ເພີ່ມເວັບບອດໃຫ້ຈູມລ່າ Print E-mail
Written by au8ust   
Monday, 25 August 2008 14:01

Webboard ເປັນໜຶ່ງໃນເຄື່ອງມືທີ່ຈະຊ່ວຍໃຫ້ຜູ້ເຂົ້າຊົມເວັບ ສາມາດຕອບແລກປ່ຽນຄຳຄິດເຫັນຜ່ານໜ້າເວັບໄຊໄດ້ ເຊິ່ງມີປະໂຫຍດຫຼາຍສຳລັບເວັບໄຊທີ່ຕ້ອງມີການສົນທະນາກັນ ບໍ່ວ່າຈະເປັນບັນຫາຕ່າງ ໆ ຫຼືຂໍ້ຄິດເຫັນທີ່ມີ. ບົດນີ້ຈະແນະນຳວິທີຕິດຕັ້ງ ແລະປັບແຕ່ງຄ່າເບື້ອງຕົ້ນໃຫ້ກັບ FireBoard ເຊິ່ງເປັນສ່ວນເສີມຂອງ Joomla! ທີ່ເຮັດໃຫ້ມີເວັບບອດໄວ້ໃຊ້ໄດ້ໂດຍບໍ່ຍາກຈົນເກີນໄປ.

ບົດຄວາມກ່ຽວກັບການຕິດຕັ້ງ Webboard ໂດຍໃຊ້ສ່ວນເສີມ FireBoard ນີ້ຍາວຫຼາຍ ເຖິງຈະເປັນຄຳແນະນຳເບື້ອງຕົ້ນ ແຕ່ກໍ່ມີຫຼາຍຂັ້ນຕອນ ແລະສັບຊ້ອນຢູ່ເລັກນ້ອຍ ຈຶ່ງຂໍແນະນຳໃຫ້ອ່ານແລະປະຕິບັດຕາມດ້ວຍຄວາມລະວັງ.

 

ເມື່ອກຽມຕົວກຽມໃຈພ້ອມອ່ານ ແລະປະຕິບັດຕາມບົດຮຽນນີ້ແລ້ວ ກໍ່ຈັດການດາວໂຫລດ FireBoard ມາໄວ້ກ່ອນ ດາວໂຫລດໄດ້ທີ່ເວັບໄຊ Best of Joomla ເມື່ອໂຫລດມາແລ້ວຈະໄດ້ໄຟລ໌ນາມສະກຸນ .zip ໂດຍໃນບົດຄວາມນີ້ຈະໃຊ້ FireBoard 1.0.4 ແລະໃຊ້ Joomla! 1.5.6. ສຳລັບ FireBoard 1.0.4 ນັ້ນ ເປັນ Native for Joomla! 1.0.x ດັ່ງນັ້ນ ການທີ່ຈະໃຊ້ຮ່ວມກັບ Joomla! 1.5.x ໄດ້ນັ້ນ ຕ້ອງເປີດ plugin ຊື່ Legacy ໃນ Joomla! 1.5 ກ່ອນ.

ໄປທີ່ເມນູ Extensions -> Plugin Manager.

ເລື່ອນລົງມາລຸ່ມ ໆ ແລ້ວເລືອກ Display # ເປັນ All ເພື່ອໃຫ້ສະແດງ plugin ທັງໝົດທີ່ມີຢູ່.

ເລື່ອນລົງມາຊອກຫາ plugin ທີ່ຊື່ System - Legacy ແລ້ວຄລິກໃສ່ທີ່ເຄື່ອງໝາຍສີແດງຕາມຮູບຂ້າງເທິງ ເພື່ອເປີດໃຊ້ plugin ໂຕນີ້.

ຈາກນັ້ນໃຫ້ໄປທີ່ເມນູ Extensions -> Install/Uninstall.

ເຂົ້າມາໜ້າ Install/Uninstall ແລ້ວກໍ່ຄລິກເລືອກໄຟລ໌ທີ່ດາວໂຫລດມາກ່ອນໜ້ານີ້ຂອງ FireBoard ແລ້ວຄລິກທີ່ Upload & Install.

ລໍຖ້າໃຫ້ອັບໂຫລດຮຽບຮ້ອຍແລ້ວ ກໍ່ຈະຂຶ້ນຂໍ້ຄວາມວ່າ Install Component Success.

ຕໍ່ໄປໃຫ້ຄລິກທີ່ Components -> FireBoard Forum.

ຈະພົບກັບໜ້າຈໍການຕັ້ງຄ່າຂອງ FireBoard. ໃຫ້ຄລິກ Apply! ເພື່ອເລີ່ມການຕິດຕັ້ງ FireBoard ໃນຂັ້ນຕອນຕໍ່ໄປ.

ຫາກບໍ່ມີຫຍັງຜິດພາດ ກໍ່ຈະຂຶ້ນຂໍ້ຄວາມວ່າ successful! ກໍ່ເປັນອັນວ່າ ສິ້ນສຸດການຕິດຕັ້ງແລ້ວ ໃຫ້ຄລິກໄປທີ່ Click here to continue...

ແລະນີ້ຄືໜ້າຈໍສຳລັບປັບແຕ່ງຄ່າທັງຫມົດຂອງ FireBoard ເຊິ່ງຈະແບ່ງອອກເປັນຫຼາຍ ໆ ສ່ວນເພື່ອສະດວກກໍ່ແກ່ເຂົ້າເຖິງ.

ຂັ້ນຕອນຕໍ່ໄປຄື ເພີ່ມເມນູ Webboard ໃຫ້ກັບໜ້າເວັບຂອງເຮົາ ກໍ່ໄປທີ່ຫົວຂໍ້ Menus -> Main Menu (ຫຼືເມນູອື່ນ ໆ ທີ່ຕ້ອງການໃຫ້ເມນູເວັບບອດປະກົດຂຶ້ນ).

ເມື່ອຄລິກທີ່ Main Menu ແລ້ວ ກໍ່ຈະພົບລາຍການເມນູທັງໝົດທີ່ມີໃນເມນູນັ້ນ ໆ ກໍ່ໃຫ້ຄລິກໄປທີ່ New ເພື່ອສ້າງເມນູໃໝ່.

ໜ້ານີ້ຈະໃຫ້ເລືອກປະເພດຂອງເມນູທີ່ຈະສ້າງ ໃຫ້ເລືອກເປັນ FireBoard Forum.

ຈາກນັ້ນ ກໍ່ຈະຂຶ້ນໜ້າຈໍໃໝ່ຂຶ້ນມາ ໃນໜ້ານີ້ຈະໃຫ້ຕັ້ງຄ່າເມນູ ກໍ່ໃສ່ຕາມຮູບເລີຍກໍ່ໄດ້ ແລ້ວ ໆ ກໍ່ຄລິກ Save ແລ້ວໄປເບິ່ງໜ້າທຳອິດຂອງເວັບ.

ຈະປະກົດເຫັນເມນູ Webboard ຂຶ້ນມາແລ້ວ.

ເມື່ອຄລິກທີ່ເມນູ Webboard ແລ້ວ ກໍ່ຈະເຂົ້າສູ່ໜ້າເວັບບອດ ເຊິ່ງຈະພົບວ່າຍັງບໍ່ສາມາດຕັ້ງຫົວຂໍ້ ຫຼືຕອບຫົວຂໍ້ຫຍັງໄດ້ເທື່ອ ເພາະຍັງບໍ່ໄດ້ສ້າງໝວດຂຶ້ນມາເທື່ອ. ໃຫ້ກັບໄປທີ່ໜ້າ Administrator -> Components > FireBoard Forum.

ເຂົ້າມາແລ້ວກໍ່ຄລິກທີ່ Forum Administration ເພື່ອສ້າງໝວດໃໝ່.

ຄລິກທີ່ New.

ຄລິກ New ມາແລ້ວກໍ່ໃສ່ລາຍລະອຽດຂອງໝວດໃໝ່ໃຫ້ຮຽບຮ້ອຍ ສ່ວນດ້ານລຸ່ມນັ້ນ ຫາກໃສ່ບໍ່ເປັນເທື່ອກໍ່ຂ້າມໄປກ່ອນ ແລ້ວຄລິກ Save.

ການສ້າງໝວດທຳອິດຂອງເວັບບອດນີ້ ຈະບໍ່ສາມາດໃຊ້ໄດ້ເທື່ອ ຕ້ອງສ້າງໝວດຍ່ອຍອີກຕື່ມ ດັ່ງນັ້ນໝວດທຳອິດທີ່ຈະສ້າງ ຄວນໃສ່ຊື່ທີ່ເປັນຊື່ທົ່ວ ໆ ໄປເຊັ່ນ “Webboard” ຫຼື “Forum” ເປັນຕົ້ນ

ເມື່ອສ້າງໝວດທຳອິດໄດ້ແລ້ວ ກໍ່ຕ້ອງສ້າງໝວດຕໍ່ໄປນຳ ໃຫ້ຄລິກ New ຕໍ່ໄປ.

ກໍ່ເຂົ້າມາໜ້າແບບເກົ່າ ແຕ່ເທື່ອນີ້ໃຫ້ພິມເລືອກ Parent ເປັນໝວດທີ່ສ້າງໄວ້ກ່ອນໜ້ານີ້ ແລ້ວໃສ່ຊື່ອື່ນ ໆ ໄປຕາມປົກກະຕິເຊັ່ນ “ສົນທະນາທົ່ວໄປ” ຫຼື “ສອບຖາມບັນຫາ” ເປັນຕົ້ນ ໂດຍໃນຕົວຢ່າງນີ້ຈະໃສ່ຊື່ໝວດທຳອິດວ່າ “Webboard” ແລະໃສ່ຊື່ໝວດຍ່ອຍວ່າ “Football”. ເມື່ອຮຽບຮ້ອຍແລ້ວກໍ່ຄລິກ Save.

ຈາກນັ້ນກໍ່ຈະກັບມາທີ່ໜ້າລາຍຊື່ໝວດຕ່າງ ໆ ເຊິ່ງຈະສັງເກດວ່າມີໝວດທີ່ເຮົາສ້າງຂຶ້ນທັງສອງໝວດປະກົດຂຶ້ນຢູ່ ແຕ່ຍັງບໍ່ໄດ້ເປີດໃຊ້ເທື່ອ ໃຫ້ສັງເກດທີ່ແຖບ Published ຈະເປັນເຄື່ອງໝາຍສີແດງ ໃຫ້ຄລິກໃສ່ເຄື່ອງໝາຍສີແດງດັ່ງກ່າວ ແລ້ວຈະກາຍເປັນສີຂຽວ ໃຫ້ເຮັດແບບດຽວກັນນີ້ທັງສອງໝວດ ຈົນໄດ້ແບບໃນຮູບປະກອບຂ້າງເທິງ.

ຫຼັງຈາກນັ້ນ ໃຫ້ກັບອອກມາເບິ່ງໜ້າເວັບ ຈະພົບວ່າ ໄດ້ມີໝວດໃໝ່ຂຶ້ນມາສະແດງແລ້ວ ໃຫ້ຄລິກເຂົ້າໄປທີ່ຊື່ໝວດຍ່ອຍທີ່ສ້າງໄວ້.

ຈະພົບວ່າຍັງບໍ່ມີຫົວຂໍ້ ຫຼືກະທູ້ສົນທະນາໃດ ໆ ເທື່ອ ເຊິ່ງສາມາດຕັ້ງໃໝ່ໄດ້ໂດຍຄລິກທີ່ New Thread.

ການຕັ້ງກະທູ້ ຫຼືຫົວຂໍ້ສົນທະນານັ້ນ ກໍ່ງ່າຍ ໆ ໃສ່ຊື່ຫົວເລື່ອງໃນ Subject ແລະໃສ່ຂໍ້ຄວາມທີ່ຕ້ອງການໃນ Message ແລ້ວກໍ່ເລື່ອນລົງມາຄລິກ Submit.

ກໍ່ເປັນອັນວ່າ ຕັ້ງກະທູ້ຮຽບຮ້ອຍແລ້ວ.

ລະບົບຈະ redirect ກັບມາທີ່ຫົວຂໍ້ກະທູ້ທີ່ຫາກໍ່ສ້າງໄປ.

ເມື່ອຄລິກມາເບິ່ງໜ້າຂອງເວັບບອດ ຈະພົບວ່າມີຫົວຂໍ້ທີ່ຫາກໍ່ສ້າງກ່ອນໜ້ານີ້ຂຶ້ນມານຳ.

32 ຄຳເຫັນ
devsmudger
September 01, 2008
202.137.134.46

ໃຊ້ອັນນີ້ດຽວກໍ່ຖືກ hack ວະຮະຮາ

admin
September 01, 2008
202.137.142.20

ຖືກໃຈທິບ ວະຮະຮາ

chit
November 28, 2008
202.62.105.146

ຫາກໍ່ຮູ້ວ່າມີການສ້າງເວບແນວນີ້ ຂອບໃຈຜູ້ທີ່ສ້າງເວບນີ້ມານຳສະເໜີ ຂອບໃຈຫຼາຍໆ

ຈີດ
December 15, 2008
114.129.26.4

ຂ້າພະເຈົ້າໃຊ້ joomla version 1.5.7 ແລ້ວ download ເອົາ FireBoard 1.0.4 ມາໃສ່ມັນບອກວ່າ Error! Could not find an XML setup file in the package.
ມັນເປັນຍ້ອນຫຍັງເນາະທ່ານ

au8ust
December 15, 2008
202.137.142.20

ລອງແຕກໄຟລ໌ກ່ອນ ມັນອາດຈະມີ zip ຊ້ອນໃນ zip

ຈິດ
December 15, 2008
202.62.105.146

ເຈົ້າລົງໄດ້ແລ້ວ ແຕ່ເມື່ອຕັ້ງໝວດແລ້ວກໍ່ບໍ່ສາມາດເປີດເຂົ້າເວບບອດໄດ້ ມັນໄປເວບhttp://swiftphp.com/notify/1.php ບໍ່ເຂົ້າໃຈວ່າເປັນຍ້ອນຫຍັງ?

au8ust
December 15, 2008
202.137.142.20

ໄຟລ໌ຕິດຕັ້ງ Fireboard ໂຫຼດມາຈາກໃສ?

ຈິດ
December 15, 2008
202.62.105.146

ຂ້າພະເຈົ້າກໍໂຫຼດມາຈາກເວັບໄຊ Best of Joomla ທີ່ທ່ນແນະນຳຕາມ link ຂ້າງເທິງນັ້ນນະທ່ານ ມັນເປັນຫຍັງນໍ ຫຼືວ່າຂ້າພະເຈົ້າເລືອກໂຫຼດຜິດອັນບໍຈັກນິ ແຕ່ວ່າລົງໄດ້ລະໄດ໋ລະ ຊື່ໄຟລ໌ວ່າ: FireBoard_1.0.4_Stable_CompletePackage.zip

au8ust
December 16, 2008
202.137.142.20

ລອງກວດສອບໃໝ່ເບິ່ງ ໜ້າຈະຜິດພາດຢູ່ຂັ້ນຕອນໃດໜຶ່ງ -_-

ຈິດ
December 18, 2008
202.62.105.146

ເຈົ້າຮູ້ແລ້ວທ່ານວ່າເປັນຍ້ອຍຫຍັງ ມັນເປັນຍ້ອນ domain ທີ່ຂ້າພະເຈົ້າໃຊ້ ມັນບໍ່ສົມບູນ ທຸກ link ມັນໃຊ້ບໍ່ໄດ້ເລີຍບໍ່ຮູ້ບັນຫານີ້ເປັນຍ້ອນຫຍັງ

chit
December 21, 2008
202.137.153.203

ຂໍຖາມແດ່ທ່ານ ວ່າ ເວບບອດທີ່ຕິດຕັ້ງແລ້ວນັ້ນສາມາດໄປດາວໂຫຼດເອົາ template ມາລົງໃສ່ໄດ້ບໍທ່ານ ເພາະວ່າເວບບອດກະໜ້າເວບມັນບໍ່ເຂົ້າກັນເລີຍ ຫຼື ວ່າເວບບອດບໍ່ສາມາດລົງ template ໃສ່ໄດ້ ຖ້າເວບບອດສາມາລົງ template ໃສ່ໄດ້ສາມາດໄປໂຫຼດຢູ່ໃສນໍທ່ານ ລົບກວນແດ່ທ່ານ

au8ust
December 21, 2008
202.137.142.20

ທັມດາມັນກໍ່ໜ້າຈະເຂົ້າກັນ ຖ້າຕ່າງກໍ່ຕ່າງບໍ່ຫຼາຍ ຕ້ອງປັບ CSS ເອົາໃຫ້ສີສັນມັນໃກ້ ໆ ກັນ

sin
January 10, 2009
202.62.100.154

ລົງແລ້ວໝົດທຸກຂັ້ນຕອນແຕ່ ເວລາໄປວິວເບິ່ງບໍ່ໄດ້ ມັນວ່າ:


Fatal error: Unable to load messages.
DB function failed with error number 1064
You have an error in your SQL syntax. Check the manual that corresponds to your MySQL server version for the right syntax to use near 'SELECT thread, MAX(time) AS lastpost SQL=SELECT a.*, t.message AS messagetext, m.mesid AS attachmesid, f.thread AS favthread, u.avatar, c.name AS catname, b.lastpost FROM jos_fb_messages AS a JOIN ( SELECT thread, MAX(time) AS lastpost FROM jos_fb_messages WHERE time >'1228934769' AND hold=0 AND moved=0 AND catid IN (0) GROUP BY 1) AS b ON b.thread = a.thread JOIN jos_fb_messages_text AS t ON a.thread = t.mesid in c:appservwwwjoomlacomponentscom_fireboardsources b_debug.php on line 37

boredom
February 23, 2009
202.62.100.154

ລອງລົງຕາມຂັ້ນຕອນໝົດທຸກອັນແລ້ວ ແຕ່ຍັງບໍ່ໄດ້ ລາຍລະອຽດຂອງerror ແມ່ນຕາມຟາຍຢູ່ລີ້ງນີ້ເດີ້
http://laoload.com/files/get/O...board.pdf

ຊ່ວຍຕອບແນ່ ຢາກຮູ້ວິທີແກ້ໂຂອີ່ຫຼີ

au8ust
February 23, 2009
202.137.142.20

ບໍ່ເຫັນໄຟລ໌

sone
April 29, 2009
202.62.106.56

ຂໍຖາມແດ່ ຖ້າບໍ່ແມ່ນສະມາຊິກສາມາດຕັ້ງກະທູ້ໄດ້ບໍ່?

sone
April 29, 2009
202.62.106.56

ຂ້າພະເຈົ້າສ້າງມາຮອດຂັ້ນຕອນ New Thread ແຕ່ວ່າບໍ່ເຫັນ New Thread ປະກົດຂື້ນມາ

au8ust
April 29, 2009
202.137.142.20

ແລ້ວແຕ່ການປັບແຕ່ງການອະນຸຍາດເດີ້

sack
July 21, 2009
202.62.106.56

ຂໍຖ່າມແດ່ ດາວໂຫລດ Fireboard ຢູ່ໃສ່

au8ust
July 21, 2009
202.137.142.20

Fireboard ປ່ຽນຊື່ເປັນ Kunena ແລ້ວ ໂຫຼດໄດ້ຈາກ http://www.kunena.com/

Hak
August 20, 2009
202.137.137.38

ຖາມແດ່ທ່ານ ນິນເຮີຍ...
ຂ້ອຍຕິດຕັ້ງ Kunena ແລ້ວແຕ່ຢາກປັບແຕ່ງຄ່າຕ່າງໆໃຫ້ເປັນພາສາລາວ
ທັງໝົດຄວນເຮັດແນວໃດ ຫຼື ວ່າທ່ານມີວິທີອື່ນຊ່ວຍແດ່ທ້ອນ...

au8ust
August 20, 2009
202.137.142.20

ພາສາລາວຂອງ Kunena ຕອນນີ້ມີເຈົ້າດຽວທີ່ແປໄວ້ແມ່ນອ້າຍ ezyboy ເຈົ້າຂອງເວັບ http://laostory.com/ ເດີ້ ຢາກໄດ້ກໍໄປຕິດຕໍ່ນຳເພິ່ນເອົາ

Hak
August 20, 2009
202.137.137.38

ຂອບໃຈ ແຕ່ສົມມຸດວ່າບໍໄດ້ແທ້ໆເດ ພາສາລາວຂອງ Fireboard ເດ ທ່ານພໍຈະຊ່ວຍໄດ້ບໍ່

au8ust
August 20, 2009
202.137.142.20

ບໍ່ຕ້ອງສົມມຸດ ເພາະວ່າໄດ້ແນ່ນອນ ເຄີຍລົມນຳລາວວ່າຖ້າກວດແກ້ແລ້ວລະຊິ publish

Hak
August 21, 2009
202.137.137.38

ຂອບໃຈອີກເທື່ອໜື່ງທີ່ຊ່ວຍແນະນຳ, ຕອນນີ້ໄດ້ສົ່ງຂໍ້ຄວາມຫາລາວແລ້ວຫວັງ
ວ່າຄືຈະໄດ້ດັ່ງທີ່ທ່ານໄດ້ເວົ້າມານັ້ນ...

kiao
October 05, 2009
202.123.176.242

ลงบ่ได้ FireBoard 1.0.4 บ่ได้ โหลดจาก website: best of jooma ข้อยใช้ joomla 1.5.6

บอกด้วย

kiao
October 05, 2009
202.123.176.242

Filre Error

http://www.2shared.com/file/8230747/ed28ecb9/Install_Error_FireBoard_104.html

บอกด้วย ขอบใจ

au8ust
October 05, 2009
202.137.142.20

ຕອນນີ້ FireBoard ປ່ຽນຊື່ເປັນ Kunena ແລ້ວເດີ້ ໂຫຼດໄດ້ຈາກ http://joomlacode.org/gf/project/kunena/frs/ ຫຼືຄລິກ http://joomlacode.org/gf/downl...-10-02.zip

kiao
October 05, 2009
202.123.176.242

ขอบใจเดี้ ที่บอก เดียวลองลงเบี่งก่อน เดี้เปฤนแนวได้ละจ้ามาถามไหม่

kiao
October 05, 2009
202.123.176.242

Fatal error: Allowed memory size of 8388608 bytes exhausted (tried to allocate 1179705 bytes) in C:AppServwwwKiaolibrariesjoomla ilesystemarchivezip.php on line 284

ลงแล้ว Error แบบนี้ เป็นย้อนหยังน่อ

บอกแด่

kiao
October 05, 2009
202.123.176.242

ใช้ Joomla 1.5.14 ลง FireBoard บ่ได้ โหลด ตามที่บอก และ เร็ดตามที่บอกแล้วมันลงบ่ได้ งงง

au8ust
October 05, 2009
202.137.142.20

ລອງເພີ່ມ memory_limit ໃນໄຟລ໌ php.ini ໃຫ້ເປັນ 32M ເບິ່ງ

ຖ້າເຮັດບໍ່ເປັນ ກໍລອງໄປຕັ້ງຢູ່ host ແທ້ເອົາ ຖ້າຍັງບໍ່ເປັນອີກ ກໍອາດຈະອ່ານໃນ http://www.google.la/search?q=...it+php.ini


ຂຽນຄຳເຫັນກ່ຽວກັບເລື່ອງນີ້
 
  ຫຍໍ້ເຂົ້າ | ຂະຫຍາຍອອກ
 

busy
 

JoomlaLao.com | ກ່ຽວກັບຈູມລ່າລາວ.ຄອມ

JoomlaLao.com ເປັນເວັບທີ່ຂຽນອຸທິດຂຶ້ນເພື່ອໃຫ້ຄົນທີ່ສົນໃຈ ທີ່ຈະຮຽນໃຊ້ Joomla! CMS ໄດ້ມີໂອກາດຮຽນຮູ້ການໃຊ້ງານເບື້ອງຕົ້ນ ລະດັບກາງ ແລະຂັ້ນສູງຂອງ Joomla! ເນື້ອຫາ ແລະຮູບພາບ ໃດ ໆ ໃນເວັບໄຊແຫ່ງນີ້ ສະຫງວນຫ້າມບໍ່ໃຫ້ນຳໄປໃຊ້ໃນບ່ອນອື່ນໂດຍບໍ່ໄດ້ຮັບອານຸຍາດເປັນລາຍລັກອັກສອນ.