ຍິນດີຕ້ອນຮັບ |
|
|
Written by au8ust
|
Sunday, 31 August 2008 21:07 |
ເປັນເວລາດົນແລ້ວທີ່ JoomlaLao.com ຖືກຳເນີດຂຶ້ນມາ ແຕ່ກັບບໍ່ໄດ້ມີຫຍັງຫຼາຍໄປກວ່າຊື່ເວັບ ດັ່ງນັ້ນ ເມື່ອມີເລີກງາມຍາມດີ ກໍ່ຈັດການຟອມເວັບໄຊຂຶ້ນມາໃໝ່ ຕິດຕັ້ງໃໝ່ໃຫ້ຮຽບຮ້ອຍ ແລະເລີ່ມຂຽນບົດຄວາມກ່ຽວກັບ Joomla! ຈົບຄົບດັ່ງທີ່ເຫັນນີ້ ໃຊ້ເວລາ ໗ ມື້ຕິດຕໍ່ກັນ. ກໍ່ຫວັງວ່າ ເວັບໄຊແຫ່ງນີ້ຈະເປັນປະໂຫຍດຕໍ່ຜູ້ທີ່ສົນໃຈໃນການສຶກສາການສ້າງເວັບໄຊ ໂດຍໃຊ້ Joomla! ອັນເປັນ CMS ຍອດນິຍົມໃນຂະນະນີ້. ພາຍໃນເວັບ ຈະແບ່ງການສອນອອກເປັນສາມສ່ວນຕາມລຳດັບຄວາມຍາກງ່າຍຄື ເບື້ອງຕົ້ນ, ລະດັບກາງ ແລະຂັ້ນສູງ ເຊິ່ງທ່ານຜູ້ອ່ານກໍ່ສາມາດເລືອກສຶກສາໄດ້ຕາມຄວາມສົນໃຈໄດ້ເລີຍ. ຫາກມີບັນຫາໃດທີ່ຕ້ອງການສອບຖາມ ກໍ່ສາມາດຂຽນໄດ້ໃນທ້າຍບົດຄວາມນັ້ນ ໆ ໃນສ່ວນຂອງການສະແດງຄຳຄິດເຫັນ ຫຼືຈະຂຽນລົງໃນເວັບບອດກໍ່ໄດ້ເຊັ່ນດຽວກັນ. |
|
Joomla! 1.5.26 ອອກແລ້ວ |
|
|
Written by au8ust
|
Thursday, 29 March 2012 12:16 |
ສຳລັບ Joomla! ໃນສາຍ 1.5.x ທີ່ບໍ່ໄດ້ມີຫຍັງອັບເດດມາດົນ ມື້ນີ້ກໍອອກອັບເດດມາແລ້ວ ກໍເປັນອັບເດດກ່ຽວກັບຄວາມປອດໄພ ສຳລັບໃຜທີ່ຍັງໃຊ້ 1.5.25 ຫຼືຕ່ຳກວ່ານັ້ນ ໃຫ້ອັບເກຣດໂດຍໄວ ເພື່ອປ້ອງກັນບັນຫາຄວາມປອດໄພ
ທ່ານສາມາດດາວໂຫລດອັບເດດໄດ້ຈາກ http://joomlacode.org/gf/download/frsrelease/16891/73387/Joomla_1.5.25_to_1.5.26-Stable-Patch_Package.zip |
|
|