ການອັບເກຣດເວີຊັນ Print E-mail
Written by au8ust   
Monday, 25 August 2008 14:02

ການອັບເກຣດ Joomla! ນັ້ນ ສາມາດເຮັດໄດ້ຫຼາຍວິທີ ໃນບົດນີ້ຈະແນະນຳວິທີອັບເກຣດ Joomla! 1.5.0 ໄປເປັນ Joomla! 1.5.6 ໂດຍມີຂັ້ນຕອນງ່າຍ ໆ ດັ່ງນີ້:

  1. ສຳຮອງໄຟລ໌ທັງໝົດໄວ້ກ່ອນ ຈະໃຊ້ວິທີດາວໂຫລດຜ່ານທາງ FTP ກໍ່ໄດ້.
  2. ສຳຮອງຖານຂໍ້ມູນຜ່ານ phpmyadmin ເລືອກເປັນ .zip ເພື່ອຄວາມໄວ.
  3. ດາວໂຫລດຕົວ upgrade ທີ່ຕ້ອງການຈາກໜ້າດາວໂຫລດໃນເວັບຈູມລ່າ.
  4. Extract ໄຟລ໌ທີ່ດາວໂຫລດມາ ແລ້ວອັບໂຫລດຂຶ້ນໄປທັບຂອງເກົ່າຜ່ານທາງ FTP.
  5. ຖ້າຈົນການອັບໂຫລດແລ້ວຫມົດແລ້ວ ໃຫ້ກວດສອບວ່າມີໄຟລ໌ໃດທີ່ຍັງບໍ່ໄດ້ອັບໂຫລດບໍ່ ເມື່ອທຸກຢ່າງຮຽບຮ້ອຍແລ້ວ ກໍ່ໄປທີ່ໜ້າ Administrator ກໍ່ຈະພົບວ່າ ເປັນເວີຊັນໃໝ່ຮຽບຮ້ອຍແລ້ວ.
ວິທີນີ້ເປັນການອັບເກຣດຈາກ Joomla! 1.5.x ໄປຫາ 1.5.x ເທົ່ານັ້ນ ເປັນການ Minor upgrading ເພາະເປັນເວີຊັນຫລັກດຽວກັນຄື 1.5 ແຕ່ການອັບເກຣດຈາກ Joomla! 1.0.x ໄປຫາ 1.5.x ນັ້ນ ຈະມີວິທີທີ່ແຕກຕ່າງ ແລະຫຍຸ້ງຍາກກວ່າ.
3 ຄຳເຫັນ
chit
August 27, 2009
202.62.103.57

ຂໍຄຳແນະນຳແດ່ທ່ານ ວ່າ:ການອັບເກຣດຈາກ Joomla! 1.0.x ໄປຫາ 1.5.x ນັ້ນ ເຮົາມີວິທີໃດແດ່ໃຫ້ທີ່ເຫັນວ່າດີ,ແນ່ນອນ ປອດໄພ, ແລະ ສະດວກ

au8ust
August 27, 2009
202.137.142.20

ແນະນຳໃຫ້ອ່ານໃນ http://docs.joomla.org/Migrati...1.5_Stable ເດີ້ ມັນຂ້ອນຂ້າງຫຍຸ້ງຍາກ

ທາງທີ່ດີ ໃຫ້ backup ໄຟລ໌ແລະຖານຂໍ້ມູນໃຫ້ຮຽບຮ້ອຍກ່ອນ ເພື່ອຈະໄດ້ນຳກັບມາໃຊ້ໃນກໍລະນີອັບເກຣດຜິດພາດ

chit
August 27, 2009
202.62.103.57

ຂອບໃຈຫຼາຍໆທ່ານທີ່ໃຫ້ຄຳແນະນຳ ( ມາໂດຍຕະຫຼອດ ) :)


ຂຽນຄຳເຫັນກ່ຽວກັບເລື່ອງນີ້
 
  ຫຍໍ້ເຂົ້າ | ຂະຫຍາຍອອກ
 

busy
 

JoomlaLao.com | ກ່ຽວກັບຈູມລ່າລາວ.ຄອມ

JoomlaLao.com ເປັນເວັບທີ່ຂຽນອຸທິດຂຶ້ນເພື່ອໃຫ້ຄົນທີ່ສົນໃຈ ທີ່ຈະຮຽນໃຊ້ Joomla! CMS ໄດ້ມີໂອກາດຮຽນຮູ້ການໃຊ້ງານເບື້ອງຕົ້ນ ລະດັບກາງ ແລະຂັ້ນສູງຂອງ Joomla! ເນື້ອຫາ ແລະຮູບພາບ ໃດ ໆ ໃນເວັບໄຊແຫ່ງນີ້ ສະຫງວນຫ້າມບໍ່ໃຫ້ນຳໄປໃຊ້ໃນບ່ອນອື່ນໂດຍບໍ່ໄດ້ຮັບອານຸຍາດເປັນລາຍລັກອັກສອນ.