ການປັບແຕ່ງເບື້ອງຕົ້ນ Print E-mail
Written by au8ust   
Monday, 25 August 2008 13:50

ຫຼັງຈາກຈັດການຕິດຕັ້ງຈູມລ່າຮຽບຮ້ອຍແລ້ວ ກໍ່ໄດ້ເວລາປັບແຕ່ງເວັບໄຊຈູມລ່າຂອງເຮົາໃຫ້ໄດ້ດັ່ງທີ່ໃຈຕ້ອງການ

ການປັບແຕ່ງ Joomla! ເກືອບທັງຫມົດນັ້ນ ສາມາດເຮັດໄດ້ຜ່ານ Administrator Panel ເຊິ່ງສາມາດເຂົ້າໄດ້ທາງ http://domain.tld/administrator/

ຄຳວ່າ domain.tld ໃຫ້ແທນທີ່ດ້ວຍຊື່ domain ແລະ tld ຂອງທ່ານເອງ ເຊັ່ນສົມມຸດຊື່ເວັບທ່ານແມ່ນ learningwares.com ກໍ່ໃສ່ເປັນ http://learningwares.com/administrator/ ເປັນຕົ້ນ

 ເມື່ອເຂົ້າໄປແລ້ວ ລະບົບກໍ່ຈະຖາມຊື່ ແລະລະຫັດຜ່ານເຊິ່ງເຮົາໄດ້ໃສ່ໄວ້ຕອນຕິດຕັ້ງຄັ້ງທຳອິດນັ້ນເອງ ກໍ່ຈັດການໃສ່ໄປຕາມນັ້ນແລະຄລິກ Login.

ເມື່ອໃສ່ຊື່ແລະລະຫັດຜ່ານຖືກຕ້ອງແລ້ວ ກໍ່ຈະເຂົ້າມາຫນ້າຈໍຫລັກຂອງຜູ້ເບິ່ງແຍງລະບົບເຊິ່ງໃນນີ້ຈະມີເມນູຕ່າງ ໆ ສຳລັບຈັດການເວັບໄຊຈູມລ່າຂອງເຮົາຢ່າງຄົບຖ້ວນ ໂດຍແຍກເປັນສັດສ່ວນ ແລະຫົວຂໍ້ຫລັກເພື່ອໃຫ້ສາມາດເຂົ້າເຖິງໄດ້ງ່າຍດັ່ງນີ້:

  1. Site - ເຂົ້າສູ່ໜ້າຈໍຫຼັກຂອງຜູ້ເບິ່ງແຍງລະບົບ, ຈັດການກ່ຽວກັບຜູ້ໃຊ້ ແລະໄຟລ໌ໃນລະບົບ, ປັບແຕ່ງຄ່າທົ່ວໄປ.
  2. Menus - ຈັດການ ແລະແກ້ໄຂເມນູຕ່າງ ໆ ພາຍໃນເວັບ.
  3. Content - ສ້າງ ຫຼືລຶບເນື້ອຫາ, ບົດຄວາມ, ໝວດໝູ່ຕ່າງ ໆ ໃນເວັບ.
  4. Components - ໂຄສະນາ, ໜ້າຕິດຕໍ່, ດຶງຂ່າວ, ແບບສຳຫຼວດ, ຊອກຫາ ແລະເຊື່ອມໂຍງຫາເວັບໄຊອື່ນ ໆ.
  5. Extensions - ຕິດຕັ້ງເພີ່ມ ແລະຈັດການສ່ວນເສີມ ພ້ອມທັງຮູບແບບໜ້າຕາເວັບ ແລະພາສາໄດ້ຈາກສ່ວນນີ້.
  6. Tools - ເຄື່ອງມືຕ່າງ ໆ ເຊັ່ນອ່ານຂໍ້ຄວາມຫລັງໄມ, ສົ່ງອີເມລຈຳນວນຫຼາຍ, ກວດສອບລະບົບ ແລະລ້າງ cache.
  7. Help - ໜ້າຊ່ວຍເຫລືອ.

ເມນູຕ່າງ ໆ ເຫລົ່ານີ້ ຈະມີເມນູແຍກຍ່ອຍລົງໄປອີກ ເພື່ອສະດວກໃນການເຂົ້າເຖິງ ເຊິ່ງຜູ້ເບິ່ງແຍກເວັບໄຊສາມາດເຂົ້າໄປຈັດການໄດ້ຕະຫຼອດເວລາຜ່ານໜ້າເວັບ ບໍ່ຈຳເປັນຕ້ອງເຮັດໃຫ້ແລ້ວ ໆ ຄ່ອຍອັບໂຫລດຂຶ້ນໄປແບບວິທີສ້າງເວັບແບບເກົ່າ.

ຂັ້ນຕໍ່ໄປໃຫ້ຄລິກໄປທີ່ເມນູ Global Configuration ເພື່ອປັບແຕ່ງການຕັ້ງຄ່າທົ່ວໄປໃຫ້ກັບເວັບໄຊ.

ເມື່ອເຂົ້າມາແລ້ວກໍ່ຈະພົບກັບໜ້າຈໍດັ່ງຂ້າງເທິງ. ໃນໜ້າຈໍນີ້ ຈະແບ່ງອອກເປັນ ໓ ແຖບຄື Site, System ແລະ Server ຕາມລຳດັບ ກໍ່ມາເບິ່ງກັນເທື່ອລະຢ່າງເລີຍ.

ທຳອິດແມ່ນແຖບ Site ໃນແຖບນີ້ ຈະມີຕົວເລືອກສຳລັບແກ້ໄຂການຕັ້ງຄ່າຄື:

  1. Site Offline - ເລືອກວ່າຈະໃຫ້ເວັບໄຊເຮົາເປີດໃຊ້ວຽກໄດ້ ຫຼືວ່າຢູ່ໃນລະຫວ່າງປັບປຸງ.
  2. Offline Message - ຂໍ້ຄວາມທີ່ຈະປະກົດເມື່ອເວັບໄຊຢູ່ໃນລະຫວ່າງປັບປຸງ  ເຊິ່ງຂໍ້ຄວາມນີ້ຈະບໍ່ປະກົດຫາກວ່າຂໍ້ ໑ ບໍ່ໄດ້ເລືອກໄວ້ໃຫ້ເປັນ Yes.
  3. Site Name - ຊື່ຂອງເວັບໄຊ, ບ່ອນນີ້ໃຫ້ໃສ່ເປັນຊື່ຂອງເວັບເຮົາເອງ.
  4. Default WYSIWYG Editor - ເລືອກໂຕຂຽນເນື້ອຫາໃນເວັບ ຂໍ້ນີ້ແນະນຳໃຫ້ໃຊ້ TinyMCE 2.0 ເພາະງ່າຍຕໍ່ການໃຊ້.
  5. List Length - ເລືອກວ່າຈະໃຫ້ສະແດງລາຍການຕ່າງ ໆ ໃນ Administrator Panel ເປັນຈຳນວນເທົ່າໃດ.
  6. Feed length - ຈຳນວນຂອງເນື້ອຫາທີ່ດຶງມາຈາກ RSS Feed ວ່າຕ້ອງການໃຫ້ມີຈັກອັນ.
  7. Global Site Meta Description - ຄຳອະທິບາຍເວັບ ຂໍ້ນີ້ຈະມີຜົນກັບ SEO ເຊິ່ງຈະໄດ້ອະທິບາຍເພີ່ມເຕີມໃນໝວດຂັ້ນສູງ.
  8. Global Site Meta Keywords - ຄຳທີ່ກ່ຽວກັບເວັບໄຊຂອງເຮົາ ຫຼືເອີ້ນວ່າ keyword ເຊິ່ງມີຜົນໂດຍກົງກັບ SEO ເຊັ່ນດຽວກັນ.
  9. Show Title Meta Tag - ລະບຸວ່າຕ້ອງການໃຫ້ສະແດງຫົວຂໍ້ຂອງບົດຄວາມໃນໜ້າບົດຄວາມໃດໜຶ່ງຫຼືບໍ່ ຂໍ້ນີ້ກໍ່ກ່ຽວກັບ SEO.
  10. Show Author Meta Tag - ລະບຸວ່າຈະໃຫ້ສະແດງຊື່ຂອງຜູ້ຂຽນບົດຄວາມໃນໜ້າບົດຄວາມໃດໜຶ່ງຫຼືບໍ່ ເຊິ່ງຈະສະແດງໃນ meta tag ໂດຍມີຜົນກັບ SEO.
ຫລັງຈາກທີ່ປັບແຕ່ງຄ່າຕ່າງ ໆ ຈົນພໍໃຈແລ້ວ ກໍ່ໃຫ້ຄລິກທີ່ Apply ເພື່ອບັນທຶກຄວາມປ່ຽນແປງ ແລະກັບມາໜ້າເກົ່ານີ້ ຫຼືຄລິກ Save ເພື່ອບັນທຶກຄວາມປ່ຽນແປງ ແລະກັບໄປໜ້າທຳອິດຂອງໜ້າຈໍຜູ້ເບິ່ງແຍງລະບົບ. ຫາກບໍ່ຕ້ອງການບັນທຶກຄ່າໃດ ໆ ທີ່ໄດ້ເລືອກໄວ້ ໃຫ້ຄລິກ Close ແທນ.

ຕໍ່ໄປກໍ່ໃຫ້ຄລິກໄປທີ່ແຖບ System ໃນແຖບນີ້ຈະເປັນການຕັ້ງຄ່າກ່ຽວກັບລະບົບໂດຍກົງ ເຊິ່ງມີຄວາມສຳຄັນຫຼາຍ ຫາກບໍ່ແນ່ໃຈບໍ່ຄວນໄປຕັ້ງຄ່າ ເພາະອາດສົ່ງຜົນໃຫ້ບໍ່ສາມາດເຂົ້າເວັບໄດ້. ໃນໜ້າຈໍນີ້ຈະມີ:

  1. Secret Word - ເປັນລະຫັດລັບທີ່ຖືກສ້າງຂຶ້ນໂດຍອັດຕະໂນມັດເມື່ອຕິດຕັ້ງ Joomla! ໃຊ້ໄວ້ສຳລັບລະບົບຄວາມປອດໄພ.
  2. Path to Log folder - path ສຳລັບການເກັບຂໍ້ມູນ log.
  3. Enable Web Services - ເປີດໃຊ້ລະບົບ RPC ເພື່ອໃຫ້ສາມາດສົ່ງຂໍ້ມູນຈາກພາຍນອກເຂົ້າມາໄດ້.
  4. Help Server - ສູນຂໍ້ມູນຂອງຂໍ້ມູນຊ່ວຍເຫລືອ.
  5. Allow User Registration - ອະນຸຍາດໃຫ້ມີການສະມັກສະມາຊິກໃນເວັບໄດ້ຫຼືບໍ່.
  6. New User Registration Type - ຫາກອະນຸຍາດໃຫ້ສະມັກສະມາຊິກໄດ້, ລະບຸວ່າ ເມື່ອສະມັກສະມາຊິກແລ້ວ ຈະໄດ້ຢູ່ໃນຂັ້ນໃດ ເຊັ່ນ ສະມາຊິກທົ່ວໄປ, ຜູ້ຂຽນບົດຄວາມ, ຫຼື ບ.ກ. ເປັນຕົ້ນ.
  7. New User Account Activation -ລະບຸວ່າ ຕ້ອງການໃຫ້ຢືນຢັນການສະມັກສະມາຊິກຜ່ານອີເມລບໍ່ ຂໍ້ນີ້ໃຊ້ປ້ອງກັນການສະມັກສະມາຊິກຂອງໂປຣແກຣມອັດຕະໂນມັດ.
  8. Front-end User Parameters - ລະບຸວ່າຕ້ອງການໃຫ້ສະມາຊິກສາມາດເລືອກຄ່າຕ່າງ ໆ ເຊັ່ນພາສາ ຫຼືໂຕຂຽນ ໄດ້ບໍ່.
  9. Legal Extensions (File Types) - ກຳນົດປະເພດຂອງໄຟລ໌ທີ່ອະນຸຍາດໃຫ້ອັບໂຫລດຂຶ້ນມາໃນເວັບໄຊໄດ້.
  10. Maximum Size (in bytes) - ກຳນົດຂະໜາດຂອງໄຟລ໌ທີ່ອະນຸຍາດໃຫ້ອັບໂຫລດຂຶ້ນມາໄດ້ ໂດຍນັບຫົວໜ່ວຍເປັນ Byte.
  11. Path to Media Folder - path ຂອງໄຟລ໌ຂໍ້ມູນເຊັ່ນຮູບພາບ ຫຼືໄຟລ໌ສຽງຕ່າງ ໆ.
  12. Path to Image Folder - path ຂອງໄຟລ໌ຮູບພາບໂດຍກົງ, path ນີ້ຕ້ອງຢູ່ພາຍໃນ images/stories ເທົ່ານັ້ນ
  13. Restrict Uploads - ລະບຸວ່າ ຕ້ອງການຈະຫ້າມບໍ່ໃຫ້ອັບໂຫລດໄຟລ໌ທີ່ບໍ່ອະນຸຍາດຫຼືບໍ່, ສ່ວນນີ້ມີຜົນຕໍ່ລະບົບຄວາມປອດໄພ ປ້ອງກັນບໍ່ໃຫ້ສະມາຊິກອັບໂຫລດໄຟລ໌ ທີ່ອາດເປັນອັນຕະລາຍຂຶ້ນມາເທິງເວັບໄດ້.
  14. Check MIME Types - ກວດສອບປະເພດຂອງ MIME ວ່າກົງກັບນາມສະກຸນໄຟລ໌ຫຼືບໍ່  ເປັນລະບົບຮັກສາຄວາມປອດໄພຢ່າງໜຶ່ງ.
  15. Legal Image Extensions (File Types) - ປະເພດຂອງຮູບພາບທີ່ອະນຸຍາດໃຫ້ອັບໂຫລດໄດ້ ໃສ່ເປັນນາມສະກຸນຂອງໄຟລ໌ເຊັ່ນ: jpg, bmp, png, gif ເປັນຕົ້ນ.
  16. Ignored Extensions - ລະບຸຂໍ້ຍົກເວັ້ນສຳລັບໄຟລ໌ທີ່ມີນາມສະກຸນຕໍ່ໄປນີ້ ບໍ່ຕ້ອງກວດສອບ MIME.
  17. Legal MIME Types - ປະເພດຂອງ MIME ທີ່ອະນຸຍາດ.
  18. Illegal MIME Types - ປະເພດຂອງ MIME ທີ່ບໍ່ອະນຸຍາດໃຫ້ອັບໂຫລດໄດ້.
  19. Enable Flash Uploader - ເລືອກວ່າຕ້ອງການເປີດໃຊ້ລະບົບອັບໂຫລດແບບ Flash ຫຼືບໍ່, ໂດຍທົ່ວໄປແລ້ວຄວນຈະເປີດໃຊ້ ເພາະສາມາດອັບໂຫລດໄດ້ຫຼາຍ ໆ ໄຟລ໌ໃນຄັ້ງດຽວ ເພີ່ມຄວາມສະດວກເວລາຕ້ອງການອັບໂຫລດ.
  20. Debug System - ເລືອກວ່າຈະເປີດໃຊ້ລະບົບ Debug ບໍ່, ລະບົບນີ້ຊ່ວຍໃນການວິນິໃສຄວາມຜິດພາດທີ່ອາດຈະເກີດຂຶ້ນໃນເວັບໄຊ.
  21. Debug Language - ພາສາຂອງການ Debug ທີ່ຕ້ອງການໃຊ້.
  22. Cache - ເປີດໃຊ້ລະບົບ Cache ເຊິ່ງລະບົບນີ້ຊ່ວຍຫລຸດຜ່ອນການດຶງຂໍ້ມູນຈາກຖານຂໍ້ມູນ ແຕ່ໄປໃຊ້ການດຶງຂໍ້ມູນຈາກໄຟລ໌ທີ່ສ້າງໄວ້ຊົ່ວຄາວແທນ ເຮັດໃຫ້ສາມາດເຂົ້າເວັບໄດ້ໄວຂຶ້ນໃນກໍລະນີທີ່ເປັນເວັບທີ່ມີຄົນໃຊ້ຫຼາຍ ໆ.
  23. Cache Time - ໄລຍະເວລາທີ່ເກັບ cache ໄວ້.
  24. Cache Handler - ວິທີການເກັບ Cache.
  25. Session Lifetime - ໄລຍະເວລາກ່ອນຈະລະບຸໃຫ້ຜູ້ໃຊ້ໜຶ່ງ ໆ ອອກຈາກລະບົບເມື່ອຜູ້ໃຊ້ນັ້ນບໍ່ໃຊ້ງານເວັບໄຊ.
  26. Session Handler - ເລືອກວ່າໃຫ້ກວດສອບໄລຍະເວລາໃນ Session Lifetime ເປັນແບບໃດ.
ການຕັ້ງຕ່າໃນແຖບ System ນີ້ຫາກບໍ່ຈຳເປັນບໍ່ຄວນໄປປັບຫຼິ້ນ ດັ່ງທີ່ໄດ້ນຳສະເໜີໄປກ່ອນໜ້ານີ້ແລ້ວວ່າ ເປັນຄ່າຂອງລະບົບ ອາດຈະເຮັດໃຫ້ເວັບໄຊເປັນອຳມະພາດໄປເລີຍກໍ່ເປັນໄດ້ ຈຶ່ງເໝາະສຳລັບຜູ້ຊ່ຽວຊານເທົ່ານັ້ນ.

ແຖວຕໍ່ມາ ມາທີ່ແຖບສຸດທ້າຍແລ້ວຄື Server, ໃນແຖບນີ້ກໍ່ຍັງຄົງມີການຕັ້ງຄ່າທີ່ສຳຄັນ ໆ ຂອງຈູມລ່າເຊັ່ນກັນ:

  1. Path to Temp-folder - path ຂອງໂຟນເດີສຳລັບເກັບຂໍ້ມູນຊົ່ວຄາວ.
  2. GZIP Page Compression - ລະບຸວ່າຈະເປີດໃຊ້ການບີບອັດຂໍ້ມູນແບບ GZIP ຫຼືບໍ່, ສ່ວນນີ້ມີຜົນໃຫ້ຕໍ່ການເຂົ້າເຖິງໜ້າເວັບໃຫ້ໄວຂຶ້ນ ແຕ່ Hosting ບາງບ່ອນອາດຈະບໍ່ສາມາດໃຊ້ຄວາມສາມາດນີ້ໄດ້.
  3. Error Reporting - ການລາຍງານຂໍ້ຜິດພາດຕ່າງ ໆ ທີ່ອາດຈະເກີດຂຶ້ນ, ສາມາດລະບຸເປັນຂັ້ນຕ່າງ ໆ ໄດ້ເຊັ່ນ ບໍ່ຕ້ອງລະບຸເລີຍ ຫຼືລະບຸແບບລະອຽດທີ່ສຸດ ເປັນຕົ້ນ.
  4. Time Zone -ເຂດເວລາທີ່ຕ້ອງການ, ສ່ວນນີ້ໂດຍປົກກະຕິແລ້ວຫາກຢູ່ລາວ ໃຫ້ໃຊ້ UTC +7:00
  5. Enable FTP - ເປີດໃຊ້ລະບົບ FTP ໂດຍອະນຸຍາດໃຫ້ຈູມລ່າໃຊ້ໄດ້ເອງເລີຍ.
  6. FTP Host - ຫາກກຳນົດ Enable FTP ເປັນ Yes ແລ້ວ ຕ້ອງກຳນົດ FTP Host ໃຫ້ນຳ, ສອບຖາມໄດ້ຈາກຜູ້ໃຫ້ບໍລິການ Hosting ທີ່ທ່ານໃຊ້ຢູ່.
  7. FTP Port - ຫາກກຳນົດ Enable FTP ເປັນ Yes ແລ້ວ ຕ້ອງກຳນົດ FTP Port ໃຫ້ນຳ, ສອບຖາມໄດ້ຈາກຜູ້ໃຫ້ບໍລິການ Hosting ທີ່ທ່ານໃຊ້ຢູ່.
  8. FTP Username - ຫາກກຳນົດ Enable FTP ເປັນ Yes ແລ້ວ ຕ້ອງກຳນົດ FTP Username ໃຫ້ນຳ, ສອບຖາມໄດ້ຈາກຜູ້ໃຫ້ບໍລິການ Hosting ທີ່ທ່ານໃຊ້ຢູ່.
  9. FTP Password - ຫາກກຳນົດ Enable FTP ເປັນ Yes ແລ້ວ ຕ້ອງກຳນົດ FTP Password ໃຫ້ນຳ, ສອບຖາມໄດ້ຈາກຜູ້ໃຫ້ບໍລິການ Hosting ທີ່ທ່ານໃຊ້ຢູ່.
  10. FTP Root - ຫາກກຳນົດ Enable FTP ເປັນ Yes ແລ້ວ ຕ້ອງກຳນົດ FTP Root ໃຫ້ນຳ, ສອບຖາມໄດ້ຈາກຜູ້ໃຫ້ບໍລິການ Hosting ທີ່ທ່ານໃຊ້ຢູ່.
  11. Database Type - ປະເພດຂອງຖານຂໍ້ມູນ.
  12. Hostname - Host ຂອງຖານຂໍ້ມູນ.
  13. Username - ຊື່ username ຂອງຖານຂໍ້ມູນ.
  14. Database - ຊື່ database ຂອງຖານຂໍ້ມູນ.
  15. Database Prefix - ຄຳນຳໜ້າຂອງຖານຂໍ້ມູນ.
  16. Mailer - ລະບົບສົ່ງອີເມລທີ່ທ່ານຕ້ອງການ.
  17. Mail from - ລະບຸວ່າ ຈະໃຫ້ຂຶ້ນວ່າອີເມລທີ່ສົ່ງອອກໄປນັ້ນ ສົ່ງມາຈາກໃສ.
  18. From Name - ລະບຸວ່າ ຈະໃຫ້ຂຶ້ນຊື່ຂອງຜູ້ສົ່ງວ່າແນວໃດ.
  19. Sendmail Path - path ຂອງ sendmail, ໂດຍປົກກະຕິແລ້ວບໍ່ຕ້ອງປ່ຽນ.
  20. SMTP Authentication - ຫາກເລືອກ Mailer ເປັນແບບ SMTP Server ແລ້ວ ຕ້ອງລະບຸການຢືນຢັນຕົວຕົນນຳ.
  21. SMTP Username - ເຊັ່ນດຽວກັບຂໍ້ ໒໐.
  22. SMTP Password - ເຊັ່ນດຽວກັບຂໍ້ ໒໐.
  23. SMTP Host - ເຊັ່ນດຽວກັບຂໍ້ ໒໐.
ເມື່ອເລືອກປັບແຕ່ງສ່ວນຕ່າງ ໆ ຈົນພໍໃຈແລ້ວ (ຄິດວ່າອາດຈະໄດ້ປັບແຕ່ສະເພາະແຖບ Site ເພາະແຖບ System ແລະ Server ນັ້ນບໍ່ມີຫຍັງຫຼາຍປານໃດສຳລັບມືໃຫມ່) ກໍ່ຈັດການ Save ໄດ້ເລີຍ.

ໃນ Joomla! ນັ້ນ ບົດຄວາມຈະຕ້ອງຖືກລະບຸວ່າ ຢູ່ໃນໝວດໃດ (Section) ແລະຢູ່ໃນໃນປະເພດໃດ (Category). ດັ່ງນັ້ນ, ຂັ້ນຕອນຕໍ່ໄປຂອງການປັບແຕ່ງເບື້ອງຕົ້ນແມ່ນ ຕ້ອງສ້າງໝວດ ແລະປະເພດຂຶ້ນມາກ່ອນ. ໃຫ້ໄປທີ່ເມນູ Content -> Section Managers. ໜ້າຈໍ Section Managers ນີ້ ຈະໃຫ້ເຮົາສາມາດສ້າງໝວດໝູ່ຂອງບົດຄວາມ ແລະເນື້ອຫາໃນເວັບໄຊໄດ້ ໃຫ້ຄລິກໄປຕໍ່ທີ່ຫົວຂໍ້ New ທີ່ເປັນເຄື່ອງໝາຍບວກໃນວົງສີຂຽວ.

ເມື່ອຄລິກເຂົ້າໄປທີ່ New ແລ້ວ ກໍ່ຈະມາທີ່ໜ້າຈໍການສ້າງໝວດໝູ່ ຫຼື Section ໃໝ່ໃນເວັບໄຊ Joomla! ຂອງເຮົາ. ໃນໜ້ານີ້ກໍ່ຈະມີຕົວເລືອກຕ່າງ ໆ ຄື:

  1. Scope - ຂອບເຂດ.
  2. Title - ຊື່ໝວດທີ່ຕ້ອງການ, ສາມາດໃສ່ເປັນພາສາລາວໄດ້.
  3. Alias - ຊື່ແຝງ ຄວນໃສ່ເປັນພາສາອັງກິດເທົ່ານັ້ນ.
  4. Published - ເລືອກວ່າຈະໃຫ້ໝວດນີ້ເປີດໃຊ້ວຽກເລີຍບໍ່.
  5. Order - ລຳດັບຂອງໝວດ, ໃນບາງຄັ້ງອາດຈະມີຫຼາຍ ໆ ໝວດ ແລະເຮົາອາດຈະຕ້ອງການໃຫ້ບາງໝວດຢູ່ເທິງ ແລະບາງໝວດຢູ່ລຸ່ມ ກໍ່ສາມາດເລືອກໄດ້ໃນບ່ອນນີ້.
  6. Access Level - ການເຂົ້າເຖິງ, ລະບຸວ່າຈະໃຫ້ສະມາຊິກລະດັບໃດສາມາດເຂົ້າໄປອ່ານໝວດນີ້ໄດ້ແດ່.
  7. Image - ຮູບປະກອບຂອງໝວດ.
  8. Image Position - ຕຳແໜ່ງຂອງຮູບ ເລືອກວ່າຈະໃຫ້ຢູ່ ຊ້າຍ, ກາງ ຫຼືຂວາ.
  9. Description - ໃສ່ຄຳອະທິບາຍກ່ຽວກັບໝວດນີ້, ຈະໃສ່ຫຼືບໍ່ໃສ່ກໍ່ໄດ້.
ເລືອກໃຫ້ຮຽບຮ້ອຍແລ້ວຄລິກ Save ເພື່ອບັນທຶກໝວດທີ່ໄວ້.

 ໃນ Joomla! ນັ້ນ ເນື້ອຫາຈະຕ້ອງຢູ່ພາຍໃຕ້ປະເພດ ຄືຕ້ອງລະບຸວ່າ ບົດຄວາມ ຫຼືແບບສຳຫຼວດນີ້ ເປັນເນື້ອຫາປະເພດໃດ ແລະຈັດຢູ່ໃນໝວດໃດ. ຂໍ້ສັງເກດທີ່ຄວນຮູ້ກໍ່ຄື ປະເພດ (Category) ນັ້ນ ຈະຢູ່ຕ່ຳກວ່າ ໝວດໝູ່ (Section) ແລະມີເນື້ອຫາເຊັ່ນບົດຄວາມ (Article) ຫຼືແບບສຳຫຼວດ (Poll) ຢູ່ອັນດັບສຸດທ້າຍ. ສະນັ້ນ,  ກ່ອນຈະມີເນື້ອຫາ ກໍ່ຕ້ອງມີປະເພດຂອງເນື້ອຫາ ແລະກ່ອນຈະມີປະເພດຂອງເນື້ອຫາ ກໍ່ຕ້ອງມີໝວດໝູ່ກ່ອນ. ກ່ອນໜ້ານີ້ເຮົາສ້າງ ໝວດໝູ່ (Section) ປະໄວ້ແລ້ວ ຕໍ່ໄປກໍ່ຕ້ອງສ້າງ ປະເພດຂອງເນື້ອຫາ (Category) ເປັນລຳດັບຖັດໄປ. ໃຫ້ໄປທີ່ເມນູ Content -> Category Managers ຈະພົບໜ້າຈໍດັ່ງຂ້າງເທິງ ໃນໜ້າຈໍນີ້ຈະຄ້າຍ ໆ ກັບ Section Managers ແຕ່ວ່າເປັນສ່ວນຈັດການຂອງ Category ແທນ. ກໍ່ຄລິກທີ່ New ເຊັ່ນເດີມ.

ເມື່ອຄລິກແລ້ວ ກໍ່ຈະມາທີ່ໜ້າຈໍສຳລັບໃສ່ຂໍ້ມູນຂອງປະເພດເນື້ອຫາ ໂດຍໃນໜ້ານີ້ແມ່ນຈະມີ:

  1. Title - ຊື່ປະເພດ ໃສ່ເປັນພາສາລາວໄດ້.
  2. Alias - ຊື່ແຝງ ຄວນໃສ່ເປັນພາສາອັງກິດເທົ່ານັ້ນ.
  3. Published - ເລືອກວ່າຈະໃຫ້ໝວດນີ້ເປີດໃຊ້ວຽກເລີຍບໍ່.
  4. Section - ໝວດຂອງປະເພດ, ສົມມຸດວ່າເຮົາຈະຂຽນເນື້ອຫາກ່ຽວກັບ ກິລາ ແລ້ວກິລາທີ່ຈະຂຽນນີ້ແມ່ນເກີດຂຶ້ນໃນລາວ ແລະເປັນກິລາປະເພດເຕະບານ; ເຮົາກໍ່ສ້າງໝວດຊື່ວ່າ ກິລາ, ສ້າງຊື່ປະເພດວ່າ ເຕະບານ, ແລະສ້າງບົດຄວາມຕາມຄວາມເໝາະສົມ.
  5. Category Order - ລຳດັບຂອງປະເພດ, ໃນບາງຄັ້ງອາດຈະມີຫຼາຍ ໆ ປະເພດ ແລະເຮົາອາດຈະຕ້ອງການໃຫ້ບາງປະເພດຢູ່ເທິງ ແລະບາງປະເພດຢູ່ລຸ່ມ ກໍ່ສາມາດເລືອກໄດ້ໃນບ່ອນນີ້.
  6. Access Level - ການເຂົ້າເຖິງ, ລະບຸວ່າຈະໃຫ້ສະມາຊິກລະດັບໃດສາມາດເຂົ້າໄປອ່ານໝວດນີ້ໄດ້ແດ່.
  7. Image - ຮູບປະກອບຂອງໝວດ.
  8. Image Position - ໃສ່ຄຳອະທິບາຍກ່ຽວກັບໝວດນີ້, ຈະໃສ່ຫຼືບໍ່ໃສ່ກໍ່ໄດ້.
ຫລັງຈາກເລືອກຫມົດແລ້ວກໍ່ Save ເພື່ອບັນທຶກການສ້າງປະເພດ ກໍ່ເປັນອັນຈົບບົດຄວາມໃນຫົວຂໍ້ “ການປັບແຕ່ງເບື້ອງຕົ້ນ” ລົງ.
56 ຄຳເຫັນ
chit
November 28, 2008
202.62.105.146

ຂໍຖາມແດ່ ໃຊ້ອິນເຕີເນັດຢູ່ຮ້ານບໍລິການທົ່ວໄປກໍສາມາດສ້າງໄດ້ຫວາ?
ແລະ ຖ້າອິນເຕີເັນມັນຊ້າຊິເຮັດຫຍັງໄດ້ບໍ? (ບໍ່ຮູ້ແທ້ຈື່ງຖາມ) ທ່ານຜູ້ຮູ້ກະລຸນາຕອບແດ່. ຂອບໃຈຫຼາຍໆ

au8ust
November 28, 2008
202.137.158.57

ເຮັດຢູ່ໃສກໍ່ໄດ້ທີ່ມີອິນເຕີເນັດ ແຕ່ສຳລັບສ່ວນຂອງ Web Server ນັ້ນ ຈະແຍກອອກຕ່າງຫາກ ບໍ່ກ່ຽວກັບເນັດທີ່ໃຊ້

ລອງອ່ານ http://urlder.com/ZFWoc1 ເດີ້

chit
November 28, 2008
202.62.105.146

ເຈົ້າຂອບໃຈຫຼາຍໆ

ຈິດ
December 06, 2008
114.129.26.4

ງົງຂະໜາດເລີຍທ່ານ ເປັນຫຍັງເຂົ້າລະບົບ Administrator ບໍ່ໄດ້
ທັ້ງໆທີ່ໃສ່ຖືກຕ້ອງຕາມທີ່ຕັ້ງໄວ້ໃນຂັ້ນຕອນຕິດຕັ້ງນັ້ນແລ້ວ username ກະໃສ່ ທີ່ຢູ່ອີເມວແມ່ນບໍທ່ານ
password ກະໃສ່ ຕາມທີ່ໄດ້ໃສ່ໄວ້ແມ່ນບໍທ່ານ
ມັນເຂົ້າບໍ່ໄດ້ ຂ້າພະເຈົ້າໃສ່ຜິດບ່ອນໃດນໍ ງົງຂະໜາດເລີຍ
ຊ່ວຍອະທິບາຍຂັ້ນຕອນນີ້ແດ່ທ່ານວ່າແຕ່ລະອັນນັ້ນເອົາຫຍັງໃສ່
username=??????????
passaword=?????????

au8ust
December 06, 2008
202.137.142.20

ລອງກວດສອບຄືນໃໝ່ເບິ່ງ ມັນມີສາເຫດຊ້ຳ ໆ ກັນກໍ່ຄື ເຮັດບ່ອນໃດບ່ອນໜຶ່ງຜິດພາດ

na
December 12, 2008
202.137.137.134

ສະບາຍດີທ່ານຂໍຖາມແດ່ເຣົາຈະເຣັດຈັ່ງໃດນໍກວດືນຂໍ້ຜີດພາດນະແລະກວດຢູ່ໃສນໍ?

na
December 12, 2008
202.137.137.134

ຂ້າພະເຈົ້າງົງຂະໜາດເລີຍ

au8ust
December 12, 2008
202.137.142.20

ຖ້າມີບ່ອນໃດບໍ່ຜ່ານ ມັນຈະມີ Error ຂຶ້ນມາ ແລ້ວຈະມີບອກວ່າ ມັນ Error (ຜິດພາດ) ບ່ອນໃດ ກໍ່ແກ້ຕາມນັ້ນ

nu
December 25, 2008
61.186.109.103

ງົງຂະໜາດເລີຍທ່ານ ເປັນຫຍັງເຂົ້າລະບົບ Administrator ບໍ່ໄດ້
ທັ້ງໆທີ່ໃສ່ຖືກຕ້ອງຕາມທີ່ຕັ້ງໄວ້ໃນຂັ້ນຕອນຕິດຕັ້ງນັ້ນແລ້ວ username ກະໃສ່ ທີ່ຢູ່ອີເມວແມ່ນບໍທ່ານ
password ກະໃສ່ ຕາມທີ່ໄດ້ໃສ່ໄວ້ແມ່ນບໍທ່ານ
ມັນເຂົ້າບໍ່ໄດ້ ຂ້າພະເຈົ້າໃສ່ຜິດບ່ອນໃດນໍ ງົງຂະໜາດເລີຍ
ຊ່ວຍອະທິບາຍຂັ້ນຕອນນີ້ແດ່ທ່ານວ່າແຕ່ລະອັນນັ້ນເອົາຫຍັງໃສ່
username=??????????
passaword=?????????

nu
December 25, 2008
61.186.109.103

ລບົ ກວນແດ່ເດິ ຂອບໄຈ

au8ust
December 25, 2008
202.137.142.20

ຊື່ຫັ້ນ ລອງໃສ່ເປັນ admin ຫຼືຍັງ?

nu
December 25, 2008
61.186.109.103

ໄສແລ້ວລະ passaword=? ເດ

au8ust
December 25, 2008
202.137.142.20

ໃສ່ຕາມທີ່ກຳນົດໄວ້ຕອນຕິດຕັ້ງຫັ້ນລະ

nu
December 25, 2008
61.186.109.103

ກົດເຂ້າລະປາກົດ ວ່າ Username, Password o Livello di Accesso non corretti. Si prega riprovare

nu
December 25, 2008
61.186.109.103

ລບ ກວນແດ່ ເດີ

au8ust
December 25, 2008
202.137.142.20

ມີ ໓ ວິທີແນະນຳ
໑. ລົງໃໝ່
໒. request ລະຫັດໃໝ່
໓. ແກ້ລະຫັດໃນ database

ດຽວໄປນອນກ່ອນ ເດິກແລ້ວ :D

good
February 24, 2009
202.137.154.169

ຂໍຖາມແນ່ອັນ.comໂຕຟຣີກະມີຫວະ

ຄ້ານລອກອິນ
February 24, 2009
202.137.142.20

ມີ ກໍ່ຄື ໃຫ້ຄົນອື່ນຈ່າຍໃຫ້ ຮາຮາຮາ

A
April 26, 2009
202.137.157.156

ຂໍໂມແນ່ ສຫມັກເປັນສະມາຊີກ web hoting ຄືຍາກແທ້..ເຮົາສະຫມັກບໍ່ໄດ້ເລຍ...

A
April 26, 2009
202.137.157.156

ຂໍໂທດເດີ ພີມຜີດ ຄອມເຮົາບໍ່ໄດ້ຕີດສຕີດເກີລາວ...

kcham
June 04, 2009
67.169.104.176

hi just testing

lai
June 22, 2009
203.113.130.71

ເຂົ້າAdministration Login ບໍ່ໄດ້ ບໍ່ຮູ້ວ່າເປັນຍ້ອນຫັຍງ ແລ້ວ user ແລະ ລະຫັດຜ່ານແມ່ນໃຊ້ ຕົວໃດ້ ໃຊ້ຕົວທີ່ສະໝັກ ກັບ 000webhost ນັ້ນບໍ່ ຫຼືໃຊ້ ລະຫັດ ແລະ ຊື່ ຂອງ My sql ລະ ຊ່ອຍຕອບແດ່ Login ບໍ່ໄດ້

au8ust
June 22, 2009
202.137.142.20

ລະຫັດ admin ຂອງ Joomla! ແມ່ນໂຕທີ່ເລືອກຕອນຕັ້ງນັ້ນລະ -_-

lai
June 22, 2009
203.113.130.71

ເປັນຫັຍງຄືເຂົ້າAdminບໍໍ່ໄດ້ລະ

au8ust
June 22, 2009
202.137.142.20

ລະຫັດຜິດກໍເຂົ້າບໍ່ໄດ້ -_-'

lai
June 22, 2009
203.113.130.71

ລະຫັດຖືກແລ້ວນະ ແລ້ຊື່ໃສ່ຊື່ອັນໃດ

au8ust
June 22, 2009
202.137.142.20

administrator

lai
June 22, 2009
203.113.130.71

ໃນຊ່ອງຊື່ກະໃສ່administrator ແລ້ວນະ ແລະ ພາດເວີ ກໍ່ຖືກແລ້ວບໍ່ຮູ້ວ່າເປັນຍ້ອນຫັຍງລະ

lai
June 23, 2009
203.113.130.71

ຊ່ວຍແດ່ ເຂົ້າ admin ບໍ່ໄດ້ແທ້ໆ
ບໍ່ຮູ້ວ່າຈະແກ້ຢູ່ຈຸດໃດດີ ລອງຕິດຕັ້ງໄໝ່ແລ້ວກໍບໍ່ໄດ້ ຊ່ວຍແດ່

au8ust
June 23, 2009
202.137.142.20

ໃສ ລອງເວົ້າມາເບິ່ງ ເຮັດແນວໃດ login

lai
June 23, 2009
203.113.130.71

ກະພິມ administrator ໃນຊອ່ງ username ແລະ ຄີລະຫັດເຂົ້າ ເຊິງລະຫັດທີ່ໃຊ້ ທີ່ຕັ້ງຂືຶ້ນໃນຄະນະທີ່ຕິດຕັ້ງ joomla

au8ust
June 23, 2009
202.137.142.20

ລະຫັດ ພິມໂຕນ້ອຍໂຕໃຫຍ່ຖືກຄືກັນແລ້ວບໍ່?

lai
June 23, 2009
203.113.130.71

ໃຊ້ແຕ່ ຕົວເລກນະ ທຳອິດແມ່ນໃຊ້ທັງຕົວເລກ ແລະຕົວອັສອນ ແຕ່ບໍ່ເວີ ເລີຍໃຊ້ແຕ່ຕົວເລກພຽງຢ່າງດຽວກະຍັງບໍ່ໄດ້ນະ

au8ust
June 23, 2009
202.137.142.20

ກຳ ກຳ ກຳ -_-'

Joomla! ບໍ່ມີວິທີ reset ລະຫັດແບບງ່າຍ ໆ ເລີຍ ມີແຕ່ຕ້ອງໄປແກ້ໃນຖານຂໍ້ມູນໂດຍກົງຜ່ານທາງ phpmyadmin

lai
June 23, 2009
203.113.130.73

ເຮັດແນວໃດລະຊ່ວຍບອກແດ່

au8ust
June 23, 2009
202.137.142.20

ຖ້າແນ່ໃຈວ່າລະຫັດຖືກແລ້ວ ກໍປ່ຽນ browser ເບິ່ງ ປ່ຽນຄອມໜ່ວຍອື່ນເບິ່ງ ບາງທີມັນ login ໄດ້

ແລ້ວຕອນ login ບໍ່ໄດ້ ມັນວ່າແນວໃດ?

lai
June 23, 2009
203.113.130.73

ມັນຟ້ອງວ່າ ລະຫັດໃຊ້ງານບໍ່ໄດ້

lai
June 23, 2009
203.113.130.73

ມັນຟ້ອງວ່າ Username and password do not match .
Use a valid username and password to gain access to the Administrator Back-end.

Return to site Home Page

lai
June 23, 2009
203.113.130.73

ok ສຳເລັດ ການຕິດຕັ້ງ ແລ້ວ ໃຊ້ ຢູເຊີ admin ກໍ່ເລີຍໄດ້ ແລ້ວມີບັນໃນຂັ້ນຕໍ່ໄປຈະປຶກສາທ່ານອິກ.

lai
June 29, 2009
203.113.130.72

ເມື່ອດັດແກ້ຂໍມູນເບື່ອງຕົ້ນຂ້າງເທິງປາກົດວ່າ ເກີດ An Error has occurred! Unable to open configuration.php file to write! ເຣັດໃຫ້ບໍ່ສາມາດດັກແກ້ອັນໃດເລີຍ ຊ່ວຍບອກວີທີແກ້ໄຂແດ່

au8ust
June 29, 2009
202.137.142.20

ເຂົ້າໂປຣແກຣມ FTP ແລ້ວ chmod 777 ໃຫ້ໄຟລ໌ configuration.php

-_-'

lai
June 29, 2009
203.113.130.72

ມັນຄືບໍ່ມີເມນູ Attribute ຊັ້ນນະ

au8ust
June 29, 2009
202.137.142.20

ເວີຊັນໃໝ່ມັນຂຽນ File Permissions ຕິ

lai
June 29, 2009
203.113.130.72

ອໍໆໆໆໆໆໆໆໆໆໆໆຫວ່າ!

lai
June 29, 2009
203.113.130.72

ok ຂອບໃຈ ທ່ານຫຼາຍໆເນີ ສຳເລັດອີກບາດກ້າວໜຶ່ງແລ້ວ

chit_laowebdesign
July 12, 2009
203.113.130.73

ຂ້າພະເຈົ້າອ່ານເບິ່ງບົດຄວາມຂ້າງເທິງແລ້ວຄິດວ່າທ່ານ lai ໜ້າຈະເຂົ້າໜ້າ administrator ໄດ້ແລ້ວໂດຍທີ່ບໍ່ຕ້ອງລົງ joomla ໃໝ່, ຂໍອ້າງແມ່ນມີບົດຄວາມໜື່ງທີ່ຢູ່ຂ້າງເທິງຂຽນວ່າ: ໍ" ກະພິມ administrator ໃນຊອ່ງ username ແລະ ຄີລະຫັດເຂົ້າ ເຊິງລະຫັດທີ່ໃຊ້ ທີ່ຕັ້ງຂືຶ້ນໃນຄະນະທີ່ຕິດຕັ້ງ joomla "
ໜ້າຈະພິມ admin ໃນຊ່ອງ username ແລະ ລະຫັດເຂົ້າ ເຊິງລະຫັດທີ່ໃຊ້ ທີ່ຕັ້ງຂືຶ້ນໃນຄະນະທີ່ຕິດຕັ້ງ joomla. ຄິດວ່າຈະຜ່ານແລ້ວ

shinnobi
November 29, 2009
202.137.133.105

# "Site Name - ຊື່ຂອງເວັບໄຊ, ບ່ອນນີ້ໃຫ້ໃສ່ເປັນຊື່ຂອງເວັບເຮົາເອງ."

ປ່ຽນບ່ອນນີ້ແລ້ວເປັນຫຍັງມັນຄືຍັງເປັນ =Welcome to the Frontpage" ຢູ່ນະ ຊ່ວຍແນ່ເດີ້ທ່ານ

au8ust
November 29, 2009
202.137.142.20

ອັນນັ້ນມັນຢູ່ໃນເມນູ Menu ພຸ້ນນນນ ຕິ ເທົ່າທີ່ຈື່ໄດ້ ຫຼືໃນ Front page ຊອກເບິ່ງ

shinnobi
November 29, 2009
125.235.12.4

ກະດຽວວ່າມັນຢູ່ Global Configuration > Site > "Site Name"

ປ່ຽນແລວແຕ່ຍັງຄືເກົ່າ , ມັນປ່ຽນແຕ່ຢູ່ບ່ອນ admin ບາດຢູ່ເວັບມັນລະບໍ່ປ່ຽນນະ

shinnobi
November 29, 2009
202.137.133.178

ໄດ້ແລ້ວ ຂອບໃຈເດີ້

http://forum.joomla.org/viewtopic.php?p=1555727

phasouk
December 29, 2009
115.84.64.242

ຮຽນສ້າງເວບຄືຊິເຂົ້າໃຈຍາກ ວ່າແຕ່ເບິ່ງກໍ່ລາຍຕາໝົດ ແລ້ວ ສັບສົນ ບໍ່ຮູ້ຊິເລີ່ມຈັ່ງໃດ ໃຊ້ອຸປະກອນຫຍັງແດ່ ອູ້ຍ ສັບສົນ

tina
January 26, 2010
203.110.66.44

ງົງຂະໜາດເລີຍເຂົ້າໄປ host ກະບໍ່ໄດ້

tina
January 26, 2010
203.110.66.44

ທ່ານໆທັງຫຼາຍຂໍຄໍາແນະນໍາແນ່..

odd
August 08, 2010
113.185.1.217

ຫຼັງຈາກທີ່ເຮົາຕິດຕັ້ງ joomla ຮງບຮອ້ຍຕາມ video http://urlder.com/nvbB7bBy ແລ້ວ,ຮອດຂັ້ນຕອນປັບແຕ່ງຂັ້ນພື້ນຖານເປັນຫຍັງແຕ່ງໄປແຕ່ງມາກະຄືເກົ່າບໍ່ມີຫຍັງປງ່ນ.ລາກາເຮົາຊິເຮັດຈັ່ງໃດໄຫ້ຊອກເຫັນ web ເຮົາຢູ່ google ຄືເວບຄົນອື່ນ ,ຕອນຊິເຂົ້າແຕ່ງເວບຕ້ອງໃດ້ເຂົ້າທາງນີ້ http://localhost/joomla/admini...=com_login ມີທາງອື່ນງາ່ຍກ່ວານີ້ບໍ່? ໃຜຮູ້ຊ່ວຍອະທິບາຍໃຫ້ຂາ້ພະເຈົ້າແດ່,ຂ້າພະເຈົ້າດີໃຈຫຼາຍທີ່ຮູ່້ຈັກ web joomlalao.com ຂອງຄົນລາວເຮົາ,,ຂອບໃຈຫຼາຍໆ.

au8ust
August 08, 2010
202.137.149.190

1. ແຕ່ງແລ້ວໆ ຢ່າລືມກົດ save
2. ຢາກໃຫ້ເວັບເຫັນຢູ່ google ຕ້ອງເຮັດ SEO ກ່ອນ
3. ເຂົ້າທາງ localhost ເພາະຍັງບໍ່ໄດ້ເອົາເວັບໄປຂຶ້ນ host ຫຼື server ເທື່ອ ເຊິ່ງການຈະເອົາຂຶ້ນໄປໄດ້ນັ້ນ ຕ້ອງເຊົ່າ host ເພື່ອໃຫ້ມີພື້ນທີ່ສຳລັບເກັບຂໍ້ມູນຂອງເຮົາ ລອງອ່ານລາຍລະອຽດໄດ້ໃນ http://punlaohosting.com

odd
August 08, 2010
113.185.1.39

ເຈົ້າໆຂອບໃຈຫຼາຍໆມີຫຍັງບໍ່ເຂົ້າໃຈລາຊິຖາມອີກ,ໝູ່ແນະແນະນຳ web joomlalao.com ມາໃຫ້ເຂົ້າມາແລ້ວມີຄວາມສົນໃຈຫຼາຍ,ຂອ້ຍຮງນຢູ່ ວງດນາມ ເຮົາພີລະຫາກະຮງນເຮັດວານນີ້ກັບໝູ່ 4,5 ຄົນຈົນຮອດ 4h ເຊົ້າບໍ່ອອກບໍ່ເຂົ້າຮາຮາ..ຊື່ພຸດຮງນສິ່ງແວດລອ້ມຢູ່ດົງໂດກ,ແນະນຳໃຫ້ຄືວ່າຮູ້ຈັກກັບເຈົ້າຂອງ web joomlalao.com ຕິເບາະຈັ່ງໃດກະຊິບອກຕໍ່ໆກັນໄປ,ສົ່ງເສີມຄົນລາວເຮົາ,ຄັນມີໂຄງການລາຊິຕິດຕໍ່ຫາ..ຄັກໆມັກຫຼາຍ


ຂຽນຄຳເຫັນກ່ຽວກັບເລື່ອງນີ້
 
  ຫຍໍ້ເຂົ້າ | ຂະຫຍາຍອອກ
 

busy
 

JoomlaLao.com | ກ່ຽວກັບຈູມລ່າລາວ.ຄອມ

JoomlaLao.com ເປັນເວັບທີ່ຂຽນອຸທິດຂຶ້ນເພື່ອໃຫ້ຄົນທີ່ສົນໃຈ ທີ່ຈະຮຽນໃຊ້ Joomla! CMS ໄດ້ມີໂອກາດຮຽນຮູ້ການໃຊ້ງານເບື້ອງຕົ້ນ ລະດັບກາງ ແລະຂັ້ນສູງຂອງ Joomla! ເນື້ອຫາ ແລະຮູບພາບ ໃດ ໆ ໃນເວັບໄຊແຫ່ງນີ້ ສະຫງວນຫ້າມບໍ່ໃຫ້ນຳໄປໃຊ້ໃນບ່ອນອື່ນໂດຍບໍ່ໄດ້ຮັບອານຸຍາດເປັນລາຍລັກອັກສອນ.