່ວນຕົວ ຫຼືໃຊ້ໃນທາງການຄ້າ.

ປັດໃຈສຳຄັນທີ່ເຮັດໃຫ້ການພັດທະນາ Mambo ເປັນໄປຢ່າງວ່ອງໄວແມ່ນມັນເປັນ OpenSource ເຊິ່ງເຮັດໃຫ້ສາມາດດຶງດູດນັກພັດທະນາອິດສະລະຈາກທົ່ວທຸກມຸມໂລກ ມາຮ່ວມກັນສ້າງ Mambo ໃຫ້ເປັນ CMS ທີ່ມີຊຸມຊົນເຂັ້ມແຂັງໃນເວລາຕໍ່ມາ ເຊິ່ງມີການພັດທະນາໄປຫຼາຍ ຈົນມີການຫາຜົນປະໂຫຍດຈາກ Mambo ໃນຮູບແບບຕ່າງ ໆ ເຊັ່ນ ຂາຍ Templates ແລະ Extensions ເຊິ່ງເປັນຈຸດສຳຄັນທີ່ດັນໃຫ້ Mambo ເຂົ້າສູ່ແວດວົງຜູ້ໃຊ້ລະດັບ Enterprise ຫຼາຍຂຶ້ນ.

ເວລາລ່ວງມາຮອດປີ 2005 ເກີດຄວາມຂັດແຍ່ງກັນລະຫວ່າງທີມງານພັດທະນາ Mambo ແລະອົງກອນທີ່ມີສ່ວນຮ່ວມ ອັນເປັນເຫດສູ່ການແຍກທາງກັນໃນເວລາຕໍ່ມາ. ໃນເດືອນສິງຫາຂອງປີດຽວກັນ ທີມພັດທະນາຫລັກຂອງ Mambo ຕັດສິນໃຈຖອນຕົວອອກຈາກການພັດທະນາ Mambo ແລະລວມຕົວກັນໄປສ້າງໂຄງການ CMS ຕົວໃຫມ່ຂຶ້ນ.

ໃຊ້ເວລາບໍ່ດົນ Joomla! 1.0 ກໍ່ຖືກຳເນີດໃນຊ່ວງປາຍປີ 2005. Joomla! ໃນເວລານັ້ນມີຫຼາຍ ໆ ສ່ວນທີ່ຄ້າຍກັບ Mambo ຫຼາຍ ແຕ່ User Interface ແລະລະບົບການບໍລິຫານເວັບນັ້ນ ກ້າວໜ້າໄປຫຼາຍຂຶ້ນ. ອີກທັງນັກພັດທະນາຈາກໂຄງການ Mambo ກໍ່ຍ້າຍເຮືອນມາຢູ່ກັບໂຄງການ Joomla! ຫຼາຍຂຶ້ນເລື້ອຍ ໆ ໃຊ້ເວລາພຽງປີດຽວຫລັງຈາກເປີດຕົວມາ ກໍ່ມີຄົນດາວໂຫລດ Joomla! ໄປແລ້ວ 2,500,000 ເທື່ອ ແລະມີນັກພັດທະນາກວ່າ 65,000 ຄົນ ອີກທັງເວັບທີ່ໃຊ້ Joomla ເປັນຈຳນວນນັບບໍ່ຖ້ວນ.

ພາບລວມຂອງ Joomla

Joomla ເປັນລະບົບ CMS (ຫຍໍ້ມາຈາກ Content Management System) ທີ່ຊ່ວຍໃຫ້ການສ້າງເວັບໄຊບໍ່ເປັນເລື່ອງທີ່ຫຍຸ້ງຍາກອີກຕໍ່ໄປ. ຜູ້ໃຊ້ອາດຈະບໍ່ຈຳປັນຕ້ອງຮູ້ຈັກພາສາ HTML ເລີຍ ກໍ່ສາມາດສ້າງເວັບໄຊຂຶ້ນມາໄດ້ ບໍ່ຄືການສ້າງເວັບແບບເກົ່າທີ່ຈ້ອງເພິ່ງພາຄວາມຮູ້ກ່ຽວກັບພາສາ HTML ຫຼືໂປຣແກຣມສ້າງເວັບເຊັ່ນ Dreamweaver, FrontPage ຫຼື NetObject Fusion ເປັນຕົ້ນ. ຂໍ້ດີຂອງລະບົບບໍລິຫານເວັບໄຊ ຫຼື CMS ແມ່ນ:

  1. ສ້າງເວັບໄຊໄດ້ໂດຍບໍ່ຕ້ອງຮຽນ HTML ຫຼາຍ.
  2. ບໍ່ຈຳເປັນຕ້ອງເຮັດເວັບແລ້ວຄ່ອຍອັບໂຫລດຂຶ້ນອິນເຕີເນັດ ເພາະສາມາດເຮັດໄດ້ຜ່ານຫນ້າເວັບເລີຍ.
  3. ງ່າຍຕໍ່ການບຳລຸງຮັກສາ.
  4. ຫຼຸດຕົ້ນທຶນໃນການສ້າງເວັບໄຊ.
  5. ຂຽນເນື້ອຫາບົດຄວາມຮ່ວມກັນໄດ້ດີ.
ນັ້ນເປັນສ່ວນໜຶ່ງຂອງຄຸນປະໂຫຍດຂອງການນຳໃຊ້ CMS ເທົ່ານັ້ນ ຍັງມີອີກຫຼາຍຢ່າງທີ່ Joomla! CMS ສາມາດເຮັດໄດ້ ເຊັ່ນ ການເກັບກຳແລະບັນທຶກຜົນການເຂົ້າອ່ານຂອງຜູ້ຊົມເວັບໄຊເປັນຕົ້ນ.
29 ຄຳເຫັນ
big
December 18, 2008
61.187.18.4

คักหลาย

viengxay
January 05, 2009
202.137.142.16

I thing that is good or learn modern today

stssuay
January 13, 2009
123.19.71.11

ຂ້ອຍຄິດວ່າ ຈູມລາລາວ.ຄອມ ຈະເປັນປະໂຫຍດດີທີ່ສຸດຕໍ່ຄົນລາວທີ່ຢາກຮຽນຮູ້ກ່ຽວກັບການສ້າງເວັບ.ແລະຂໍໃຫ້ ແອດມິນ ແລະ ທ່ານຜູ້ຮູ້ທັງຫລາຍ ສືບຕໍ່ພັດທະນາແລະຂະຫຍາຍຄວາມຮູ້ກ່ຽວກັບຈູມລາໃຫ້ນັບມື້ນັບກ້ວາງຂວາງ,
"ເພື່ອສັງຄົມລາວ"

ໄກ
January 24, 2009
202.137.133.15

ອະລັງການງານສ້າງ ຊິພະຍາຍາມສຶກສາຕື່ມເລື່ອງນີ້ ໜ້າສົນຈຫຼາຍ

souliyanh
March 03, 2009
202.62.96.222

ຄົນລາວກະເກັ່ງຄືກັນເດີ້!!!!!
ສູ້ໆໆໆ..!

ສາຍໃຈ
March 21, 2009
202.137.133.217

ດີຄືກັນ ຈະພະຍາຍາມສຶກສາຕື່ມ

vannaphone
March 27, 2009
211.30.136.237

very good

thrunks
May 01, 2009
61.7.149.146

ຫາກະຊິມາອ່ານມື້ນີ້

sneaker30.1
June 12, 2009
203.113.130.74

ຈັກມື້ໜື່ງຕ້ອງມີເວບໄຊເປັນຂອງຕົວເອງທີ່ໃຊ້ຈູມລາແນ້ນອນສັນຍາເລີຍ
ດຽວນີ້ມີແຕ່ທີ່ຂຽນເອົາ

ບຸນປັນ
June 21, 2009
202.137.144.13

ຂ້ອຍຈະລອງສ້າງເວັບ ຈາກ Joomla ແລະມີຫຍັງຂໍຄຳແນະນຳຈາກທ່ານ ແນ່ເດີ (ອີກບໍ່ດົນ)

sompaivanh
July 01, 2009
202.137.150.115

ດີຫຼາຍທີ່ຄົນລາວສາມາດເຮັດໄດ້ຫຼາຍສິ່ງຫຼາຍຢ່າງ. ຂໍຊົມເຊີຍ

ມີ້
July 16, 2009
114.129.25.130

ຫາກໍ່ເຂົ້າໃຈ

max
July 23, 2009
202.137.155.217

ຍາກສ້າງຄືກັນ ຂໍທ່ານ admin ຊ່ວຍແນະນຳດ້ວຍ

Khai
July 24, 2009
202.62.103.57

ຢາກສ້າງເວັບໄຊສເປັນຂອງຕົວເອງເຮົາຕ້ອງເລີ່ມເຮັດຫຍັງກ່ອນ
ກະລຸນາບອກຂ້ອຍແດ່

november59
August 02, 2009
61.19.66.119

khop jai... kumlung read everything
u joomlalao.com yu.
hope i can make it someday !!!!!

mega
August 06, 2009
202.137.144.4

ຢາກເຫັນຫນ້າ ເຈົ້າຂອງເວັບເດ ໃຈກ້ວາງຫລາຍ

alang
August 18, 2009
202.137.137.49

yark kain program keng2 de

ໄກ
August 26, 2009
202.137.151.2

2. ບໍ່ຈຳເປັນຕ້ອງເຮັດເວັບແລ້ວຄ່ອຍອັບໂຫລດຂຶ້ນອິນເຕີເນັດ ເພາະສາມາດເຮັດໄດ້ຜ່ານຫນ້າເວັບເລີຍ

ຫຼັກການມັນກະດີຢູ່ໃດ໋ ບາດແລ້ວລະກະແລ້ວໄປໃນໂຕເລີຍ

ແຕ່ກໍລະນີເຮົາທີ່ບໍ່ມີເນັດຫຼີ້ນ ຄົງເປັນໄປໄດ້ຍາກ(ເພາະຈຳເປັນຕ້ອງລົງທືນເອົາເນັດເຂົ້າເຮືອນປະມານນັ້ນບໍ່?)
ມີທາງອື່ນແກ້ໄຂບໍ່ ກໍລະນີງົບໜ້ອຍ

au8ust
August 26, 2009
202.137.142.20

ຈະເຮັດແບບໃດກໍຕ້ອງຕໍ່ເນັດກ່ອນຢູ່ແລ້ວບໍ່ແມ່ນຫວາໄກ -_-?

irozajoomla
August 27, 2009
202.137.151.2

-_-? 555 ເຮົາກະຊິໄດ້ເກົາຫົວໃສ່ຄືນລະບາດນິ

Ko
August 29, 2009
122.162.138.208

ຂໍຖາມແດ່ວ່າ ຜູ້ທີ່ມີ account ກັບບຸກຄົນທີ່ເຂົ້າມາຢ້ຽມຢາມທົ່ວໄປ ຕ່າງກັນແນວໃດ? ມີສິດທິພິເສດຕ່າງກັນແນວໃດ?

ຕົ້ນ
September 16, 2009
58.9.15.113

ດີແທ້ ແທ້ ນໍ ຂໍຂອບໃຈນຳທີມງານຫລາຍ ຫລາຍເດີ
ທີ່ມີແຕ່ຄົນເກ່ງ ໄດ້ເຜີຍແຜ່ຄວາມຮູ້ ຄວາມສາມາດໃຫ້ກັບເພື່ອນມະນຸດດ້ວຍກັນ
ສ່ວນຂ້ອຍກໍ່ເປັນຄົນລາວ ແຕ່ຮຽນຢູ່ຕ່າງປະເທດ
ຖ້າໃຜບໍ່ລັງກຽດກໍ່ສາມາດຕິດຕໍ່ ເວົ້າລົມກັນໄດ້ເດີ
ຕົ້ນ...ຫລືຈະເອີ້ນ ຕົ້ນຮັກ ກໍ່ໄດ້ເດ
ວ່າງ ວ່າງ ກໍ່ ເເວະມາເວົ້ານຳແນ່
ເຫງົາ ຢາກມີຫມູ່ ...ອີຫລີ
This e-mail address is being protected from spambots. You need JavaScript enabled to view it

Mee
October 10, 2009
202.144.184.142

ການສ້າງເວັບທາງອິນເຕີເນັດເລີຍມັນກະດີຢູ່ ແຕ່ຢາກຮູ້ວ່າ ການສ້າງເວັບແລ້ວອັບໂຫຼດລົງເນັດເຮັດແນວໃດ ມີວິທີແລະຂັ້ນຕອນແນວໃດ ຊ່ວຍບອກແດ່ຖ້າເປັນໄປໄດ້ຢາກໃຫ້ບອກວິທີຢ່າງລະອຽດເລີຍໂດຍສ່ງມາທີ່ອີເມວຂອງຂ້ອຍໂດຍກົງ This e-mail address is being protected from spambots. You need JavaScript enabled to view it ນີ້ແຫຼະ ເຄີຍແຕ່ສ້າງເວັບທາງອິນເຕີເນັດເລີຍແຕ່ວ່າຕ້ອງເສຍເງິນຄ່າຫຼິ້ນເນັດເປັນຈຳນວນຫຼາຍສຸດທ້າຍມັນກະບໍ່ມີງົບປະມານພຽງພໍນ່າ ຮື່ໆ (ໃຜຢາກໄດ້ໝູ່, ຢາກໄດ້ຄົນທີ່ຈິງໃຈ,ຢາກດ້ຄົນທ່ເຄີຍຜິດຫວັງໃນຫຼາຍໆເລື່ອງ ຢາກມີຄົນໃຫ້ຄຳປືກສາໃນດ້ານຄວາມຮັກ ຕິດຕໍ່ໄປໄດ້ເດີສິບອກໃຫ້ 4704853 ໂທໄປເລີຍບໍ່ຕ້ອງອາຍສຳລັບຜູ້ທີ່ເຫງາບໍ່ມີມູ່ເພາະລາວກະເຫງາຄືກັນ ແຮ່ໆ ຂໍນອກເລື່ອງນ້ອຍນຶ່ງເດີ!)

toon
November 07, 2009
202.62.100.188

ອ້າຍເປັນວິລະບູລຸດ

Keo
November 19, 2009
202.137.133.200

ເປັນຄວາມຮູ້ທີ່ດີຫຼາຍ...ແຕ່ກ່ອນບໍ່ເຂົ້າໄຈກ່ຽວກັບjoomla ແລະ ຄິດວ່າການສ້າງເວັບໄຊດ້ວຍjoomlເປັນເລື່ອງທີ່ຍາກແຕ່ພໍ່ໄດ້ອ່ານແລ້ວຮູ້ສຶກວ່າເຂົ້າໄຈດີ ແລະ ເປັນຕາຫນ້າສົນໄຈຫຼາຍໃນການສ້າງwebsite.

phasouk
December 29, 2009
115.84.64.242

ມີໂອກາດຈະແນະນຳ ເວບນີ້ໃຫ້ຄົນທົ່ວໄປ ແຕ່ຕອນນີ້ຕົນເອງຂໍຮຽນກ່ອນ ຢາກຮຽນສ້າງເວບໄຊຈະເປັນບໍ່ນໍນີ້

n!x
January 25, 2010
202.137.133.235

ໂອ Joomla! ມີຕົ້ນກຳເນີດຈາກ Mambo

PK_DragoN
March 10, 2010
202.137.147.50

ໄດ້ຍິນແຕ່ຊື່ ບາດນີ້ຫາກາຮູ້ຈັກຕົວຕົນທີ່ແທ້ຈິງຂອງມັນ 5555+

Fabregas
March 12, 2010
115.84.64.230

ສ້າງເວັບໄຊໄດ້ໂດຍບໍ່ຕ້ອງຮຽນ HTML ຫຼາຍ.
ສະແດງວ່າ ຍັງຕ້ອງໄດ້ໃຊ້ ພາສາ HTML ຢູ່ ແມ່ນບໍ?


ຂຽນຄຳເຫັນກ່ຽວກັບເລື່ອງນີ້
 
  ຫຍໍ້ເຂົ້າ | ຂະຫຍາຍອອກ
 

busy
 

JoomlaLao.com | ກ່ຽວກັບຈູມລ່າລາວ.ຄອມ

JoomlaLao.com ເປັນເວັບທີ່ຂຽນອຸທິດຂຶ້ນເພື່ອໃຫ້ຄົນທີ່ສົນໃຈ ທີ່ຈະຮຽນໃຊ້ Joomla! CMS ໄດ້ມີໂອກາດຮຽນຮູ້ການໃຊ້ງານເບື້ອງຕົ້ນ ລະດັບກາງ ແລະຂັ້ນສູງຂອງ Joomla! ເນື້ອຫາ ແລະຮູບພາບ ໃດ ໆ ໃນເວັບໄຊແຫ່ງນີ້ ສະຫງວນຫ້າມບໍ່ໃຫ້ນຳໄປໃຊ້ໃນບ່ອນອື່ນໂດຍບໍ່ໄດ້ຮັບອານຸຍາດເປັນລາຍລັກອັກສອນ.