ການຕິດຕັ້ງ Joomla! Print E-mail
Written by au8ust   
Monday, 25 August 2008 13:50

ກ່ອນການຕິດຕັ້ງ

Joomla! ນັ້ນ ຈຳເປັນຕ້ອງມີ Web server ທີ່ມີຄວາມສາມາດດັ່ງຕໍ່ໄປນີ້...

  1. ໃຊ້ Apache 1.13 ຂຶ້ນໄປ
  2. ໃຊ້ PHP 4.2 ຂຶ້ນໄປ
  3. ໃຊ້ MySQL 3.23 ຂຶ້ນໄປ

ຫາກທ່ານບໍ່ແນ່ໃຈວ່າ Hosting ທີ່ທ່ານໃຊ້ບໍລິການຢູ່ນັ້ນ ຮອງຮັບຄວາມສາມາດເຫລົ່ານີ້ບໍ່ ໃຫ້ຕິດຕໍ່ກັບທາງຝ່າຍບໍລິການເພື່ອສອບຖາມຂໍ້ມູນເພີ່ມເຕີມ.$

ໃນສ່ວນຂອງ MySQL ເຊິ່ງເປັນຖານຂໍ້ມູນນັ້ນ ໃຫ້ສ້າງຖານຂໍ້ມູນປະໄວ້ຖ້າ ໂດຍໃຊ້ username, password ແລະ database name ຕາມເໝາະສົມ.


ຫາກທ່ານຍັງບໍ່ມີ Hosting ເທື່ອ ຂໍແນະນຳໃຫ້ໃຊ້ບໍລິການ Hosting ຟຣີຈາກ 000Webhost ຄລິກຮູບດ້ານລຸ່ມເພື່ອສະມັກໃຊ້ບໍລິການ Free Website Hosting


ດາວໂຫລດ Joomla!

ເມື່ອກວດກາ Web server ວ່າມີຄວາມພ້ອມສຳລັບຈູມລ່າແລ້ວ ກໍ່ໄປທີ່ເວັບໄຊ Joomla.org ເຊິ່ງເປັນເວັບຂອງທາງ Joomla! ເອງ ເພື່ອດາວໂຫລດມາກ່ອນ.

ເຂົ້າໄປຮອດຫນ້າເວັບຂອງ Joomla.org ແລ້ວໃຫ້ເບິ່ງທາງຊ້າຍມື ລົງມາໜ້ອຍໜຶ່ງ ຈະພົບກັບປຸ່ມ Download Joomla, Get the latest version ໃຫ້ຄລິກເຂົ້າໄປ. (ພາບປະກອບ 1)

ເມື່ອເຂົ້າມາແລ້ວ ກໍ່ເລືອກເວີຊັນຂອງຈູມລ່າທີ່ທ່ານຕ້ອງການ ເຊິ່ງໃນບົດນີ້ ຜູ້ຂຽນຈະໃຊ້ Joomla! ເວີຊັນ 1.5.6 Full Package ໃນການຕິດຕັ້ງ Joomla! ໃຫ້ຄິລກທີ່ເມນູ ZIP ໃນແຖວທຳອິດໄດ້ເລີຍ.

ເມື່ອມີຫນ້າຕ່າງດາວໂຫລດຂຶ້ນມາແລ້ວ ກໍ່ໃຫ້ຄລິກ OK ເພື່ອດາວໂຫລດ (ໜ້າຕ່າງແບບນີ້ແມ່ນໃຊ້ Firefox ເຊິ່ງຫາກຜູ້ອ່ານໃຊ້ Internet Explorer ກໍ່ຈະເປັນອີກແບບ ແຕ່ມີລັກສະນະຄ້າຍກັນ) ຫລັງຈາກຄລິກ OK ແລ້ວກໍ່ລໍຖ້າຈົນກວ່າຈະດາວໂຫລດຮຽບຮ້ອຍແລ້ວ ກໍ່ຈະໄດ້ໄຟລ໌ຊື່ Joomla_1.5.6-Stable-Full_Package.zip ມາ.

ກຽມຕິດຕັ້ງ Joomla!

ເມື່ອດາວໂຫລດຕົວຕິດຕັ້ງມາຮຽບຮ້ອຍແລ້ວ ຂັ້ນຕອນຕໍ່ໄປກໍ່ຄືການຕິດຕັ້ງຈູມລ່າ ໃຫ້ສັງເກດວ່າ ໄຟລ໌ທີ່ດາວໂຫລດມານັ້ນເປັນນາມສະກຸນ .zip ເຊິ່ງເປັນໄຟລ໌ທີ່ມີການບີບອັດຂໍ້ມູນ ເພື່ອໃຫ້ມີຂະໜາດນ້ອຍເໝາະສົມແກ່ການດາວໂຫລດນັ້ນເອງ ດັ່ງນັ້ນ ກ່ອນເຮົາຈະໃຊ້ມັນໄດ້ກໍ່ຈຳເປັນຕ້ອງ Extract ຫຼືຄາຍມັນອອກມາກ່ອນ ໂດຍໃຊ້ໂປຣແກຣມ WinZip ຫຼື WinRAR ຫຼືຈະໃຊ້ 7-Zip ກໍ່ດີເພາະເປັນໂປຣແກຣມຟຣີ.

ຫຼັງຈາກ Extract ໄຟລ໌ .zip ອອກມາແລ້ວ ກໍ່ຈະໄດ້ໄຟລ໌ ແລະໂຟນເດີຕ່າງ ໆ ດັ່ງໃນຮູບຂ້າງເທິງ.

ອັບໂຫລດໄຟລ໌ຂຶ້ນ Web server

ເມື່ອຈັດການຄາຍໄຟລ໌ອອກມາເປັນທີ່ຮຽບຮ້ອຍແລ້ວ ກໍ່ສືບຕໍ່ດ້ວຍການອັບໂຫລດຂຶ້ນໄປໃສ່ໃນ Web server ຫຼື Hosting ທີ່ໃຊ້ບໍລິການຢູ່ ເຊິ່ງໃນບົດນີ້ຈະໃຊ້ໂປຣແກຣມ FileZilla ໃນການອັບໂຫລດ. ສຳລັບທ່າໃດທີ່ຍັງບໍ່ມີໂປຣແກຣມ FileZilla ແມ່ນສາມາດດາວໂຫລດໄດ້ຟຣີຈາກເວັບໄຊຂອງ FileZilla

ໂຫລດ FileZilla ມາແລ້ວກໍ່ທຳການຕິດຕັ້ງໃຫ້ຮຽບຮ້ອຍ ແລ້ວກໍ່ເປີດຕົວໂປຣແກຣມດັ່ງກ່າວຂຶ້ນມາ ຕັ້ງຄ່າຂອງ FTP Server ທີ່ໃຊ້ໃຫ້ຮຽບຮ້ອຍ. (ສອບຖາມໄດ້ຈາກຜູ້ໃຫ້ບໍລິການ Hosting ຂອງທ່ານ)

ເລືອກອັບໂຫລດໄຟລ໌ ແລະໂຟນເດີທັງໝົດໄປໄວ້ໃນໂຟນເດີທີ່ຕ້ອງການໃນ Web server ເຊັ່ນຫາກທ່ານຕ້ອງການຕິດຕັ້ງແລະໃຊ້ວຽກໃນ http://domain.tld/ ກໍ່ໃຫ້ອັບໂຫລດໄປໄວ້ໃນ /htdocs/ ຫຼື /public_html/ ເປັນຕົ້ນ ຫາກຈະຕິດຕັ້ງເປັນ sub directory ເຊັ່ນ http://domain.tld/joomla/ ກໍ່ໃຫ້ອັບໂຫລດໄປໄວ້ໃນ /htdocs/joomla/ ຫຼື /public_html/joomla/

ຂັ້ນຕອນການອັບໂຫລດນີ້ ຈະໃຊ້ເວລາພໍສົມຄວນໃນກໍລະນີທີ່ຄວາມໄວໃນການເຊື່ອມຕໍ່ອິນເຕີເນັດຊອງທ່ານຊ້າ ເນື່ອງຈາກໄຟລ໌ .zip ທີ່ດາວໂຫລດມານັ້ນ ເມື່ອຈັດການ Extract ຫຼືຄາຍໄຟລ໌ທາງໃນອອກມາແລ້ວ ຈະໄດ້ໄຟລ໌ເກືອບ 4,000 ໄຟລ໌ ແລະໂຟນເດີເກືອບ 730 ໂຟນເດີນັ້ນເອງ.

ຫາກທ່ານໃດທີ່ໃຊ້ Hosting ທີ່ມີ cPanel ຈະສະດວກກວ່າຫຼາຍ ເພາະສາມາດອັບໂຫລດໄຟລ໌ .zip ຂຶ້ນໄປໄວ້ເທິງ Web server ແລ້ວ Extract ໄດ້ຜ່ານຫນ້າເວັບເລີຍ ເຮັດໃຫ້ຫຼຸດເວລາອັບໂຫລດໄຟລ໌ໄປໄດ້ຫຼາຍເທົ່າ.

CHMODing

ເມື່ອອັບໂຫລດໄປຈົນຄົບຫມົດແລ້ວ ຂັ້ນຕອນຕໍ່ໄປຄືການ CHMOD ໃຫ້ກັບໄຟລ໌ ແລະໂຟນເດີຂອງ Joomla!

ໃຫ້ເປີດ FileZilla ຂຶ້ນມາແລ້ວເຊື່ອມຕໍ່ໄປຫາ FTP Server ທີ່ໃຊ້ບໍລິການຢູ່ ແລ້ວ. ໃຫ້ CHMOD ໄຟລ໌ ແລະໂຟນເດີລຸ່ມນີ້ໃຫ້ເປັນ 777 ໃຫ້ໝົດກ່ອນ

administrator/backups/
administrator/components/
administrator/language/
administrator/language/en-GB/
administrator/modules/
administrator/templates/
components/
images/
images/banners/
images/stories/
language/
language/en-GB/
language/pdf_fonts/
media/
modules/
plugins/
plugins/content/
plugins/editors/
plugins/editors-xtd/
plugins/search/
plugins/system/
plugins/user/
plugins/xmlrpc/
tmp/
templates/
cache/

ການ CHMOD ແມ່ນໃຫ້ຄລິກຂວາ ເລືອກ File Attributes... ແລ້ວພິມຕົວເລກ 777 ໃນຊ່ອງ Numberic value

ເລີ່ມການຕິດຕັ້ງ Joomla!

ຫລັງຈາກຜ່ານຂັ້ນຕອນມາຫລາຍຢ່າງ ບາດນີ້ກໍ່ຮອດເວລາຕິດຕັ້ງຕົວຈິງແລ້ວ. ຕໍ່ໄປໃຫ້ເປີດ Web browser ຂອງທ່ານຂຶ້ນມາ ແລ້ວເປີດໄປທີ່ URL ຂອງເວັບໄຊທີ່ທ່ານອັບໂຫລດ Joomla! ໄປກ່ອນໜ້ານີ້ ສົມມຸດວ່າເປັນ http://domain.tld/ ກໍ່ໃຫ້ເປີດໄປ http://domain.tld/ ແລ້ວມັນຈະປ່ຽນໄປໜ້າ http://domain.tld/installation/index.php ໃຫ້ເອງໂດຍອັດຕະໂນມັດໃນກໍລະນີທີ່ ຍັງບໍ່ທັນໄດ້ຕິດຕັ້ງເທື່ອ ກໍ່ຈະພົບໜ້າຈໍດັ່ງລຸ່ມນີ້ (ຄລິກເບິ່ງຮູບໃຫຍ່)

ໜ້າຈໍທຳອິດຂອງການຕິດຕັ້ງ Joomla! ນີ້ ໃຫ້ເລືອກພາສາທີ່ຕ້ອງການ ເຊິ່ງຈະມີພາສາລາວນຳ ແຕ່ໃນບົດຄວາມນີ້ຈະໃຊ້ພາສາອັງກິດໃນການສອນ. ເມື່ອເລືອກພາສາທີ່ຕ້ອງການໄດ້ແລ້ວ ໃຫ້ຄລິກໄປທີ່ປຸ່ມ Next.

ໜ້າຈໍນີ້ແມ່ນເອກກະສານລິຂະສິດຂອງ Joomla! ໃຫ້ຄລິກ Next ເພື່ອໄປຕໍ່ເລີຍ.

ມາຮອດໜ້າຈໍຕັ້ງຄ່າຖານຂໍ້ມູນ ໃຫ້ໃສ່ຂໍ້ມູນຂອງ Database ຕາມທີ່ໄດ້ໃຫ້ສ້າງໄປໃນຕອນຕົ້ນ ເຊິ່ງສອບຖາມເພີ່ມເຕີມໄດ້ຈາກຜູ້ໃຫ້ບໍລິການ Hosting ທີ່ທ່ານໃຊ້ຢູ່. ເມື່ອໃສ່ Host name, Username, Password ແລະ Database name ແລ້ວໝົດແລ້ວ ເລື່ອນລົງມາເບິ່ງ Advanced Settings ຈະມີຕົວເລືອກເພີ່ມສຳລັບກໍລະນີທີ່ເຄີຍຕິດຕັ້ງ Joomla! ໃນຖານຂໍ້ມູນດຽວກັນມາກ່ອນ. ຫາກນີ້ເປັນການຕິດຕັ້ງ Joomla! ຄັ້ງທຳອິດຂອງທ່ານ ກໍ່ໃຫ້ຄລິກ Next ໄປໄດ້ເລີຍ.

ໜ້າຈໍຕໍ່ມາຜ່ານຕັ້ງຄ່າ FTP ເຊິ່ງເຮົາໄດ້ເຮັດຮຽບຮ້ອຍມາກ່ອນໜ້ານີ້ແລ້ວໃນຂັ້ນຕອນ CHMODing ຈຶ່ງບໍ່ຈຳເປັນຕ້ອງເລືອກອີກ ໃຫ້ຄລິກ Next ຕໍ່ໄປ.

ເມື່ອມາຣອດໜ້າຈໍການຕັ້ງຄ່າຫລັກແລ້ວ ໃຫ້ສັງເກດວ່າ ສ່ວນນີ້ເອງທີ່ຈະໃຫ້ເຮົາຕັ້ງຊື່ຂອງເວັບໄຊເຮົາໄດ້ນຳ ໃຫ້ເລືອກຊື່ທີ່ຕ້ອງການໃນຊ່ອງ Site Name ຈາກນັ້ນໃສ່ອີເມລຂອງເຮົາໄວ້ໃນຊ່ອງ Your E-mail ແລ້ວໃສ່ລະຫັດຜ່ານສຳລັບຜູ້ເບິ່ງແຍງລະບົບໃນຊ່ອງ Admin Password ແລະ Confirm Admin Password.

ໜ້າຈໍການຕັ້ງຄ່າຫລັກນີ້ ທ່ານສາມາດຕິດຕັ້ງຂໍ້ມູນຕົວຢ່າງຂອງເວັບໄຊໄດ້ນຳ ເຊິ່ງເປັນປະໂຫຍດສຳລັບຜູ້ທີ່ບໍ່ເຄີຍໃຊ້ Joomla! ມາກ່ອນ ຈະໄດ້ຮຽນຮູ້ໂຄງສ້າງພາຍໃນໄປນຳ.

ເມື່ອຕັ້ງຄ່າຕ່າງ ໆ ຈົນພໍໃຈແລ້ວ, ໃຫ້ຄລິກບ່ອນ Next.

ຫລັງຈາກທີ່ຮຽບຮ້ອຍໝົດແລ້ວ  ຫາກບໍ່ມີຫຍັງຜິດພາດ ລະບົບກໍ່ຈະແຈ້ງວ່າ ໄດ້ຈັດການຕິດຕັ້ງ Joomla! ສຳເລັດເປັນທີ່ຣຽບຮ້ອຍແລ້ວ ພ້ອມທັງແຈ້ງໃຫ້ລຶບໂຟນເດີ Installation ອອກນຳ ເພື່ອກັນບໍ່ໃຫ້ຄົນອື່ນມາຕິດຕັ້ງຊ້ຳຕື່ມ.

ທ່ານອາດຈະໃຊ້ວິທີປ່ຽນຊື່ໂຟນເດີ installation ເປັນຊື່ອື່ນທີ່ບໍ່ມີໃຜຮູ້ກໍ່ໄດ້ຫາກວ່າບໍ່ຕ້ອງການລຶບຖິ້ມເທື່ອ.

ການລຶບໂຟນເດີ installation ແມ່ນໃຫ້ລຶບຜ່ານທາງ FileZilla.

ເມື່ອລຶບໂຟນເດີ installation ຮຽບຮ້ອຍແລ້ວກໍ່ຄລິກທີ່ Home ກໍ່ຈະພົບກັບໜ້າທຳອິດຂອງ Joomla! ປະກົດຂຶ້ນມາດັ່ງຮູບຂ້າງເທິງ ກໍ່ເປັນອັນສິ້ນສຸດການຕິດຕັ້ງຈູມລ່າແລ້ວ.

166 ຄຳເຫັນ
chit
November 28, 2008
202.62.105.146

ຂໍຖາມແດ່ຄວາມໝາຍຂອງ Web server ແມ່ນຫຍັງຊ່ວຍອະທິບາຍແດ່
ຂ້າພະເຈົ້າບໍ່ເຂົ້າໃຈ ເພາະບໍ່ມີຄວາມຮູ້ດ້ານນັ້ນເລີຍ ແຕ່ຢາກສ້າງເວບໄຊ໌
ມັກຫຼາຍການສ້າງເວບນິ. ຂ້າພະເຈົ້າຮຽນຄູພາສາອັງກິດປີສອງບໍ່ກ່ຽວກັບຄອມເລີຍແຕ່ຢາກສ້າງເວບ ຊ່ວຍບອກແດ່
""ຂອບໃຈຫຼາຍໆ""

au8ust
November 28, 2008
202.137.158.57

Web Server ແມ່ນເຄື່ອງຄອມພິວເຕີທີ່ໃຫ້ບໍລິການເວັບໄຊ

ໃນເວັບໄຊໃດໜຶ່ງ ຈຳເປັນຕ້ອງມີບ່ອນເກັບຂໍ້ມູນ ແລະໃນບາງຄັ້ງກໍ່ຕ້ອງໃຊ້ບ່ອນສຳລັບປະມວນຜົນຂໍ້ມູນ ແລະຖານຂໍ້ມູນອີກນຳ ເຄື່ອງຄອມພິວເຕີທີ່ໃຊ້ເພື່ອໜ້າທີ່ດັ່ງກ່າວ ເອີ້ນວ່າ “Web Server”

ຕົວຢ່າງແມ່ນ ການທີ່ເຮົາເຂົ້າເວັບໄຊ JoomlaLao.com ເຮົາພິມຊື່ເວັບໄຊເຂົ້າໄປໃນໂປຣແກຣມສຳລັບເປີດເວັບ ຈາກນັ້ນໂປຣແກຣມເປີດເວັບກໍ່ຈະສົ່ງຄຳຮ້ອງຂໍໄປຫາ Web Server ທີ່ມີຂໍ້ມູນຂອງເວັບໄຊ JoomlaLao.com ຢູ່ ແລ້ວ Web Server ດັ່ງກ່າວກໍ່ຈະສົ່ງຂໍ້ມູນເປັນຮູບພາບ ແລະຂໍ້ຄວາມຕ່າງ ໆ ຂອງເວັບໄຊ JoomlaLao.com ກັບມາຫາໂປຣແກຣມເປີດເວັບ ເພື່ອໃຫ້ສະແດງຜົນຂຶ້ນໜ້າຈໍໃຫ້ເຫັນເປັນຂັ້ນຕອນຕໍ່ໄປ

ໃນຫຼາຍ ໆ ຄັ້ງ Web Server ຖືກເອີ້ນວ່າ Web Hosting ຫຼື Hosting ອີກນຳ ແຕ່ແມ່ນມີຄວາມໝາຍດຽວກັນ

ອະທິບາຍບໍ່ເກັ່ງ ຫວັງວ່າຈະເຂົ້າໃຈເດີ້

chit
November 28, 2008
202.62.105.146

ເຈົ້າຂອບໃຈຫຼາຍໆ ເຂົ້າໃຈແລ້ວທີ່ອະທິບາຍມາອະທິບາຍຈົນລະອຽດຍເລີຍ. ເຈົ້າ,ຂໍຖາມອີກແດ່ວ່າ: Web Server ຫຼື Hosting ທີ່ວ່ານີ້ເມື່ອໃຊ້joomla ແລ້ວ ແມ່ນບໍ່ໄດ້ສະມັກເລີຍຫວາ ຫຼື ຕ້ອງໄດ້ສະມັກມາກ່ອນແລ້ວຈື່ງອັບໂຫຼດ joomla ຂື້ນໄດ້. ຖ້າສ້າງເວັບໄຊ໌ຢູ່ຮ້ານບໍລິການອິນເຕີເນັດທົ່ວໄປໄດ້ບໍ? ( ອິໆໆໆ ບໍ່ຮູ້ແທ້ຈື່ງຖາມຄົງບໍ່ວ່າກັນເນາະທ່ານ )

au8ust
November 28, 2008
202.137.158.57

ອ່າ... ຈຸດນີ້ລະທີ່ສ້າງຄວາມຫຍຸ້ງຍາກລຳບາກໃຈໃຫ້ກັບບັນດາ ຄົນທີ່ຢາກມີເວັບໄຊເປັນທີ່ສຸດ ເນື່ອງຈາກວ່າ Hosting ຫຼື Web server ດີ ໆ ນັ້ນມັກຈະຕ້ອງເສຍເງິນ ແຕ່ວ່າຢ່າງໃດກໍ່ດີ ກໍ່ມີບໍລິການ Hosting ຟຣີໃຫ້ໃຊ້ຄືກັນ ເຊັ່ນທີ່ http://000webhost.com ເປັນຕົ້ນ

chit
November 28, 2008
202.137.154.169

ຂ້າພະເຈົ້າບໍ່ເຂົ້າໃຈໃນສ່ວນຂອງ MySQL ໝາຍຄວາມວ່າສ້າງຖານຂໍ້ມູນMySQL ໃນ joomla ບໍໄດ້ຫວາ

au8ust
November 28, 2008
202.137.142.20

Joomla! ກັບ ຖານຂໍ້ມູນມັນຄົນລະສ່ວນກັນ

ກ່າວໂດຍຫຍໍ້ແມ່ນ Joomla! ຈະຕ້ອງບັນທຶກຂໍ້ມູນກ່ຽວກັບບົດຂຽນ ແລະ/ຫຼື ຂໍ້ມູນທີ່ເປັນຂໍ້ຄວາມ ຮວມເຖິງການຕັ້ງຄ່າຕ່າງ ໆ ໃນເວັບໄຊ Joomla! ຂອງເຮົາໄວ້ໃນຖານຂໍ້ມູນທີ່ເປັນລະບົບ MySQL

ກ່ອນຈະຕິດຕັ້ງ Joomla! ໄດ້ນັ້ນ ຈະຕ້ອງກຳນົດຄ່າການເຊື່ອມຕໍ່ຖານຂໍ້ມູນໃຫ້ຖືກຕ້ອງກ່ອນ ເພື່ອທີ່ຈະໃຫ້ບັນທຶກຂໍ້ມູນທີ່ຈຳເປັນຕ່າງ ໆ ໄວ້ໃນຖານຂໍ້ມູນໄດ້


ແຕ່ວ່າ ຢ່າສັບສົນກັບການຈັດເກັບໄຟລ໌ ເພາະວ່າໄຟລ໌ຕ່າງ ໆ ເຊັ່ນໄຟລ໌ຮູບພາບ ຫຼືແມ່ນແຕ່ໄຟລ໌ຂອງ Joomla! ນັ້ນ ຈະຖືກເກັບໄວ້ໃນ Web server/Hosting ໃນສ່ວນໜຶ່ງຕ່າງຫາກ ບໍ່ໄດ້ແມ່ນຖານຂໍ້ມູນ

chit
November 28, 2008
202.137.154.169

ເຈົ້ລະຖານຂໍ້ມູນນັ້ນເຮົາເອົາມາເຮັດກ່ຽວກັບຫຍັງລະ? ລະເຮົາສ້າງຖານຂໍ້ມູນດ້ວຍ Mysql ໃຫ້ແລ້ວກ່ອນຈື່ງມາອັບໂຫຼດຂື້ນຫວາ? (ຫວັງວ່າຄົງບໍ່ລຳຄານ ເພາະວ່າຂ້າພະເຈົ້າເລີ່ມຕົ້ນຂຽນເວັບໄຊ໌ທີ່ນີ້ເລີຍບໍ່ເຄີຍຂຽນມາກ່ອນ ຈະພິສູດວ່າເວັບນີ້ມັນມີປະໂຫຍດຫຼາຍສຳລັບຄົນລາວ ຈະພິສູດໃຫ້ໄດ້)

au8ust
November 28, 2008
202.137.142.20

ອ່າ... ຖານຂໍ້ມູນຕ້ອງສ້າງປະໄວ້ກ່ອນ ແລ້ວຈຶ່ງດຳເນີນການຕິດຕັ້ງໄດ້ເດີ້

chit
November 28, 2008
202.137.154.169

ເຈົ້າຂອບໃຈຫຼາຍໆ ແຕ່ການຕິດຕັ້ງຖຖານຂໍ້ມູນMySQLເດລະ ມີຂັ້ນຕອນແນວໃດ ບອກແດ່ໄດ້ບໍ?

au8ust
November 28, 2008
202.137.142.20

ສຳລັບໃນສ່ວນຂອງຖານຂໍ້ມູນ MySQL ນັ້ນ ແຕ່ລະ Hosting ອາດຈະແຕກຕ່າງກັນໄປແລ້ວແຕ່ລະບົບທີ່ເຂົາເຈົ້າໃຊ້ ແຕ່ສ່ວນຫຼາຍແມ່ນຈະມີບອກຂັ້ນຕອນການສ້າງຖານຂໍ້ມູນໃຫ້ພ້ອມ ຖ້າວ່າແນວໃດຮອດຕອນນັ້ນແລ້ວຫາວິທີບໍ່ໄດ້ ກໍ່ເຂົ້າມາຖາມໃໝ່ໄດ້ເດີ້ :D

chit
November 28, 2008
202.137.154.169

ເຈົ້າຂອບໃຈຫຼາຍໆ

chit
December 01, 2008
202.62.105.146

ສະບາຍດີທ່ານ ຂໍຖາມແດ່.
ທ່ານໂຕນີ້ເດແມ່ນຟຣີ Hosting ບໍ? (http://www.co.cc)

au8ust
December 01, 2008
202.137.142.20

ອັນນັ້ນເປັນ ຊື່ domain name ແບບ .co.cc ບໍ່ແມ່ນ Free hosting

chit
December 01, 2008
202.62.105.146

ເຈົ້າຂໍໂທດເດີ່ ຂໍຖາມອີກແດ່ ລະໂຕນີ້ ເມື່ອເຮົາສະມັກແລ້ວຈະໄດ້ນາມສະກຸນດັອດຫຍັງ? (http://000webhost.com)

birdflu2007.exe
December 02, 2008
202.137.133.232

ກໍລອງເບິ່ງກ່ອນຊັ້ນຕົ່ວທ່ານເອີຍ ແລ້ວຈັ່ງຄ່ອຍມາຖາມອີກ ຖ້າບໍ່ລອງກໍບໍ່ຮູ້ ລອງສະໜັກເບິ່ງແລ້ວທ່ານຈະຮູ້ເອງວ່າມັນເປັນນາມສະກຸນຫຍັງ

os555
December 02, 2008
202.137.147.50


ຫາກທ່ານສະຫມັກໃນນີ້ມັນຈະ ສຸ່ມມາໃຫ້
ເຊັ້ນ yourname.net64.com

ແຕ່ທີ່ນີ້ທ່ານສາມາດເອົາ .co.cc ມາໃຊ້ໄດ້

ຈິດ
December 03, 2008
202.62.105.146

ເຈົ້າຂອບໃຈຫຼາຍໆທ່ານທີ່ໃຫ້ຄຳແນະນຳ

ຈິດ
December 04, 2008
202.62.105.146

ມີໂປຣແກຣມອື່ນອີກບໍນອກຈາກ FileZilla ໃນການອັບໂຫລດ. ເພາະວ່າຂ້າພະເຈົ້າພະຍາຍາມຫຼາຍຄັ້ງແລ້ວແຕ່ connect server ບໍ່ໄດ້ຈັກເທື່ອ ບໍ່ເປັນຫຍັງ. ທັ້ງໆທີ່ host,user,passaword ຖືກຕ້ອງໝົດແລ້ວ ເນັດກໍ່ປົກກະຕິດີຢູ່, ທ່ານໃດຮູ້ຊ່ວຍຕອບແດ່

au8ust
December 04, 2008
202.137.142.20

ແນະນຳໃຫ້ໃຊ້ FileZilla ເພາະຂ້າພະເຈົ້າກໍ່ໃຊ້ອັນດຽວກັນ

ຕອນໃສ່ຊື່ host,user,password ໃຫ້ກວດເບິ່ງດີ ໆ ວ່າພິມຖືກຫຼືຍັງ ອາດຈະຫຼົງໂຕນ້ອຍໂຕໃຫຍ່ ຫຼືມີຍະວ່າງ ທີ່ເຮັດໃຫ້ເຊື່ອມຕໍ່ບໍ່ໄດ້

ˆ´”
December 04, 2008
202.62.105.146

ຂໍຄວາມຊ່ວຍເຫຼືອແດ່ທ່ານ, ຂ້າພະເຈົ້າຂໍລົບກວນທ່ານກວດສອບເບິ່ງວ່າຊື່ domain ໂຕນີ້ແມ່ນໃຊ້ໄດ້ແລ້ວບໍ ຫຼືວ່າເປັນແນວໃດ(http://www.softcom.co.cc) ຂ້າພະເຈົ້າຮຽນສ້າງເວັບໃໝ່ໆ ຈື່ງຢາກຂໍລົບກວນໃຫ້ທ່ານຊ່ວຍແດ່(ຍັງບໍ່ຣູ້ອີ່ໂນ່ອີເນ່ເລີຍ) ຂໍໂທເດີ່ທ່ານທີ່ລົບກວນ

au8ust
December 04, 2008
202.137.142.20

ຍັງ ຍັງເຫຼືອຫຍັງບາງຢ່າງ ບໍ່ແນ່ໃຈວ່າແມ່ນຫຍັງ ອາດຈະບໍ່ໄດ້ຕັ້ງຄ່າ Nameserver ເທື່ອ

ຈິດ
December 04, 2008
202.137.153.203

ເຈົ້າຂອບໃຈຫຼາຍໆເດີ່ທ່ານ ທີ່ໃຫ້ຄວາມຊ່ວຍເຫຼືອ

au8ust
December 04, 2008
202.137.142.20

ອ່າ.. ບໍ່ເປັນຫຍັງ ຖ້າຕິດບ່ອນໃດລະຖາມໄດ້ເດີ້

ຈິດ
December 04, 2008
202.137.153.203

ແມ່ນສາຍເຫດທີ່ເຮັດໃຫ້ເຊື່ອມຕໍ່ເຊີເວີບໍ່ໄດ້ແມ່ນບໍທ່ານ

au8ust
December 04, 2008
202.137.142.20

ເປັນໄປໄດ້

ຈິດ
December 04, 2008
202.62.105.146

ສະບາຍດີທ່ານ ຂໍຖາມແດ່ຂ້າພະເຈົ້າບໍ່ແນ່ໃຈ ການຕັ້ງ hosting ນັ້ນ ເຮົາຕັ້ງຊື່ໂດເມນຫຍັງບໍ່ສຳເລັດກໍ່ສາມາດນຳມາໃຊ້ເປັນຂໍ້ມູນຂອງການສະມັກ hoting ໄດ້ຫວາທ່ານ ເພາະຂ້າພະເຈົ້າບໍ່ແນ່ໃຈວ່າໂດເມນທີ່ຕັ້ງນັ້ນມັນໃຊ້ໄດ້ຫຼືບໍ່ ຍັງງົໆຢູ່

au8ust
December 04, 2008
202.137.142.20

ແນະນຳວ່າ ໃຫ້ໃຊ້ 000webhost.com ແລ້ວເຮັດຕາມຂັ້ນຕອນໄປ ຢ່າຟ້າໃຊ້ພວກ domain ແບບ .co.cc ຫຼືອັນອື່ນ ໆ ເທື່ອ ເພາະມັນຕ້ອງແກ້ໄຂ Nameserver ຖ້າເຮັດບໍ່ຖືກອາດຈະໃຊ້ບໍ່ໄດ້

ດັ່ງນັ້ນ ຕອນນີ້ ໃນຂັ້ນຕົ້ນ ໃຊ້ແຕ່ Host ຂອງ 000webhost ໄປກ່ອນ ຈະໄດ້ໂດເມນແບບທີ່ທ່ານ Os555 ໄດ້ກ່າວມາຂ້າງເທິງ

ˆ´”
December 04, 2008
202.62.105.146

ເຈົ້າຈະລອງເອົາແບບນັ້ນກ່ອນກະໄດ້, ທ່ານເວລາເຮົາສະມັກແລະຕັ້ງຄ່າ host & domain ສຳເລັດແລ້ວໆ ຕ້ອງໄດ້ລໍທ້າໃຫ້ມັນ run ກ່ອນຫວາທ່ານ

au8ust
December 05, 2008
202.137.142.20

ກໍ່ເຮັດຕາມຂັ້ນຕອນທີ່ຂຽນບອກເລີຍ

ຈິດ
December 05, 2008
202.62.105.146

ຂໍໂທດເີ່ທ່ານຂ້າພະເຈົ້າບໍ່ເຂົ້າໃຈບົດຄວາມທີ່ທ່ານຂຽນໄວ້ຂ້າງເທິງໃນຂັ້ນຕອນເລີ່ມຕົ້ນທຳການຕິດຕັ້ງວ່າ: " ເປີດໄປທີ່ URL ຂອງເວັບໄຊທີ່ທ່ານອັບໂຫລດ Joomla! ໄປກ່ອນໜ້ານີ້ ສົມມຸດວ່າເປັນ http://domain.tld/ ກໍ່ໃຫ້ເປີດໄປ http://domain.tld/ ແລ້ວມັນຈະປ່ຽນໄປໜ້າ http://domain.tld/installation/index.php ໃຫ້ເອງໂດຍອັດຕະໂນມັດໃນກໍລະນີທີ່ ຍັງບໍ່ທັນໄດ້ຕິດຕັ້ງເທື່ອ "
ຂ້າພະເຈົ້າບໍ່ເຂົ້າໃຈວ່າຕົວຢ່າງນີ້ໝາຍເຖິງສ່ວນໃດ(http://domain.tld/) ແລະຂ້າພະເຈົ້າອັບໂຫຼດໄປທີ່ (ftp.thport.com) ຊ່ວຍອະທິບາຍໃຫ້ແດ່ທ່ານ.
ທ້າຄຳຕອບຢູ່
*** ຂອບໃຈຫຼາຍໆທີ່ໃຫ້ຄວາມສົນໃຈ***

au8ust
December 05, 2008
202.137.158.57

ຕອນສະມັກ 000webhost ມາຈະໄດ້ URL ຂອງເວັບມາ ໃຫ້ເບິ່ງວ່າແມ່ນຫຍັງ ແລ້ວກໍ່ເຂົ້າໄປຕາມນັ້ນ

ຈິດ
December 05, 2008
202.62.105.146

ອີກແລ້ວບໍ່ເຄີຍສ້າງ ຖານຂໍ້ມູນ Mysql ທ່ານພໍມີວິທີແນະນຳແດ່ບໍນໍ ເພາະຕິດຕັ້ງ joomla ຮອດຂັ້ນຕອນຕັ້ງຄ່າຖານຂໍ້ມູນແລ້ວ ລະກໍ່ຢຸດອີກແລ້ວ ຫາກມີວິທີຊ່ວຍຂ້າພະເຈົ້າໄດ້ລະຂໍຄວາມຄວາມຊ່ວຍເຫຼືອໃຫ້ທ່ານແນະນຳແດ່
ຂໍຂອບໃຈ

au8ust
December 05, 2008
202.137.158.57

ສ້າງໃນ cpanel ຂອງ 000webhost ນັ້ນລະ

ຈິດ
December 05, 2008
202.62.105.146

ເຈົ້າ, ສ້າງຖານຂໍ້ມູນແລ້ວ ລະກະບໍ່ຜ່ານຂັ້ນຕອນຖານຂໍ້ມູນຄືເກົ່າບໍ່ຮູ້ເປັນຍ້ອນຫຍັງ ຂໍລົບກວນໃຫ້ທ່ານກວດເບິ່ງໃຫ້ແດ່ຕາມ link ນີ້ (http://latthaphonehost.thport.com////installation/index.php) ຂໍລົບກວນແດ່ທ່ານ ເພາະບໍ່ຮູ້ຫຍັງເລີຍ , ຂໍໂທດຫຼາຍໆທີ່ລົບກວນ

au8ust
December 05, 2008
202.137.142.20

Host name ໃສ່ເປັນ localhost
Username ໃສ່ເປັນຊື່ທີ່ເຮົາລະບຸຕອນສ້າງຖານຂໍ້ມູນ
Password ໃສ່ເປັນລະຫັດຜ່ານຂອງຖານຂໍ້ມູນ
Databasename ໃສ່ເປັນຊື່ຂອງຖານຂໍ້ມູນທີ່ເຮົາລະບຸໄວ້ຕອນສ້າງ

ແລ້ວ ໆ ຄລິກ Next


ເວົ້າໄປເວົ້າມາກໍ່ອັນເກົ່າ ຮະຮະ ເລີ່ມງົງ

ແນະນຳວ່າ ໃຫ້ກວດຂັ້ນຕອນຕ່າງ ໆ ຄືນ ສ່ວນຫຼາຍ 90% ຂຶ້ນໄປແມ່ນເຮັດຂ້າມຂັ້ນຕອນໃດໜຶ່ງ ຫຼືຜິດພາດຢູ່ຂັ້ນຕອນໃດໜຶ່ງ

ຈິດ
December 05, 2008
202.62.105.146

ເຈົ້າຂອບໃຈຫຼາຍໆເດີ້

ຈິດ
December 05, 2008
202.62.105.146

ຍັງບໍ່ໄດ້ຄືເກົ່າທ່ານ ມັນຂຽນບອກວ່າ:
( ຂໍ້ຜິດພາດໄດ້ເກີດຂຶ້ນ:

Cookies do not appear to be enabled on your client. ທ່ານບໍ່ສາມາດຕິດຕັ້ງໂປແກມໄດ້ຖ້າ ທ່ານປິດການເຮັດວຽກງານສ່ວນນີ້ ) ຊິໄປແກ້ໄຂຢູ່ສ່ວນໃດ?
ຍາກໆແບບນີ້ຂ້າພະເຈົ້າຊິຜ່ານຢູ່ບໍນໍ ອີໆໆ

au8ust
December 05, 2008
202.137.142.20

ປ່ຽນ Browser ສາ

ຖ້າໃຊ້ IE ກໍ່ລອງປ່ຽນໄປໃຊ້ Firefox ເບິ່ງ

ພະຍາຍາມເຂົ້າເດີ້

ຈິດ
December 05, 2008
202.62.105.146

ຂ້າພະເຈົ້າກະໃຊ້ Firefox ລະໄດ໋ລະ ມັນມີບັນຫາກ່ຽວກັບBrowser ຫວາທ່ານ ໂອຍຊິໃຊ້ໂຕໃດຈື່ງຊິໄດ້ນໍ ລອງຊິປ່ຽນ Browser ໃໝ່ກ່ອນຊັ້ນນະ ຂອບໃຈຫຼາຍໆ

ຈິດ
December 05, 2008
202.62.105.146

ປ່ຽນ Browser ແລ້ວກະຍັງເປັນຄືເກົ່າມີຂໍ້ພາດອອກມາວ່າ:
( ຂໍ້ຜິດພາດທີ່ເກິດຂື້ນຂະນະທີ່ພະຍາຍາມທີ່ຈະສ້າງຖານຂໍ້ມູນ thpor_2693376 )
ຂ້າພະເຈົ້າລະບໍ່ຣູ້ຊິເຣັດແນວໃດເລີຍ ມີແຕ່ຂໍ້ຜິດພາດຕະຫຼອດຂັ້ນຕອນນີ້ ຂ້າພະເຈົ້າລະເລີຍໄດ້ແຕ່ອ່ານໄປອ່ານມາແລ້ວກໍ່ລົບກວນທ່ານຢູ່ແບບນີ້ ອີໆໆ ຊ່ວຍແດ່ທ່ານເອີຍໄປບໍ່ໄດ້ແລ້ວ ອິໆໆໆໆໆ
ແນະນຳທາງໃຫ້ແດ່
ຂອບໃຈເດີ້ທ່ານ

ຈິດ
December 05, 2008
202.62.105.146

ຕິດຕັ້ງແລ້ວແຕ່ເປັນຫຍັງຄືບອກວ່າ:
Unable to select MySQL database
1044 : Access denied for user 'thpor_xxxxxxx'@'%' to database 'thpor_xxxxxxx'
ສະແດງວ່າໃຊ້ບໍ່ໄດ້ແມ່ນບໍທ່ານ?

ຈິດ
December 05, 2008
202.62.105.146

ມີວິທີແກ້ໄຂບໍທ່ານ? ຊ່ວຍແດ່

ຈິດ
December 06, 2008
202.62.105.146

ຢ່າຟ້າວລຳຄານເດີ່ ຂໍໂທດຫຼາຍໆເດີ່ທີ່ລົບກວນທ່ານຢູ່ຕະຫຼອດ

au8ust
December 06, 2008
202.137.142.20

1044 : Access denied ແປວ່າ ຊື່ ຫຼື ລະຫັດຜ່ານຜິດເດີ້ ໃສ່ໃຫ້ຖືກ ໆ ຫາກຊິເຂົ້າໄດ້ເອງ

ຈິດ
December 06, 2008
202.62.105.146

ຍັງບໍ່ໄດ້ເຂົ້າລະບົບຊ້ຳນາທ່ານ ຕອນທີຫາກໍ່ຕິດຕັ້ງສຳເລັດໃໝ່ໆ ຂັ້ນຕອນທີ່ບອກໃຫ້ລຶບໂຟນເດີ Installation ອອກເພື່ອກັນບໍ່ໃຫ້ຄົນອື່ນມາຕິດຕັ້ງຊ້ຳຕື່ມນີ້ນະ ແລ້ວເມື່ອຄລິກທີ່ Home ກໍ່ຈະພົບກັບຄຳວ່າ: Unable to select MySQL database
1044 : Access denied for user 'thpor_xxxxxxx'@'%' to database 'thpor_xxxxxxx' ຂັ້ນຕອນນີ້ກໍ່ແມ່ນລະຫັດຜິດຫວາທ່ານ ແລ້ວ ມັນຜິດຢູ່ຂົັ້ນຕອນໃດນໍ?

au8ust
December 06, 2008
202.137.142.20

ແລ້ວຕິດຕັ້ງແລ້ວຫຼືຍັງລະຫັ້ນ?

ˆ´”
December 06, 2008
202.62.105.146

ເຈົ້າຕິດຕັ້ງສຳເລັດແລ້ວ ແລະ ເມື່ອຄລິກທີ່ ປຸ່ມ Home ກໍ່ອອກ ຂໍ້ຜິດພາດດັ່ງກ່າວໄວ້ຂ້າງເທິງ

au8ust
December 06, 2008
202.137.142.20

ອືມ... ແປກດີ

ເອົາແບບນີ້ດີກວ່າ ລອງເຮັດຄືນໃໝ່ໝົດ ໜ້າຈະພາດຢູ່ຂັ້ນຕອນໃດໜຶ່ງ ລອງເຮັດຄືນຕາມທີ່ຂຽນໄວ້ໃນບົດຮຽນເບິ່ງເດີ້ ພະຍາຍາມເຂົ້າ

ˆຈິດ
December 06, 2008
202.62.105.146

ເຈົ້າໆ ຊິລອງເບິ່ງ, ຂ້າພະເຈົ້າອ່ານບົດນີ້ກັບໄປກັບມາຈົນຊິເລົ່າກັບປາກໄດ້ແລ້ວ ອີໆໆ
ຂອບໃຈທ່ານ ( ເຜີນອກເລື່ອງໜ້ອຍໜື່ງຂໍໂທດທ່ານ )

au8ust
December 06, 2008
202.137.142.20

ອ່າ..ບໍ່ເປັນຫຍັງດອກ ມີຫຍັງພໍຊ່ວຍໄດ້ກໍ່ຊ່ວຍ ຄຶດວ່າ ມັນໜ້າຈະເກີດຈາກເສັ້ນຜົມບັງພູເຂົາຫັ້ນນະ ບັນຫານີ້ ຄືແຕ່ກີ້ຕິດຕັ້ງໃໝ່ ໆ ຕອນຮຽນໃຊ້ສີ່ຫ້າປີກ່ອນ ກວ່າຊິລົງໄດ້ກໍ່ໃຊ້ເວລາຫຼາຍມື້ເຕີບ ດຽວຄານັ້ນ ດຽວກໍ່ຄານີ້ ຈົນຮູ້ສຶກເບື່ອ ບາດວ່າຊິເຊົາລະພັດວ່າຕິດຕັ້ງໄດ້ :)

ˆຈິດ
December 06, 2008
202.62.105.146

ກວດເບິ່ງ link ນີ້ໃຫ້ແດ່ທ່ານບໍ່ເຂົ້າໃຫເລີຍ(http://latthaphonehost.thport.com////installation/index.php) ເມື່ອກັບມາເລີ່ມໃໝ່ລະອອກມາແບບນີ້ເລີຍໄປໃສກະບໍ່ໄດ້

au8ust
December 06, 2008
202.137.142.20

ລອງປ່ຽນຊື່ installation ເປັນອັນອື່ນກ່ອນ

ˆˆ´”
December 06, 2008
202.62.105.146

ເຈົ້າຂ້າພະເຈົ້າປ່ຽນຊື່ installation ໃນໂປຣແກຣມ FileZilla
ແລ້ວກະຍັງບໍ່ໄດ້ຄືເກົ່າ

au8ust
December 06, 2008
202.137.142.20

ປ່ຽນເປັນຊື່ຫຍັງຫັ້ນ

ˆˆ´ຈິດ
December 06, 2008
202.62.105.146

ເຈົ້າໆໄດ້ແລ້ວ ຂ້າພະເຈົ້າປ່ຽນບໍ່ໝົດ ມັນມີສອງອັນ ບໍ່ເຂົ້າໃຈເປັນຫຍັງມີສອງອັນ ຂ້າພະເຈົ້າປ່ຽນເປັນ rename....
ເຈົ້າຂອບໃຈຫຼາຍໆເດີ້ ຜ່ານແລ້ວ :D ກ່ອນຊິຜ່ານບໍ່ແມ່ນຂອງງ່າຍໆ
ບໍ່ມີທ່ານຊ່ວຍບໍ່ຜ່ານແນ່ນອນ

au8ust
December 06, 2008
202.137.142.20

ອ່າ... ດີໃຈນຳເດີ້

stssuay
December 06, 2008
123.19.46.111

ຂໍລົບກວນພວກທ່ານທີຮູ້ຈັກແດ່ ! ຂ້າພະເຈົ້າຢາກຕິດຕັ້ງ joomla ຢູ່ໃນຄອມຂອງຕົວເອງ ເຊິ່ງກຳຄອມໄດ້ຕິດຕັ້ງ appserv-win32-2.6.0 ແລ້ວ.ແລະໄຊ້ Joomla_1.0.13-Stable-Full_Package.ແຕ່ເວລາຈະຕິດຕັ້ງ joomla ,ມັນມີຂໍ້ຄວາມຜິດພາດ ດັ່ງນີ້:Fatal error: Call to undefined function get_magic_quotes_gpc() in C:AppServwww joomlainstallationcommon.php on line 37. ຂໍຄວາມຊ່ວຍເຫລືອ ແລະ ແນະນຳໃຫ້ແດ່
ຂອບໃຈຫລາຍໆມາລ່ວງໜ້າ.

au8ust
December 06, 2008
202.137.142.20

@stssuay ຢ່າໃຊ້ AppServ 2.6.0 ໃຫ້ໃຊ້ 2.5.10 ແທນເດີ້ ດາວໂຫຼດໄດ້ຈາກ http://prdownloads.sourceforge...e?download

stssuay
December 07, 2008
123.19.46.111

ຂອບໃຈ ອ້າຍ ນິນ ຫລາຍໆເດີ ນ້ອງດາວໂຫລດມາ ກໍ່ຕິດຕັ້ງໄດ້ໂລດ.ດີໃຈຫລາຍທີ່ມີອ້າຍຊ່ວຍແນະນຳ ແຕ່ກໍ່ຄົງຈະແລກປຽນຄຳຄິດເຫັນ ກັບທ່ານທີ່ຮູ້ແລະເຂົ້າໃຈອີກຕໍ່ໄປ,ຂ້າພະເຈົ້າກຳລັງຊອກຮູ້ກ່ຽວກັບ joomla.

sunday
December 15, 2008
114.129.26.4

ສະບາຍດີບັນດາທ່ານໆທີ່ເຄົາລົບ ແລະ ນັບຖື ຂ້າພະເຈົ້າຂໍຖາມແດ່ເຫັນພວກທ່ານໃຊ້ joomla ກະເລີຍຢາກໃຊ້ນຳ
ດັ່ງນັ້ນຈື່ງຂໍລົບກວນທ່ານຜູ້ຮູ້ແດ່ວ່າ ເວັບທີ່ມີການອັບໂຫຼດຂໍມູນແລ້ວ ແລະ ສາມາດໃຊ້ໄດ້ຕາມປົກກະຕິແລ້ວ ກໍ່ສາມາດປ່ຽນມາໃຊ້ joomla ໄດ້ບໍນໍ ທ່ານຜູ້ຮູ້ຊ່ວຍໃຫ້ຄຳຕອບແດ່ເທີນ
****ຂໍຂອບໃຈຫຼາຍໆທ່ານ****

au8ust
December 15, 2008
202.137.142.20

ຖ້າໃຊ້ລະບົບອື່ນຢູ່ແລ້ວ ຢາກຍ້າຍມາໃຊ້ Joomla! ກໍ່ແລ້ວແຕ່ວ່າເວັບເກົ່າເປັນລັກສະນະໃດ ຫາກວ່າຈຳເປັນແທ້ ໆ ກໍ່ອາດຕ້ອງເຮັດໃໝ່ໝົດ ແຕ່ຍ້າຍຂໍ້ມູນເກົ່າມາດ້ວຍມືເອົາ

sunday
December 15, 2008
202.62.105.146

ມັນເປັນເວັບກ່ຽວກັບການທ່ອງທ່ຽວນະທ່ານ ຖ້າປ່ຽນໝົດເລີຍນັ້ນຕ້ອງລົບໜ້າເວັບເກົ່າອອກໝົດເລີຍຫວາທ່ານ

au8ust
December 15, 2008
202.137.142.20

ຖ້າບໍ່ລຶບອັນເກົ່າອອກ ກໍ່ເຮັດແຍກກັນປະໄວ້ ແລ້ວເຮັດ link ບອກວ່າ ເຂົ້າໜ້າເວັບແບບເກົ່າໄດ້ທາງໃດ

sunday
December 15, 2008
202.62.105.146

ເຈົ້າຂອບໃຈຫຼາຍໆເດີ້

chit
December 23, 2008
202.62.105.146

ສະບາຍດີທ່ານຂໍຖາມແດ່ ເມື່ອມີການຕິດຕັ້ງແລ້ວ ມີວິທີຖອນລະບົບ joomla ບໍທ່ານ? ຂໍຄຳແນະນຳແດ່ ຢາກລອງຖອນລະບົບ

au8ust
December 23, 2008
202.137.142.20

ຖອນອອກກໍ່ ມີແຕ່ວ່າ ລຶບໄຟລ໌ແລະໂຟນເດີອອກໃຫ້ໝົດ ແລ້ວກໍ່ລຶບຖານຂໍ້ມູນຖິ້ມ ກໍ່ຈົບ ;)

chit
December 23, 2008
202.62.105.146

ໂອ ເຮັດແນວນັ້ນເນາະງ່າຍກ່ວາຕອນຕິດຕັ້ງເນາະ ອີໆໆ
ຂອບໃຈເດີ້ທ່ານ

au8ust
December 23, 2008
202.137.142.20

ແນ່ນອນຢູ່ແລ້ວ ການທຳລາຍ ມັນງ່າຍກວ່າການສ້າງຫຼາຍເທົ່າຫຼາຍ ຮະຮະ

mimi
December 28, 2008
220.169.1.32

ສະບາຍດີທ່ານ ຂໍຖາມແດ່.
ຂັ້ນຕອນ CHMOD ໃຫ້ກັບໄຟລ໌ cache/ ,
cache/ ຄືມີ ສອງ ອັ້ນ

administrator/backups/
administrator/components/
administrator/language/
administrator/language/en-GB/
administrator/modules/
administrator/templates/
components/
images/
images/banners/
images/stories/
language/
language/en-GB/
language/pdf_fonts/
media/
modules/
plugins/
plugins/content/
plugins/editors/
plugins/editors-xtd/
plugins/search/
plugins/system/
plugins/user/
plugins/xmlrpc/
tmp/
templates/
cache/
cache/

au8ust
December 28, 2008
202.137.142.20

@mimi ສົງໄສຂຽນຫຼົງ ເຮັດແຕ່ອັນດຽວກໍ່ພໍ :)

mimi
December 28, 2008
220.169.1.32

CHMOD ໃຫ້ກັບໄຟລ໌ ແລ້ວລະ ເຂ້າໄປ http://domain.tld/ ມັນຄຶບ່ເປັນ http://domain.tld/installation/index.php ໃຫ້ໂດຍອັດຕະໂນມັດ

au8ust
December 28, 2008
202.137.142.20

@mimi ແບບນັ້ນຖືກແລ້ວ ເຮັດຕໍ່ໄປໂລດ

mimi
December 28, 2008
220.169.1.32

CHMOD ໄຟລ໌ແລ້ວ ແຕ່ installation mimi ບ່ຈັກຈະ ເຮັດຕ່ໄປ ຂ່ ຄວາມຊ່ວຍເຫລຶອ ແດ່ ຍາກໄຫ້ ຕິດຕັ້ງໄຫ້ແດ່ ^^. ຂອບໄຈ

http://cpanel.0fees.net
Cpanel Username: fees0_2788384
Cpanel Password: 123456

Sub Domain Manager= mimi.salaibig.co.cc

Database Name: fees0_2788384_mimi
FTP user name= fees0_2788384
FTP password = 123456
FTP host nam = ftp.0fees.net
FTP port 21

au8ust
December 28, 2008
202.137.142.20

ແລ້ວ....

mimi
December 28, 2008
220.169.1.32

ແລ້ວລະ ຫວາ ^^

mimi
December 28, 2008
220.169.1.32

ຂອບໄຈ ^^

mimi
December 28, 2008
220.169.1.32

ການປັບແຕ່ງເບື້ອງຕົ້ນ
user name= ?
password = ?
au8ust ຕັ້ງໄຫ້ mimi ແມ່ນຫຍັງນະ?

mimi
December 28, 2008
220.169.1.32

mimiເຂ້າໄດ້ແລ້ວ

au8ust
December 28, 2008
202.137.142.20

(-_-).......

iroza
January 24, 2009
202.137.133.15

ຊິໄຫວຢູ່ບໍ້ ແບບນິ ຮູ້ສຶກວ່າໄກເກີນຄວາມສາມາດເວີ້ຍ ^^!

Nunoi
February 03, 2009
202.62.105.146

i have some problem, now i see your many website that you built and i interest it, now i study e-commerce in year 5 and i should have project to present but i dont know and how ? i think u will have more Idea to advice me

au8ust
February 03, 2009
202.137.142.20

ບໍ່ຈັກຊິແນະນຳຫຍັງໃຫ້ທ່ານຫນູນ້ອຍ ເພາະຂ້າພະເຈົ້າກໍ່ຍັງບໍ່ຈົບ ມ. ໖ ກໍ່ເລີຍບໍ່ຮູ້ຊິແນະນຳນັກສຶກສາປີ ໕ ແນວໃດ ນອກຈາກບອກວ່າ ຄຶດແລວລົງມື ມັນຈະເກີດຜົນເດີ້ທ່ານ :)

iroza
February 12, 2009
202.137.134.75

ກັບເຂົ້າມາອ່ານນອີກຮອບ ເອົ້າບາດນີ້ ຮູ້ສຶກເໝືອນເດີມ ອີກຄັ້ງ ເຫີ

xangnoi
February 28, 2009
118.68.30.102

ສະບາຍດີທ່ານ au8ust, ຂໍອະນຸຍາດຖາມຊື່ທ່ານແດ່ ຂ້າພະເຈົ້າຢາກທຳຄວາມຮູ້ຈັກນຳທ່ານ ຈະໄດ້ບໍ່ນໍ

xangnoi
February 28, 2009
118.68.30.102

ທ່ານຕົບແຕ່ງ Web Joomla ໄດ້ງາມຫລາຍ ຂ້າພະເຈົ້າກໍ່ຢາກສຶກສາ ເຊັນດຽວກັນ ຂໍຝາກເນື້ອຝາກໂຕນຳແດ່ເນີ

au8ust
February 28, 2009
202.137.142.20

@xangnoi
ຍິນດີທີ່ໄດ້ຮູ້ຈັກເດີ້ ;)

memo
March 11, 2009
202.137.154.169

ກະລຸນາຕອບກັບຂ້າພະເຈົ້າເດ່ ກ້ຽວກັບຂໍມູນເບື້ອງຕົ້ນກ່ຽວກັບການຕິດຕັ້ງJoomla ເຮົາຄວນຕັ້ງຄ່່າຖານຂໍ້ມູນກ່ອນupload file ຫຼືບໍ່, ແລະ ຈະຕັ້ງຄ່າmy sqlແນວໃດຈາກhttp://000webhost.com ບອກວິທິການຕິດຕັ້ງໂດຍລະອຽດແບບ step by step 1,2,3,...ໃຫ້ກັບຂ້າພະເຈົ້າແດ່

au8ust
March 11, 2009
202.137.142.20

@memo
ຕັ້ວກ່ອນກໍ່ໄດ້ເດີ້ ສ່ວນຕັ້ງແນວໃດນັ້ນ ຕອນນີ້ຍັງບໍ່ມີເວລາຂຽນ step-by-step ເທື່ອ ຄົງຕ້ອງຊ່ວຍຕົວເອງໄປກ່ອນ -.-

memo
March 11, 2009
202.136.241.75

if you have a free sent information to me @ my email please

memo
March 11, 2009
202.136.241.75

if you have a free sent information to me @ my email please

memo
March 18, 2009
202.136.241.75

when i upload, i just upload by file zip of joomla, i will not unzip so can i do it or not?

au8ust
March 18, 2009
202.137.142.20

ໄດ້ຢູ່ .. ກໍ່ໄປ unzip ໃນ web server ແທນ ຖ້າ control panel ມີລະບົບ unzip ໃຫ້

memo
March 18, 2009
202.136.241.75

the web 000webhost where point unzip in the memu

memo
March 18, 2009
202.136.241.75

i don't know this massage so i would like you tell me the meaning "Your domain is not yet pointing our server, so services such as FTP, Website Builder or File Manager may not work. You need to update nameservers to ns01.000webhost.com, ns02.000webhost.com for your domain. This warning will be removed once your domain will start resolving to our server (24-48 hours after nameserver update)"

laointer
March 30, 2009
124.85.199.66

@au8ust:
I have this problem, please help.

it says "Unable to connect to the database:Could not connect to MySQL"

Here is my information:
"*** General Account Details ***
Domain: money4free.netau.net
IP Address: 216.108.235.202
Username: a7966632
Password: xxxxxxxxx


*** File Upload Details ***
FTP Hostname: ftp.money4free.netau.net or 216.108.235.202
FTP Username: a7966632
FTP Passsword: xxxxxxxxx"

and "Nameserver details (only if you host your own domain)
ns01.000webhost.com 66.197.153.229
ns02.000webhost.com 64.235.48.196

Website Details
Access your website at http://money4free.netau.net
Access your website with www. http://www.money4free.netau.net
Website IP address 216.108.235.202
Server name server27.000webhost.com

File Upload Details (learn more)
FTP host name money4free.netau.net
FTP user name a7966632
FTP password *use your password*
File system path /home/a7966632
Folder to upload files public_html
Forgot FTP password? Change account password
Recommended FTP clients SmartFTP or FileZilla
Web File Manager Click here"

1. what is my database type?
2. hostname?
3. database name?

I really want have website and follow your instruction. Thanks

au8ust
March 30, 2009
202.137.142.20

@laointer
ມັນຕິດຕໍ່ຖານຂໍ້ມູນບໍ່ໄດ້ເດີ້ ລອງໃສ່ hostname ເປັນ money4free.netau.net ຖ້າບໍ່ໄດ້ລະໃສ່ localhost ລອງເບິ່ງ

laointer
March 30, 2009
124.100.87.237

I think my database type is mysql, right?
I have tried hostname with money4free.netau.net and localhost but i don't know what is my database name.

What is my database name?

While i transfered data, i missed this information:
administrator/components/
tmp/
templates/
cache/

Please help. If not succeed, is there any other ways to do it. Thanks so much.

au8ust
March 30, 2009
202.137.142.20

Database type ໃສ່ MySQL ຖືກແລ້ວ
ສ່ວນ Hostname ນັ້ນ ບໍ່ແນ່ໃຈວ່າຂອງ 000Webhost ເຂົາໃສ່ແນວໃດ ແຕ່ປົກກະຕິຈະມີບອກໃນໜ້າ Control panel ຂອງ hosting. ສຳລັບ database name ກໍ່ເຊັ່ນດຽວກັນ ເວລາເຮົາສ້າງ database ຈະສາມາດກຳນົດ database name,user name ແລະ password ໃຫ້ໄດ້.

ສ່ວນຂໍ້ມູນທີ່ອັບໂຫຼດບໍ່ຄົບ ອັນມີ cache/ ເປັນຕົ້ນນັ້ນ ໃຫ້ອັບໂຫຼດຂຶ້ນໄປໃໝ່ໃຫ້ຄົບກ່ອນ ບໍ່ດັ່ງນັ້ນຈະມີບັນຫາໃນພາຍຫຼັງໄດ້

laointer
March 30, 2009
124.100.87.237

ຂໍໂທດນຳ ລືມສ້າງ mysql. ດຽວນີ້ສ້າງແລ້ວ ແລະ ໄດ້ຕິດຕັ້ງ ໄປຮອດ ຂັ້ນຕອນສຸດທ້າຍ ແຕ່ເມືອລຶບ installation folder ແລ້ວເຂົ້າບໍ່ໄດ້.

ຂໍຄວາມຊ່ວຍເຫລືອ ອີກແດ່.

au8ust
March 30, 2009
202.137.142.20

ເຂົ້າບໍ່ໄດ້ທີ່ວ່າ ມັນເປັນແນວໃດ

Phong
May 19, 2009
202.62.111.66

ຂໍຄວາມຊ່ວຍເຫລືອຈາກທ່ານແດ່ ຄືຢາກຖາມວ່າເວລາUploand file ສາມາດ up ຂຶ້ນເທື່ອລະ file folderໄດ້ບໍ ຫລືວ່າຕອ້ງ Uploand file ຂຶ້ນweb serverພອ້ມທັງໝົດໃນຄັ້ງດຽວເລີຍ

au8ust
May 19, 2009
202.137.142.20

ອັບແນວໃດກໍໄດ້ ຂໍແຕ່ໄຟລ໌ຂຶ້ນໄປໝົດກໍພໍ

Phong
May 19, 2009
202.62.111.66

ຊັັ້ນເວລາອັບໄຟລຜິດພາດເຮົາກໍ່ສາມາດອັບໄຟຄືນໄໝ່ໄດ້ແມ່ນບໍ່

au8ust
May 19, 2009
202.137.142.20

ໄດ້...........

Phong
May 19, 2009
202.62.111.66

ຖ້າອັບໄຟລຂຶ້ນໄປຊ້ຳກັນເດ ຊິເປັນແນວໃດ້ລະ

au8ust
May 19, 2009
202.137.142.20

1. overwrite
2. resume
3. cancel

Phong
May 19, 2009
202.62.111.66

ຄວນຈະເລືອກວີທີໃດລະ

seng
May 27, 2009
203.113.130.72

i want to about set joomla

kcham
June 05, 2009
67.169.104.176

if anyone I mean ( lao ) can help me build
a website I can help with hosting your website for free just email me at
This e-mail address is being protected from spambots. You need JavaScript enabled to view it

lai
June 15, 2009
202.62.106.29

How to update nameservers

au8ust
June 15, 2009
202.137.142.20

nameserver ບໍ່ກ່ຽວກັບ Joomla! ປານໃດເລີຍ -_-'

lai
June 15, 2009
202.62.106.29

เค้าบอกว่าให้ update name server ไปที่นี่

"ns01.000webhost.com, ns02.000webhost.com "

แต่ไม่รู้ว่าทำไง (เหลือแค่ขั้นนี้จริง ๆ เกือบ work แล้ว

au8ust
June 15, 2009
202.137.142.20

ອັນນັ້ນແມ່ນຂັ້ນຕອນຊີ້ NS ຂອງ domain ທີ່ເຮົາໃຊ້ໄປຫາ host

ຕ້ອງໄປແປງຢູ່ກັບສ່ວນຂອງ domain control panel

lai
June 15, 2009
202.62.106.29

How to update nameservers in domain control pane

lai
June 16, 2009
203.113.130.74

ການທີ່ຈະໃຊ້ເວບເສີບເວືໄດ້ນັ້ນຕ້ອງໄດ້ອາໄສການອັບເດດ ຊື່ຂອງເຊີບເວືກ່ອນ ດັ່ງນັ້ນຈຶ່ງຢາກຖາມທ່ານວ່າ ອັບເດດຊື່ຂອງເສີບເວືໄດ້ດ້ວຍວີທີໄດ?

au8ust
June 16, 2009
202.137.142.20

ຖາມນຳ hosting ເອົາເດີ້

lai
June 19, 2009
203.113.130.72

ການຕັ້ງຊື່ເວບໄຊ ໃນຂັ້ນຕອນການຕິດຕັ້ງບໍ່ຮູ້ວ່າສາມາດປ່ຽນຈາກຊື່ເວັບໄຊທີ່ເຮົາລົງທະບຽນໄວ້ກ່ອນນັ້ນບໍ?

au8ust
June 19, 2009
202.137.142.20

ຕັ້ງແນວໃດກໍໄດ້ຕາມໃຈມັກ

lai
June 19, 2009
203.113.130.71

ໝາຍຄວງມວ່າບໍ່ກ່ຽວກັບ ຊື່ Domain ຫຼືບໍ?

november59
August 02, 2009
61.19.66.119

OMG !!!!! all i wanna know
it's here ^^
thankz

november59
August 02, 2009
61.19.66.119

Linux
man yung???
top duan !!!!

Hak
August 12, 2009
202.137.137.38

ຊ່ວຍແດ່ ຄືວ່າ ຂພຈ ຢາກຕິດຕັ້ງ joomla ແຕ່ພໍມາຮອດຂັ້ນຕອນ
ທີ່ 2 ຄື Pre-installation Check:
Recommended Settings:

Recommended: ທັງໝົດ Off
ສ່ວນວ່າ ໃນຫ້ອງ Actual: Off ໝົດ ຍົກເວັນແຕ່ Display Errors: ເປັນ On ເຊິ່ງມັນຕ້ອງເປັນ Off ທັງໝົດ

ຂ້ອຍຄວນເຮັດແນວໃດເພື່ອ ປິດມັນ ຈາກ On ໃຫ້ເປັນ Off ຄືກັບຕົວອື່ນໆ

ຊ່ວຍແດ່ທ່ານຜູ້ຮູ້ ແລະ ເຄີຍໃຊ້ມາກ່ອນ
ຂອບໃຈລ່ວງໜ້າເດີ

au8ust
August 12, 2009
202.137.142.20

@Hak
ຄລິກໄປຕໍ່ໂລດ ບາງອັນມັນ On ກໍບໍ່ເປັນຫຍັງ

Hak
August 12, 2009
202.137.137.38

ຂອບໃຈ, ຕອນນີ້ ມາຮອດຂັ້ນຕອນການປັບແຕ່ງແລ້ວເມື່ອເຮົາ preview ເບີ່ງການປັບແຕ່ງ ຊຳ້ພັດຂຽນບອກວ່າ:

Warning: Parameter 1 to modMainMenuHelper::build XML() exptected to be a reference, value given in c:xampphtdocsjoomla15librariesjoomlacachhandlercallback.php on line 99

ຂ້ອຍຄວນເຮັດແນວໃດຕໍ່. ຊ່ວມມືໃໝ່ສະໝັກຫຼິ້ນແດ່

au8ust
August 12, 2009
202.137.142.20

ບໍ່ເຄີຍໃຊ້ xampp ບໍ່ຮູ້ມັນມີບັນຫານຳ xampp ບໍ່
ແນະນຳໃຫ້ໃຊ້ AppServ
ໂຫຼດໄດ້ຈາກ http://prdownloads.sourceforge...e?download

Hak
August 12, 2009
202.137.137.38

ຕອນນີ້ຂ້ອຍມາໃຊ້ AppServ ແທນ Xampp ແລ້ວ ແລະ ກຳລັງອັບໂລດ ໄຟລ ຢູ່
ແລະ ໃກ້ຈະແລ້ວໆ ແຕ່ຍັງມີ ໄຟລ ຈຳນວນໜື່ງ ບອກວ່າ failed transfers
ຂ້ອຍຄວນເຮັດແນວໃດກັບໄຟລ ເຫຼົົ່ານັ້ນ

ຊ່ວຍແນະນຳຂ້ອຍອີກຕືມແດ່ວ່ຮຄວນເຮັດແນວໃດຕໍ່ກັບໄຟລ failed transfers ເຫຼົ່ານັ້ນຫຼັງຈາກທີ່ການອັບໂຫຼດສິ້ນສຸດລົງ

au8ust
August 12, 2009
202.137.142.20

ງົງ ໃຊ້ AppServ ຍັງຕ້ອງອັບໂຫຼດອີກຫວາ? ມັນຢູ່ໃນ localhost (ເຄື່ອງໂຕເອງ) ບໍ່ແມ່ນຫວາ? ຊິອັບໂຫຼດເຮັດຫຍັງ ກໍມີແຕ່ແຕກໄຟລ໌ zip ຂອງ joomla ແລ້ວກັອບເຂົ້າໄປໄວ້ໃນ c:AppServwwwjoomla ແລ້ວກໍຕິດຕັ້ງເລີຍ

ສົມມຸດ ສົມມຸດວ່າອັບໂຫຼດຜ່ານ FTP ໄປຫາ host ແທ້ ໆ ແລ້ວມັນເກີດມີ failed transfers ກໍໃຫ້ອັບໂຫຼດຄືນໃໝ່ພວກທີ່ມັນບໍ່ໄດ້ັຫັ້ນ ເພາະໄຟລ໌ທຸກໄຟລ໌ຈຳເປັນ ຂ້າມແລ້ວມັກຈະມີບັນຫາ

Hak
August 12, 2009
202.137.137.38

ແມ່ນແລ້ວມັນຢູ່ໃນ localhost ເພາະວ່າ ບໍ່ຮູ້ ແທ໊ໆ ຫາກໍ່ເລີ່ມໃຊ້
ຄັນຊັ້ນຈະທົດລອງ ຕາມທີ່ແນະນຳ
ຂອບໃຈຫຼາຍໆ

Hak
August 12, 2009
202.137.137.38

ເລີ່ມງົງແລ້ວທ່ານທັງຫຼາຍ ເພາະໜ້າຕາຂອງ Appserv ແຕກຕ່າງຈາກ Xamp
ຊ່ວຍແນະນຳຕື່ມແດ່ວ່າຄວນ ເລີ່ມຈາກໃສເພື່ອເຂົ້າຫາຂັ້ນຕອນຕິດຕັ້ງ ດັ່ງກ່າວນັ້ນ

ຂອບໃຈເດີ

Hak
August 12, 2009
202.137.137.38

ເຂົ້າຫາຂັ້ນຕອນການຕິດຕັ້ງໄດ້ແລ້ວ ແຕ່ພໍໄປຮອດ ຂັ້ນຕອນ
database configuration ຊຳ້ພັດ error ວ່າຊັ້ນ
ມັນເປັນຍ້ອນຫຍັງ ຊ່ວຍແດ່ ທ່ານ

au8ust
August 13, 2009
202.137.142.20

ສ້າງ database ຫຼືຍັງ? ຢູ່ໃນ http://localhost/phpMyAdmin/

Hak
August 13, 2009
202.137.137.38

ຍັງບໍແນ່ໃຈວ່າຕ້ອງສ້າງຫຍັງແດ່
ຊ່ວຍແນະນຳແດ່ທ້ອນ

au8ust
August 14, 2009
202.137.142.20

ສ້າງ database -*-

Hak
August 18, 2009
202.137.137.38

ທ່ານທັງຫຼາຍ ລົບກວນອີກຕື່ມແດ່
ສົມມຸດວ່າຂ້ອຍສ້າງເວັບໄດ້ສ່ວນໃດສ່ວນໜື່ງແລ້ວແຕ່ຕ້ອງການ
publish ລົງໜ້າເວັບຕົວຈິງ ແຕ່ຢາກໃຊ້ free hosting ທົດລອງເບິ່ງກ່ອນນາ ຂັ້ນຕອນຂອງມັນມີແນວໃດແດ່ ແບບວ່າຂ້ອງຢາກທົດລອງເບິ່ງເວັບຂອງຕົນເອງນາວ່າມັນຈະໃຊ້ໄດ້ບໍ່ ຫຼື ທຳນອງນັ້ນແຫຼະ. ຊ່ວຍເຫຼືອຜູ້ຂ້າແທ້ໆເດີທ່ານທັງຫຼາຍເຮີຍ
ຄວາມຮູ້ນ້ອຍແຕ່ສົນໃຈ ແລະ ຢາກລອງໃຊ້ນຳເພິ່ນ
ຊ່ວຍແດ່ ແລະ ຂອບໃຈລ່ວງໜ້າ

au8ust
August 18, 2009
202.137.142.20

ໂອ... ຖາມຍາວ ຕອບກໍຍາວຄືກັນ ໄວ້ຫວ່າງ ໆ ຊິມາຂຽນວິທີໃຫ້ເດີ້

Hak
August 18, 2009
202.137.137.38

ຂອບໃຈລ່ວງໜ້າ
ຈະລໍຖ້າ ຄຳຕອບເດີ ທ່ານ

Hak
August 19, 2009
202.137.137.38

ກຳລັງລໍຖ້າຄຳຕອບຢູ່ເດີທ່ານ ຫວ່າງໆ ຊ່ວຍແນະນຳແດ່

au8ust
August 19, 2009
202.137.142.20

ສົງໄສຊິຕິດຄິວໄປອີກຫຼາຍມື້ ເພາະວ່າຍັງຄ້າງຄິວຂຽນ Kunena ກັບ Video component ຢູ່ອີກ ແນະນຳແບບນີ້ດີກວ່າ

1. ສົມມຸດວ່າສ້າງ Joomla! ໂດຍໃຊ້ AppServ ໃນ Windows ກໍໃຫ້ຈັດການ export ຖານຂໍ້ມູນຜ່ານທາງ phpMyAdmin ໃຫ້ export ໂດຍກຳນົດໄຟລ໌ເປັນ .zip ແລ້ວເກັບມ້ຽນໄວ້.

2. ຫຼັງຈາກນັ້ນໃຫ້ກັອບປີ້ໄຟລ໌ທັງໝົດຂອງ Joomla! ໄວ້ຕ່າງຫາກ ເກັບໄວ້ໃຫ້ດີ.

3. ໄປຊອກ Hosting ຢູ່ໃສກໍໄດ້ຕາມໃຈມັກ ຫຼືຫາກມີປັດໃຈກໍອາດເຊົ່າ Host ໄດ້ໃນ http://punlaohosting.com/

4. ສ້າງ Database ໃນ Hosting ໃໝ່ ຈົດຊື່ຜູ່ໃຊ້, ຊື່ຖານຂໍ້ມູນ ແລະຈົດລະຫັດຂອງ Database ປະໄວ້ນຳ.

5. ອັບໂຫຼດໄຟລ໌ຈາກຂໍ້ 2 ໄປໄວ້ໃນ Hosting ໃໝ່.

6. ຫຼັງຈາກອັບໂຫຼດໄຟລ໌ແລ້ວ ໆ ໃຫ້ແກ້ໄຂ configuration.php ໃນ Hosting ໂດຍລະບຸ var $user = ''; ເປັນ username ໃໝ່ຂອງ database ແລະ var $password = ''; ເປັນລະຫັດຜ່ານໃໝ່ຂອງ database ຮວມເຖິງ var $db = ''; ນຳ

7. ໃຫ້ເຂົ້າໄປ phpMyAdmin ຂອງ Hosting ແລ້ວ Import ເອົາໄຟລ໌ .ZIP ທີ່ສ້າງມາໃນຂໍ້ 1 ເຂົ້າໄປ.

8. ເຂົ້າໄປ FTP Client ແລ້ວແກ້ໄຂ permission (CHMOD) ຂອງໄຟລ໌ ແລະໂຟນເດີຕ່າງ ໆ ໃຫ້ຮຽບຮ້ອຍດັ່ງທີ່ໄດ້ລະບຸໃນວິທີການຕິດຕັ້ງໃນບົດນີ້.

9. ຫຼັງຈາກແລ້ວໝົດແລ້ວຕັ້ງແຕ່ຂໍ້ 1 ຮອດຂໍ້ 8 ໃຫ້ເຂົ້າເວັບໃໝ່ໃນ Host ໃໝ່ເບິ່ງວ່າໄດ້ຫຼືຍັງ ຖ້າບໍ່ມີຫຍັງຜິດພາດ ກໍຈະພົບວ່າ ສາມາດເຂົ້າເວັບໄດ້ແລ້ວ ແລະການຍ້າຍ ສຳເລັດຮຽບຮ້ອຍ.

10. ຖ້າເຂົ້າບໍ່ໄດ້ ຂຶ້ນ Error ໃຫ້ອ່ານເບິ່ງວ່າມັນບອກວ່າຫຍັງ ແລະຈັດການແກ້ໄຂໄປຕາມນັ້ນ ຫຼືມາບອກ Error message ໃນນີ້.

11. ຖ້າຍັງບໍ່ໄດ້ອີກ ໃຫ້ອ່ານຄືນຕັ້ງແຕ່ຂໍ້ 1 ຮອດຂໍ້ 8 ແລ້ວເຮັດຄືນໃໝ່ບໍ່ໃຫ້ຜິດພາດ ເພາະຜູ່ຂຽນເຊື່ອວ່າ ຖ້າເຮັດບໍ່ໄດ້ 90% ເປັນຍ້ອນ user error.

12. ຢຸດອ່ານແລ້ວໄປປະຕິບັດ.

ຈົບ

Hak
August 19, 2009
202.137.137.38

ຂອບໃຈ ຫຼາຍໆ ດຽວຈະນຳໄປປະຕິບັດຕາມຄຳແນະນຳ
ເປັນແນວໃດຈະລົບກວນອີກໃໝ່

irozajoomla
August 26, 2009
202.137.151.2

ລອງອະທິບາຍໜ້ອຍໜຶ່ງກັບ CHMOD ຕື່ມໃຫ້ແນ່

“CHMODing

ເມື່ອອັບໂຫລດໄປຈົນຄົບຫມົດແລ້ວ ຂັ້ນຕອນຕໍ່ໄປຄືການ CHMOD ໃຫ້ກັບໄຟລ໌ ແລະໂຟນເດີຂອງ Joomla!”

ຕ້ອງເຮັດໃນເບື້ອງຕົ້ນເລີຍບໍ່

chit
August 27, 2009
202.62.103.57

ແມ່ນແລ້ວທ່ານ ເມື່ອອັບໂຫລດໄປຈົນຄົບຫມົດແລ້ວກໍ່ເລີ່ມ CHMOD ໄຟລ໌ ຕ່າງໆນັ້ນກ່ອນອື່ນໝົດ ຕາມທີ່ເພິ່ນບອກໄວ້ຂ້າງເທິງນັ້ນເລີຍ.
ແລະ ການ CHMOD ໄຟລ໌ ແລະ ໂຟນເດີໃຫ້ເປັນ 777 ນັ້ນກໍ່ເພື່ອໃຫ້ໄຟລ໌ Joomla! ທີ່ເຮົາອັບຂື້ນໄປນັ້ນສາມາດໃຊ້ງານໄດ້ເຕັມສ່ວນ ກະຄື ສາມາດຂຽນທັບ, ລົບ, ແກ້ໄຂ ໄຟລ໌ຕ່າງໄດ້ຕາມໜ້າວຽກ

pt
October 07, 2009
202.62.106.33

ຂ້ອຍຕັ້ງ Joomla ໃສ່ເຄື່ອງໜື່ງແລ້ວເຂົ້າໄປຫຼີ້ນອີກເຄື່ຶອງໜື່ງຄືບໍ່ໄດ້ທັງໆທີວ່າຄອມສອງໜ່ວຍນັ້ນສາມາດ Share ຂໍ້ມູນໃຫ້ກັນໄດ້ໜ (ທ່ານໃດມີວິທີແກ້ໄຂ ກະລຸນາບອກແດ່)ຂອບໃຈ....

au8ust
October 08, 2009
202.137.142.20

ປຶກສາໃນ laozaa.com ເບິ່ງເດີ້ທ່ານ pt

soulinekham
October 30, 2009
117.8.189.243

ບາຍດີ ອ້າຍນີນ ຂໍຖາມແດ່
ຫລັງຈາກທີອັບໂຫລດໄຟຂອງ joomla ແລ້ວແລ້ວ ແລ້ວ
ອ້າຍນີນບອກໃຫ້ ໃຫ້ເປີດ Web browser ຂຶ້ນມາ ແລ້ວເປີດໄປທີ່ URL ຂອງເວັບໄຊທີ່ທ່ານອັບໂຫລດ ເປີດຂື້ນມາ URL ແມ່ນໂຕຂອງ FTP Server ຫັ້ນບໍ່?
ຂອບໃຈ(ນ້ອງໃໝ່ຍັງບໍ່ຮູ້ຫຍັງ)

au8ust
October 30, 2009
202.137.142.20

URL ແມ່ນ URL ຂອງເວັບ ເຊັ່ນວ່າ http://something.com ກໍວ່າກັນໄປ

FTP ຕ່າງຫາກ ເຊັ່ນ ftp.something.com ຫຼືອາດເປັນ IP

mxn
December 21, 2009
221.213.47.70

ໂອ້...ອ້າຍນີນຕອບກະທູ້ແຕ່ລະອັນນີ້ຖຶກໃຈຫລາຍ ຊ່າງຈິດໃຈດີແທ້ໆ ຂໍສັນລະເສີນເດີ

ສ.ສຸລິຍັນ
January 06, 2010
202.144.190.130

1 ອັບໂຫຼດຂຶ້ນໄປແລ້ວຟາຍບໍ່ຄົບ ເຮັດແນວໃດ?
2. ຖ້າຂ້ອຍອັບໃໝ່ໄດ້ແລ້ວຊິເຂົ້າໄປຕັ້ງຈັ່ງໃດ,(ໃສ່url ຂອງເວັບທີ່ອັບໂຫຼດໃສ່ຈັ່ງໃດ? ຂ້ອຍໄຊ້ Hosting ຂອງ 000webhosting.com
ຊິໃສ່ຈັ່ງໃດ?
3. ນີ໊ບໍ່ແມ່ນຄຳຖາມແຕ່ເປັນຄຳຂອບໃຈລ່ວງໜ້າທີ່ຕອບໃຫ້!

au8ust
January 06, 2010
202.137.147.50

@ສ.ສຸລິຍັນ

1. ອັບໂຫລດບໍ່ຄົບ ກໍອັບຕໍໃຫ້ຄົບ ກົດ retry upload ເບິ່ງ.

2. ອັບໃນ FileZilla ແມ່ນບໍ່? ເວລາມັນ failed ມັນຈະໄປຢູ່ແຖບທີສອງ ລອງໄປກວດເບິ່ງ.

ສ.ສຸລິຍັນ
January 06, 2010
202.144.190.130

ຂອງຂ້ອຍບໍ່ເຫັນມີໂຟນເດີ້ພວກນີ້ເລີຍ ບໍ່ແມ່ນຂ້ອຍຫຼົງລືບມັນຫວາ ເຮັດແນວໃດ? *(/htdocs/ ຫຼື /public_html/ ເປັນຕົ້ນ ຫາກຈະຕິດຕັ້ງເປັນ sub directory ເຊັ່ນ http://domain.tld/joomla/ ກໍ່ໃຫ້ອັບໂຫລດໄປໄວ້ໃນ /htdocs/joomla/ ຫຼື /public_html/joomla/)

au8ust
January 06, 2010
202.137.147.50

ອ້າວ ແລ້ວມີຫຍັງແດ່ລະ?

ສ.ສຸລິຍັນ
January 06, 2010
202.144.190.130

ບໍ່ມີຫຍັງເລຍ ມີແຕ່ (....ຮູບໂຟນເດີເປີດສີເຫຼືອງໆ,/)ລະກະບໍ່ມີຫຍັງຕໍ່ອີກ

au8ust
January 06, 2010
203.146.249.228

ມື້ກີ້ລອງໄປສະໝັກເບິ່ງແລ້ວ path ຂອງ 000webhost ຈະເປັນແບບ /home/a2614974 ກໍເຂົ້າໄປໂຟນເດີ /home/ ແລ້ວໄປ /a2614974 ນັ້ນລະ public_html ຂອງ 000webhost

ສ.ສຸລິຍັນ
January 06, 2010
202.144.190.130

ຖ້າມັນມີຟາຍຄືກັນເດ ໂອເວີ້ໄວຼ້ ມັນເລີຍຫວາ

au8ust
January 06, 2010
202.137.147.50

ພວກໄຟລ໌ index ໃຫ້ overwrite ໂລດ

ສ.ສຸລິຍັນ
January 06, 2010
202.144.190.130

ຊື່ຟາຍມັນແມ່ນ CHANGELOG.php

au8ust
January 06, 2010
202.137.147.50

ສົງໄສເປັນໄຟລ໌ຂອງ Joomla! ທີ່ອັບໂຫລດຂຶ້ນໄປກ່ອນ

ເຮັດແບບນີ້ດີກວ່າ ລຶບໂຟນເດີອອກແລ້ວສ້າງໃຫມ່ ແລ້ວຄ່ອຍອັບໂຫລດໄປໃຫມ່ເພື່ອບໍ່ໃຫ້ສັບສົນ ແບບນີ້ດີກວ່າ ແຕ່ຊອກເນັດໄວໜ້ອຍນຶ່ງ ມັນຈຶ່ງແລ້ວໄວ

ສ.ສຸລິຍັນ
January 06, 2010
202.144.190.130

ບໍ່ຕ້ອງຫ່ວງເລື່ອງຄວາມໄວເນັດ....ແຕ່ມັນອັບໄປບໍ່ໄດ້ສາມອັນລະນິ
ຍັງເຫຼືອປະມານ 3300ກວ່າຟາຍ

n!x
January 26, 2010
202.137.133.162

ໃນການສ້າງ database ແຕ່ເວັບຈຳເປັນຈະຕ້ອງມີ database ຂອງໃຜມັນຫວະ ຫລື ສາມາດໃຊ້ຮ່ວມກັນໄດ້ ?

au8ust
January 26, 2010
202.137.147.50

ຖ້າຕັ້ງ CMS ດຽວກັນໃນ Database ດຽວກັນ ຄວນປ່ຽນ prefix ຂອງຖານຂໍ້ມູນ ເຊັ່ນວ່າ jos_ ກໍປ່ຽນເປັນ jos2_ ເປັນຕົ້ນ

ແຕ່ປົກກະຕິ ຄວນໃຊ້ຖານຂໍ້ມູນແຍກກັນ ແຕ່ຢ່າງໃດກໍຕາມ ບາງຄັ້ງ ໃນບາງ host ຈະຈຳກັດວ່າບໍ່ໃຫ້ສ້າງ database ເກີນເທົ່າໃດ ກໍຕ້ອງໃຊ້ database ດຽວກັນ ແຕ່ປ່ຽນ prefix ແທນ

tina
January 26, 2010
203.110.66.44

ສະບາຍດີ au8ust ເຮົາຢາກຖາມເລື່ອງໜຶ່ງໄດ້ບໍ ຄືເຮົາສົນໃຈຢາກເອົາເວັບຂຶ້ນໄປ host ໄວ້ທີ່ 000webhost.com ແຕ່ວ່າລົງທະບຽນບໍໄດ້, ເວລາລົງທະບຽນໄປແລ້ວຈະມີຄໍາຖາມຂຶ້ນມາໃຫ້ໃສ່ຊື່ເຕັ້ມຂອງ .cc ເຮົາບໍ່ຮູ້ວ່າ .cc ຫຍໍ້ມາຈາກໄສ ລົບກວນ au8ust ບອກແນ່ໄດ້ບໍ.......
ຂອບໃຈລ່ວງໜ້າ...

au8ust
January 26, 2010
202.137.147.50

ຄືວ່າບໍ່ໃສ່ກໍໄດ້ຕິ ຖ້າບໍ່ໃສ່ແລ້ວຈະໄດ້ຊື່ subdomain ແທນ ເຊັ່ນວ່າ site.site90.com ແມ່ນຫຍັງແບບນີ້

ເອົາໄວ້ຫວ່າງໆ ຈະຂຽນວິທີ 000webhost ໃຫ້ເດີ

n!x
February 06, 2010
202.137.133.224

ຮອດຂັ້ນຕອນທີ 4 ຂອງການຕິດຕັ້ງແລ້ວກົດ next ບໍ່ໄປ - -

n!x
February 08, 2010
202.137.133.96

http://img.laoupload.com/image...038628.jpg
ໂຕນີ້ເປັນສ່ວນ Recommended Settings ຕິດໂທດແດງຢູ່ 2 ອັນ ໄປປັບຢູ່ສ່ວນໃດ ?

au8ust
February 08, 2010
202.137.142.20

ຢ່າມັນ ຂ້າມໄປໂລດ

n!x
February 09, 2010
202.137.133.113

ຮອດຂັ້ນຕອນລະບຸຂໍ້ມູນ Database ແລ້ວມັນກົດ Next ບໍ່ໄປ..

au8ust
February 09, 2010
202.137.142.20

ສົງໄສອັບໂຫລດໄຟລ໌ບໍ່ຄົບ ຫຼືອັບໂຫລດໄປລະມັນ corrupt ເຊິ່ງຕ້ອງໄດ້ອັບໃໝ່ ="=


ຂຽນຄຳເຫັນກ່ຽວກັບເລື່ອງນີ້
 
  ຫຍໍ້ເຂົ້າ | ຂະຫຍາຍອອກ
 

busy
 

JoomlaLao.com | ກ່ຽວກັບຈູມລ່າລາວ.ຄອມ

JoomlaLao.com ເປັນເວັບທີ່ຂຽນອຸທິດຂຶ້ນເພື່ອໃຫ້ຄົນທີ່ສົນໃຈ ທີ່ຈະຮຽນໃຊ້ Joomla! CMS ໄດ້ມີໂອກາດຮຽນຮູ້ການໃຊ້ງານເບື້ອງຕົ້ນ ລະດັບກາງ ແລະຂັ້ນສູງຂອງ Joomla! ເນື້ອຫາ ແລະຮູບພາບ ໃດ ໆ ໃນເວັບໄຊແຫ່ງນີ້ ສະຫງວນຫ້າມບໍ່ໃຫ້ນຳໄປໃຊ້ໃນບ່ອນອື່ນໂດຍບໍ່ໄດ້ຮັບອານຸຍາດເປັນລາຍລັກອັກສອນ.